spot_img
Homeຂ່າວພາຍ​ໃນທະ­ນາ­ຄານ​ໂລກ ຄາດ​ຄະ­ເນ​ເສດ­ຖະ­ກິດ​ລາວ​ປີ​ນີ້ ຈະ​ຂະ­ຫຍາຍ­ຕົວ​ດີ​ກວ່າ​ປີ­ຜ່ານ­ມາ

ທະ­ນາ­ຄານ​ໂລກ ຄາດ​ຄະ­ເນ​ເສດ­ຖະ­ກິດ​ລາວ​ປີ​ນີ້ ຈະ​ຂະ­ຫຍາຍ­ຕົວ​ດີ​ກວ່າ​ປີ­ຜ່ານ­ມາ

Published on

   ທ່າ​ອຽງ​ການ​ເຕີບ​ໂຕ​ທາງ​ເສດຖະ​ກິດ​ຂອງ ສປປ ລາວ ມີ​ບາດ­ກ້າວຂະ­ຫຍາຍ­ຕົວ​ຂຶ້ນ​ຢ່າງ​ໜັກ​ແໜ້ນ​ໃນ​ປີ 2016 ໂດຍ​ທະ­ນາ­ຄານ​ໂລກ​ໄດ້​ຄາດຄະ­ເນ​ວ່າ ຂະ­ແໜງ​ພະ­ລັງ­ງານ​ໄຟ­ຟ້າ​ຈະເປັນ​ແຮງ​ຂັບ ເຄື່ອນ​ສຳ­ຄັນ​ຕໍ່​ເສດ­ຖະ­ກິດລາວ​ໃຫ້​ຂະ­ຫຍາຍ­ຕົວ​ຂຶ້ນ​ໃນ​ລະ­ດັບ 7,0% ທີ່​ເພີ່ມ​ຂຶ້ນ​ກວ່າ​ປີ 2015 ຊຶ່ງ​ຂະຫຍາຍ​ຕົວ​ຢູ່​ໃນ​ລະ­ດັບ 6,4%.

   ອີງ​ຕາມ​ບົດ​ລາຍ​ງານ​ຄາດ​ການເສດ­ຖະ­ກິດ​ໂລກ​ສະ­ບັບ​ທຳ​ອິດ​ປະ­ຈຳ​ປີ 2016 ໄດ້​ລະ­ບຸ​ວ່າ ການ​ເຕີບ​ໂຕ​ຂອງ ເສດ­ຖະ­ກິດ​ໂລກ​ໃນ​ປີ​ນີ້​ມີ​ທ່າ​ອຽງ​ເພີ່ມຂຶ້ນ​ເລັກ​ໜ້ອຍ​ຢູ່​ທີ່ 2,9% ແຕ່​ຖ້າ​ທຽບ ໃສ່​ການ​ຄາດ​ຄະ­ເນ​ທ່າ​ອຽງ​ຂະ­ຫຍາຍຕົວ​ຂອງ​ເສດ­ຖະ­ກິດ​ໂລກ​ທີ່​ລະ­ບຸ​ໄວ້​ຢູ່ໃນ​ບົດ​ລາຍ​ງານ​ສະ­ບັບ​ເມື່ອ​ກາງ​ປີ (ມິຖຸ​ນາ) 2015 ກໍ​ເຫັນ​ວ່າ​ມີ​ການ​ປັບ​ຫຼຸບ​ຕົວ​ເລກ​ຄາດ​ຄະ­ເນ​ລົງ​ອີກ 0,4% ແຕ່​ກໍຖື​ວ່າ​ດີ​ກວ່າ​ອັດ­ຕາ​ການ​ຂະ­ຫຍາຍ­ຕົວ ໃນ​ປີ 2015 ຊຶ່ງ​ຢູ່​ທີ່ 2,4% ເທົ່າ​ນັ້ນ.

ຢ່າງ­ໃດ​ກໍ​ຕາມ ສະ­ພາບ​ການ​ຂະຫຍາຍ​ຕົວ​ຂອງ​ບັນ­ດາ​ປະ­ເທດ​ກຳ­ລັງພັດ­ທະ­ນາ ຊຶ່ງ​ທະ­ນາ­ຄານ​ໂລກ​ໄດ້​ຄາດ ການ​ວ່າ​ຈະ​ຂະ­ຫຍາຍ­ຕົວ​ດີ​ຂຶ້ນ​ຈາກ​ລະດັບ 4,3% ເມື່ອ​ປີ 2015 ມາ​ເປັນ 4,8% ໃນ​ປີ 2016 ນີ້ ແຕ່​ກໍ​ຍັງ​ບໍ່​ເທົ່າ ກັບ​ອັດ­ຕາ​ການ​ຂະ­ຫຍາຍ­ຕົວ​ເມື່ອ​ປີ 2013 ຊຶ່ງ​ເຕີບ​ໂຕ​ເຖິງ​ລະ­ດັບ 5,3% ແລະ​ຖ້າ​ແຍກ​ເປັນ​ຂົງ­ເຂດ​ກໍ​ຈະ​ເຫັນ ວ່າ​ເສດ­ຖະ­ກິດ​ໃນ​ຂົງ­ເຂດ​ອາ­ຊີປາຊີ​ຟິກ​ຈະ​ຂະ­ຫຍາຍ­ຕົວ​ຊ້າ​ລົງ ຊຶ່ງ​ມີ​ປັດໄຈ​ມາ​ຈາກ​ເສດ­ຖະ­ກິດ ສປ ຈີນ ທີ່​ຍັງຜະ­ເຊີນ​ກັບ​ຄວາມ​ຫຍຸ້ງ­ຍາກ ດັ່ງ­ນັ້ນ ທະ­ນາ­ຄານ​ໂລກ​ຈິ່ງ​ຄາດ​ຄະ­ເນດ​ວ່າ ເສດຖະ​ກິດ​ໃນ​ຂົງ­ເຂດ​ຈະ​ຂະ­ຫຍາຍ­ຕົວ​ຊ້າລົງ​ຈາກ 6,4% ເມື່ອ​ປີ 2015 ມາ​ເປັນ 6,3% ໃນ​ປີ 2016 ແລະ 6,2% ໃນ​ປີ 2017.

ຂະ­ນະ​ທີ່​ເສດ­ຖະ­ກິດ​ຂອງ​ຂົງ­ເຂດ​ເອີຣົບ ແລະ​ອາ­ຊີ​ຕາ­ເວັນ​ອອກ​ຈະ​ກັບ​ມາ ຂະ­ຫຍາຍ­ຕົວ​ເຖິງ​ລະ­ດັບ 3,0% ໃນ​ປີ ນີ້ ຈາກ 2,1% ເມື່ອ​ປີ 2015 ສ່ວນ​ປະ­ເທດ​ເສດ­ຖະ­ກິດ​ສຳ­ຄັນ​ຢ່າງ​ອາ​ເມ​ຣິ​ກາ ຊຶ່ງ​ທະ­ນາ­ຄານ​ໂລກ​ກໍ​ໄດ້​ປັບ​ຫຼຸບ​ການ ຂະ­ຫຍາຍ­ຕົວ​ລົງ​ຈາກ​ການ​ຄາດ​ຄະ­ເນ​ຄັ້ງ​ກ່ອນ 0,1% ມາ​ຢູ່​ທີ່ 2,7% ໃນ​ປີ​ນີ້ ເຊັ່ນ​ດຽວ​ກັບ​ສະ­ຫະ­ພາບ​ເອີ​ຣົບ​ກໍ​ປັບ​ຫຼຸດ​ລົງ 0,1% ເຊັ່ນ​ກັນ ແລະ​ມາ​ຢູ່​ທີ່ 1,7% ໃນ​ປີ 2016 ທາງ​ດ້ານ​ປະ­ເທດຍີ່­ປຸ່ນ ​ຊຶ່ງ​ທະ­ນາ­ຄານ​ໂລກ​ກໍ​ໄດ້​ປັບ​ຫຼຸດ ການ​ຂະ­ຫຍາຍ­ຕົວ​ຂອງ​ເສດ­ຖະ­ກິດ​ລົງເຖິງ 0,4% ຈາກ​ບົດ​ລາຍ​ງານ​ເມື່ອ​ກາງປີ​ທີ່​ຜ່ານ​ມາ ໂດຍ​ໄດ້​ຄາດ​ການ​ວ່າ​ຈະເຕີບ​ໂຕ​ໃນ​ລະ­ດັບ 1,3%.

ສ່ວນ​ການ​ຂະ­ຫຍາຍ­ຕົວ​ດ້ານ​ເສດຖະ​ກິດ​ໃນ​ບັນ­ດາ​ປະ­ເທດ​ຄູ່​ຄ້າ​ສຳ­ຄັນຂອງ ​ສປປ ລາວ ເຊັ່ນ ສປ ຈີນ ກໍ​ມີ​ທ່າ
ອຽງ​ຊ້າ​ລົງ​ດັ່ງ​ທີ່​ລະ­ບຸ​ຢູ່​ຂ້າງ​ເທິງ ເຊັ່ນດຽວ​ກັນ​ກັບ​ເສດ­ຖະ­ກິດ​ໄທ​ກໍ​ຖືກ​ຄາດ ການ​ວ່າ​ພວມ​ຢູ່​ໃນ​ຊ່ວງ​ຂາ​ລົງກົງ​ກັນ ຂ້າມ​ກັບ​ເສດ­ຖະ­ກິດ ສສ ຫວຽດ­ນາມ ໂດຍ​ທະ­ນາ­ຄານ​ໂລກ​ໄດ້​ຄາດ​ຄະ­ເນ​ວ່າ ຈະ​ຂະ­ຫຍາຍ­ຕົວ​ເພີ່ມ​ຂຶ້ນ 0,4% ຈາກ ການ​ຄາດ​ຄະ­ເນ​ຄັ້ງ​ກ່ອນ ຊຶ່ງ​ຈະ​ຂະ ຫຍາຍ​ຕົວ​ໃນ​ລະ­ດັບ 6,6% ແຕ່​ຈະມີ​ທ່າ​ອຽງ​ຊ້າ​ລົງ​ໄປ​ຢູ່​ໃນ​ລະ­ດັບ 6,3% ໃນ​ປີ 2017  ເຊັ່ນ​ດຽວ​ກັບ​ເສດ­ຖະ­ກິດ ສປປ ລາວ​ທີ່​ຈະ​ຂະ­ຫຍາຍ­ຕົວ​ໃນ​ລະ­ດັບ 7,0% ຊຶ່ງ​ເທົ່າ​ກັບ​ການ​ຄາດ​ຄະ­ເນ ເມື່ອ​ກາງ​ປີ­ຜ່ານ­ມາ ແຕ່​ກໍ​ຍັງ​ບໍ່​ເຖິງ​ລະ ດັບ​ທີ່​ເຄີຍ​ເຮັດ​ໄດ້ 8,5% ແລະ 7,5% ເມື່ອ​ປີ 2013 ແລະ2014 ພ້ອມ​ນີ້​ກໍມີ​ການ​ຄາດ​ຄະ­ເນ​ອີ​ກວ່າ ໃນ​ປີ 2017 ແລະ2018 ທ່າ​ອຽງ​ການ​ຂະ­ຫຍາຍ­ຕົວຂອງ​ເສດ­ຖະ­ກິດ​ລາວ​ຈະ​ຫຼຸດ​ລົງ​ເລັກ ໜ້ອຍ​ໄປ​ຢູ່​ໃນ​ລະ­ດັບ 6,9%.

ທີ່ມາ:logo

ບົດຄວາມຫຼ້າສຸດ

ບໍລິສັດ ເອັສຊີລໍລຸກໂຊຕຕິກ້າ EssilorLuxottica ເປີດສາຂາສອງຢ່າງເປັນທາງການ

ບໍລິສັດ ເອັສຊີລໍລຸກໂຊຕຕິກ້າ EssilorLuxottica ເປີດສາຂາສອງຢ່າງເປັນທາງການ ເພື່ອຂະຫຍາຍກຳລັງການຜະລິດໃນ ສປປ ລາວ ແລະ ສະໜັບສະໜູນການເຕີບໂຕຂອງຕະຫຼາດໃນພາກພື້ນ ວັນທີ 11 ມິຖຸນາ 2025 ທີ່ແຂວງສະຫວັນນະເຂດ, ເອັສຊີລໍລຸກໂຊຕຕິກ້າ...

ອິນເດຍປະກາດເຕືອນໄພລະດັບ ສີແດງ ກຽມຮັບມືຄື່ນຄວາມຮ້ອນຮຸນແຮງສູງເຖິງ 51.9 ອົງສາ

ອິນເດຍປະກາດເຕືອນໄພລະດັບ ສີແດງ ກຽມຮັບມືຄື່ນຄວາມຮ້ອນຮຸນແຮງດັດສະນີຄວາມຮ້ອນສູງເຖິງ 51.9 ອົງສາ ຂະນະດຍວກັນຄຸນນະພາບອາກາດກໍຢູ່ໃນລະດັບ ບໍ່ດີ ດັດສະນີຄຸນນະພາບອາກາດຢູ່ທີ 245 ເຊິ່ງສູງເກີດເກນມາດຕະຖານ ສົ່ງຜົນກະທົບຕໍ່ສຸຂະພາບະຊາຊົນ. ໃນວັນທີ 11 ມິຖຸນາ 2025...

ແຈ້ງເຕືອນ ເຂື່ອນໄຟຟ້າ ອາເລື່ອຍ ຈະມີການປ່ອຍນ້ຳ ໃນວັນທີ 12 ມິຖຸນາ 2025

ແຈ້ງເຕືອນ 5 ເມືອງໃນແຂວງອັດຕະປືກຽມຮັບມື ເຂື່ອນໄຟຟ້າ ອາເລື່ອຍ ຈະມີການປ່ອຍນ້ຳ ໃນວັນທີ 12 ມິຖຸນາ 2025. ອີງຕາມແຈ້ງການຂອງຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງອັດຕະປື ລົງເມື່ອວັນທີ 11 ມິຖຸນາ 2025...

ຊີ້ແຈງແລ້ວ! ກະຊວງ ຍທຂ ຊີ້ແຈງການເປ່ເພຊຸດໂຊມຂອງເສັ້ນທາງຍ້ອນຫຼາຍບັນຫາ.

ຍທຂ ຊີ້ແຈງ ເສັ້ນທາງເປ່ເພ ຍ້ອນກໍ່ສ້າງມາດົນ ນຳໃຊ້ມາດົນ ງົບປະມານທີ່ນຳໃຊ້ໃນການສ້ອມແປງ ໃນແຕ່ລະປີບໍ່ພຽງພໍກັບຄວາມຕ້ອງການ. ໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ຄັ້ງວັນທີ 10 ມິຖຸນາ...