Homeຂ່າວພາຍ​ໃນລັດຖະບານ ຮັກສາສະຖະຖຽນລະພາບເງິນຕາ ໄດ້ຕາມເປົ້າໝາຍ

ລັດຖະບານ ຮັກສາສະຖະຖຽນລະພາບເງິນຕາ ໄດ້ຕາມເປົ້າໝາຍ

Published on

ສຳລັບ​ປີ 2013 ລັດຖະບານ ກໍ່​ຄື​ທະນາຄານ​ແຫ່ງ ​ສປປ ລາວ (​ທຫລ) ໄດ້​ເອົາໃຈໃສ່​ຢ່າງ​ຕັ້ງໜ້າ ເຂົ້າ​ໃນ​ການຈັດຕັ້ງ​ປະຕິບັດ​ວຽກ​ງານ​ຂະແໜງການ​ເງິນ ໃຫ້​ມີ​ຄວາມ​ສົມ​ດູນ ແລະ ໝັ້ນ​ທ່ຽງ ໂດຍ​ໃຊ້​ກົນ​ໄກ​ການ​ບໍລິຫານ​ການ​ເງິນ​ທີ່​ມີ​ຄຸນ​ນະ​ພາບ ເຂົ້າ​ໃນ​ການ​ຄຸ້ມ​ຄອງ-ບໍລິຫານ​ດ້ານ​ການ​ເງິນ-ການ​ທະນາຄານ ໃຫ້​ໄປ​ຕາມ​ທິດ​ຊີ້​ນຳ​ຂອງ​ຂັ້ນ​ເທິງ​ວາງ​ໄວ້.

ທ່ານ ​ດຣ. ສົມ​ພາວ ໄຟ​ສິດ ຜູ້​ວ່າການ​ທະນາຄານ​ແຫ່ງ ​ສປປ ລາວ ກ່າວ​ໃນ​ກອງ​ປະຊຸມ​ເປີດ​ກວ້າງ ຄັ້ງ​ທີ 8 ສະໄໝ​ທີ 2 ຂອງ​ຄະນະ​ບໍລິຫານ​ງານ​ພັກ​ທະນາຄານ​ແຫ່ງ ​ສປປ ລາວ ວ່າ: ນອກ​ຈາ​ການ​ເອົາໃຈໃສ່​ສຶກ​ສາ​ອົບຮົມ​ດ້ານ​ການເມືອງ-ແນວ​ຄິດ​ໃຫ້​ຄະນະ​ພັກ ຄະນະ​ນຳ ຕະຫຼອດ​ຮອດ​ພະນັກງານ-ວິຊາ​ການ ​ທຫລ ໄດ້​ເປັນ​ເຈົ້າ​ການ​ປະຕິບັດ​ວຽກ​ງານ​ຂະແໜງການ​ເງິນ ທີ່​ຕົນ​ເອງ​ຮັບຜິດຊອບ​ດ້ວຍ​ຄວາມ​ຮັບຜິດຊອບ​ສູງ ປີຜ່ານມາ ​ທຫລ ສາມາດ​ຮັກສາ​ສະຖຽນ​ລະ​ພາບ​ເງິນຕາ​ແຫ່ງ​ຊາດ​ໄວ້​ໄດ້​ຢ່າງ​ໝັ້ນ​ທ່ຽງ ອັດຕາ​ເງິນ​ເຟີ້​ຢູ່​ໃນ​ລະດັບ​ຕ່ຳ (ສະເລ່ຍ 6,37%) ອັດຕາ​ແລກປ່ຽນ​ເຖິງ​ຈະ​ມີ​ການ​ເໜັງ​ຕີງ​ແຕ່​ກໍ່​ສາມາດ​ຄວບ​ຄຸ້ມ​ໄດ້ ເງິນ​ກີບ​ແຂງ​ຄ່າ-ອ່ອນ​ຄ່າ​ຢູ່​ໃນ​ເກນ​ກຳນົດ​ຂອງ​ລະບົບ​ການ​ເງິນ ຄັງ​ສຳຮອງ ເງິນຕາ​ຕ່າງປະເທດ ສາມາດ​ກຸ້ມ​ການ​ນຳ​ເຂົ້າ​ໄດ້ 4,89 ເດືອນ ຄຽງ​ຄູ່​ກັນ​ນັ້ນ ​ທຫລ ຍັງ​ໄດ້​ປະຕິບັດ​ຢ່າງ​ຫ້າວຫັນ​ເຂົ້າ​ໃນ​ວຽກ​ງານ​ລະດົມ​ທຶນ ເຊິ່ງ​ຜ່ານ​ການ​ປະຕິບັດ​ຕົວ​ຈິງ​ສາມາດ​ລະດົມ​ທຶນ​ໄດ້​ເພີ່ມ​ຂຶ້ນ 19,59% ແລະ ອັດຕາ​ສ່ວນ​ເປັນ​ສະກຸນ​ເງິນ​ກີບ​ກໍ່​ເພີ່ມ​ສູງ​ຂຶ້ນ ການ​ສະໜອງ​ສິນ​ເຊື່ອ​ຜ່ານ​ລະບົບ​ທະນາຄານ (ບໍ່​ລວມ​ທະນາຄານ​ນະໂຍບາຍ) ໄດ້​ເພີ່ມ​ຂຶ້ນ 35,4% ອັດຕາ​ສ່ວນ NLP ຢູ່​ໃນ​ລະດັບ​ກຳນົດ​ໄວ້ 2,28% ພ້ອມ​ນັ້ນ ການ​ຄຸ້ມ​ຄອງ​ທະນາຄານ ແລະ ສະ​ຖາ​ບັນ​ການ​ເງິນ​ຢູ່​ຂອບ​ເຂດ​ທົ່ວ​ປະເທດ ທີ່​ມີ​ທັງ​ໝົດ​ປະມານ 100 ກວ່າ​ແຫ່ງ ​ທຫລ ໄດ້​ຄຸ້ມ​ຄອງ ແລະ ຫັນ​ສູ່​ລະບຽບ​ກົດໝາຍ​ຢ່າງ​ເຄັ່ງ​ຄັດ​ຕາມ​ສາກົນ ທັງ​ນີ້​ກໍ່​ເພື່ອ​ແນໃສ່​ຮອງ​ຮັບ​ການ​ເຂົ້າ​ເປັນ​ປະຊາ​ຄົມ AEC ໃນ​ອະນາຄົດ​ມໍ່ໆນິ້.

 

http://www.vientianemai.net/teen/khao/1/11403

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...