spot_img
Homeຂ່າວທ້ອງຖິ່ນການຜະລິດລະດູແລ້ງ ຢູ່ເມືອງສະໝາມໄຊ ພວມເປັນຂະບວນຟົດຟື້ນ

ການຜະລິດລະດູແລ້ງ ຢູ່ເມືອງສະໝາມໄຊ ພວມເປັນຂະບວນຟົດຟື້ນ

Published on

     ທ່ານ ຄູນສະໄໝ ວຽງພະຈັນ ຮອງຫົວໜ້າຫ້ອງການກະສິກຳ ແລະປ່າໄມ້ເມືອງສະໜາມໄຊ ແຂວງອັດຕະປື ລາຍງານເມື່ອວັນທີ 8 ມັງກອນຜ່ານມານີ້ວ່າ: ພາຍຫຼັງທີ່ຊາວກະສິກອນທົ່ວເມືອງສະໜາມໄຊ ໄດ້ສຳເລັດການເກັບກ່ຽວຜົນຜະລິດເຂົ້ານາປີແລ້ວ ຄະນະພັກອຳນາດການປົກຄອງ ເມືອງເວົ້າສະເພາະກໍຄືຫ້ອງການກະສິກຳ ແລະປ່າໄມ້ເມືອງສະໜາມໄຊ ໄດ້ຫັນເອົາພະນັກງານວິຊາການລົງປະສານສົມທົບກັບອຳນາດການປົກຄອງບ້ານ ແລະປະຊາຊົນໃນເຂດທີ່ມີເງື່ອນໄຂທຳການຜະລິດເພື່ອເກັບກຳຂໍ້ມູນໃນ ການຜະລິດລະດູແລ້ງ ແລະປູກ ເຂົ້ານາແຊງໃນສົກປີນີ້ ຊຶ່ງຕາມແຜນການໃນສົກປີນີ້ ເມືອງສະໜາມໄຊຈະຜະລິດພືດລະດູແລ້ງ ໃຫ້ໄດ້ໃນເນື້ອທີ່ 780 ເຮັກຕາ, ໃນນັ້ນ ເນື້ອທີ່ປູກເຂົ້ານາແຊງມີ 581 ເຮັກຕາ ລື່ນກັນເລັກໜ້ອຍ ເມື່ອທຽບໃສ່ປີຜ່ານມາ ມາຮອດ ປະຈຸບັນ ການຕົກກ້າແມ່ນສຳເລັດ 85% ຄາດວ່າການປັກດຳແມ່ນ ຈະເລີ່ມໃນທ້າຍເດືອນມັງກອນນີ້ ສ່ວນແນວພັນແມ່ນໄດ້ນຳໃຊ້ແນວ ພັນເຂົ້າປັບປຸງເພື່ອຍົກສະມັດຖະພາບຜົນຜະລິດໃຫ້ໄດ້ຕາມຄາດໝາຍ ແນວພັນປັບປຸງທີ່ນຳໃຊ້ມີ ແນວພັນໂພນງາມ, ທ່າດອກຄຳ ແລະເຂົ້າຈ້າວແຂງເພື່ອສົ່ງປ້ອນ ໂຮງງານເບຍ, ທົ່ວເມືອງມີຊົນລະ ປະທານ 6 ແຫ່ງ ແບບຈັກສູບນ້ຳ 1 ແຫ່ງ ແລະເປັນຟາມລົ້ນ 4 ແຫ່ງ ສາມາດຫົດເນື້ອທີ່ທຳການຜະລິດ ລະດູແລ້ງໄດ້ເຖິງ 861 ເຮັກຕາ, ນອກຈາກປູກເຂົ້ານາແຊງແລ້ວ ຊາວກະສິກອນພາຍໃນເມືອງສະໜາມໄຊຍັງໄດ້ສຸມໃສ່ປູກພືດຜັກ ຕ່າງໆເພື່ອປ້ອນສົ່ງຂາຍຕະຫຼາດ ເຊັ່ນ: ໝາກໂມ, ໝາກແຕງ, ພືດຕະກຸນຖົ່ວ ແລະພືດຜັກອື່ນໆອີກ ໃນເນື້ອທີ່ 199 ເຮັກຕາ.

     ທ່ານຍັງໄດ້ກ່າວຕື່ມອີກວ່າ: ສຳລັບການຜະລິດເຂົ້ານາປີໃນປີ ຜ່ານມາ ທົ່ວເມືອງສະໜາມໄຊມີເນື້ອທີ່ເກັບກ່ຽວຕົວຈິງຢູ່ 7.500 ກວ່າເຮັກຕາ, ສະມັດຖະພາບຜົນຜະລິດໄດ້ 3 ໂຕນຕໍ່ເຮັກຕາ, ຜົນຜະລິດໄດ້ທັງໝົດ 22 ພັນ 5 ຮ້ອຍ ກວ່າໂຕນ ສະເລ່ຍໃສ່ຫົວຄົນໄດ້ 667 ກວ່າກິໂລເຂົ້າເປືອກຕໍ່ຄົນຕໍ່ປີ.

ທີ່ມາ: logo

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...