spot_img
Homeຂ່າວທ້ອງຖິ່ນເມືອງດາກຈຶງ ແຂວງເຊກອງ ຕັ້ງເປົ້າຈະດຶງດູດການລົງທຶນ ໃຫ້ໄດ້ 170 ໂຄງການ ມູນຄ່າ 240 ກ່ວາຕື້ກີບ!

ເມືອງດາກຈຶງ ແຂວງເຊກອງ ຕັ້ງເປົ້າຈະດຶງດູດການລົງທຶນ ໃຫ້ໄດ້ 170 ໂຄງການ ມູນຄ່າ 240 ກ່ວາຕື້ກີບ!

Published on

ຂປລ. ອີງຕາມຂໍ້ມູນລາຍງານ ຈາກຫ້ອງການແຜນການ ແລະ ການລົງທຶນເມືອງດາກຈຶງແຂວງເຊກອງ ໃຫ້ຮູ້ ວ່າ: ດາກຈຶງ ເປັນເມືອງທີ່ມີທ່າແຮງ ດຶງດູດການລົງທຶນ ເຂົ້າໃນຫລາຍຂົງເຂດເປັນຕົ້ນ ການຜະລິດກະສິກຳ, ອຸດສາຫະກຳ ແລະ ການບໍລິການ. ນັບແຕ່ປີ 2015-2019 ເມືອງ ຈະສູ້ຊົນປະຕິບັດໂຄງການ ລົງທຶນໃຫ້ໄດ້ທັງໝົດ 170 ໂຄງການລວມມູນຄ່າ 243 ຕື້ກວ່າກີບ ປະກອບມີການລົງທຶນຂອງລັດ, ເອກະຊົນ ແລະ ສິນເຊື່ອທະນາຄານ. ໂຄງການເຫລົ່ານີ້ ໄດ້ແບ່ງເປັນ ຂົງເຂດ ຄື: ຂົງເຂດເສດຖະກິດ ປະກອບມີຂະແໜງກະສິກຳ ແລະປ່າໄມ້ 26 ໂຄງການມູນຄ່າ 48 ຕື້ກວ່າກີບ; ພະລັງງານ ແລະ ບໍ່ແຮ່ 7 ໂຄງການມູນຄ່າ 38,6 ຕື້ກີບ; ໂຍທາທິການ ແລະຂົນສົ່ງ 12 ໂຄງການມູນຄ່າ 37 ຕື້ກວ່າກີບ; ອຸດສາຫະກຳ ແລະ ການຄ້າ 16 ໂຄງການມູນຄ່າ 9 ຕື້ກວ່າກີບ; ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ 11 ໂຄງການມູນຄ່າ 5 ຕື້ກວ່າກີບ; ວິທະຍາສາດ ແລະ ເຕັກໂນໂລຊີ 4 ໂຄງການມູນຄ່າ 236 ລ້ານກີບ ແລະ ຂະແໜງໄປສະນີ, ໂທລະຄົມ ແລະ ການສື່ ສານ 1 ໂຄງການ,ມູນຄ່າ 1 ຕື້ກີບ. ສໍາລັບຂົງເຂດ ວັດທະນະທຳສັງຄົມມີ 53 ໂຄງການ, ມູນຄ່າ 40 ຕື້ກວ່າກີບ, ໃນນີ້ປະກອບ ມີຂະແໜງການສຶກສາ ແລະ ກິລາ 17 ໂຄງການມູນຄ່າ 11 ຕື້ກວ່າກີບ; ສາທາລະນະສຸກ 16 ໂຄງການມູນຄ່າ 15 ຕື້ກວ່າກີບ; ຖະແຫລງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ 20 ໂຄງການມູນຄ່າ 12 ຕື້ກວ່າກີບ, ສ່ວນວຽກງານພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກມີ 11 ໂຄງການມູນຄ່າ 14 ຕື້ກວ່າກີບຂົງເຂດການເມືອງ 4 ໂຄງການມູນຄ່າ 1,6 ຕື້ກີບ ແລະ ອີກ 3 ໂຄງການແມ່ນຂົງເຂດຕຸລາການລວມມູນຄ່າ 3,8 ຕື້ກີບ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...