spot_img
Homeຂ່າວຕ່າງປະເທດເອອີຊີ ຈະເພີ່ມວຽກເຮັດໃຫ້ ຫວຽດນາມ 14,5 ລ້ານຄົນ

ເອອີຊີ ຈະເພີ່ມວຽກເຮັດໃຫ້ ຫວຽດນາມ 14,5 ລ້ານຄົນ

Published on

     ອົງ​ການ​ແຮງ​ງານ​ສາກົນ (​ໄອ​ແອ​ລ​ໂອ) ສຳ​ຫຼວດພົບ​ວ່າ ການ​ທີ່​ສສ ຫວຽດນາມ​ເຂົ້າ​ຮ່ວມ​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ (​ເອອີ​ຊີ) ຈະ​ມີ​ສ່ວນ​ຊ່ວຍ​ເພີ່ມ​ອັດຕາ​ການ​ຈ້າງ​ວຽກ​ເຮັດ​ອີກ 14,5 ລ້ານ​ຄົນ​ໃນ​ປີ 2025.

     ອົງການ​ແຮງ​ງານ​ສາກົນ​ລະບຸ​ວ່າ ​ການ​ລວມຕົວ​ກັນ​ຂອງ​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ​ໃນ​ວັນ​ທີ 31 ທັນວາ​ປີ 2015 ທີ່​ຜ່ານ​ມາ ຈະ​ມີ​ສ່ວນ​ຊ່ວຍ​ສົ່ງ​ເສີມ​ຕະຫຼາດ​ແຮງ​ງານ ​ແລະ ສ້າງ​ວຽກ​ເຮັດ​ໄຫ້ໃນ​ແຕ່ລະ​ປະ​ເທດ​ສະມາຊິກ  ທັງ​ນີ້​ຄາດ​ຄະ​ເນ​ວ່າ ປະ​ໂຫຍ​ດທີ່​ຈະ​ໄດ້​ຮັບ​ຈາກ​ຂໍ້​ຕົກລົງ​ເອອີ​ຊີ ຈະ​ມີ​ການ​ເປີດ​ເສລີ​ໃນ​ການ​ເຄື່ອນ​ຍ້າຍ​ແຮງ​ງານ​ຝີ​ມື ຊຶ່ງ 10 ປະ​ເທດ​ສະມາຊິກອາ​ຊຽນ ມີ 10 ຂໍ້​ຕົກລົງ​ສຳລັບ 8 ອາຊີ​ບທີ່​ເຮັດ​ວຽກ​ໄດ້​ຢ່າງ​ເສລີ​ຄື: ​ແພດ, ສັດຕະວ​ະ​ແພດ, ພະຍາບານ, ບັນຊີ, ນັກ​ສຳ​ຫຼວດ, ສະຖາປະ​ນິກ, ວິສະວະກອນ ​ແລະຜູ້ນຳ​ທ່ຽວ, ຕາມ​ການລາຍງານຂອງ​ໄອ​ແອ​ລ​ໂອ​ສະ​ແດງ​ໃຫ້​ເຫັນ​ວ່າ ​ເມື່ອ​ເຂົ້າ​ຮ່ວມ​ອາ​ຊຽນ ຈຳນວນ​ວຽກ​ເຮັດ​ຫວຽດນາມ​ຈົນເຖິງ​ປີ 2025 ອາດ​ຈະ​ເພີ່ມ​ຂຶ້ນ​ເປັນ 14,5% ​ໂດຍ​ແຮງ​ງານ​ອີກ 14,5 ລ້ານ​ຄົນ​ມີ​ວຽກ​ເຮັດ​ງານ​ທຳ​ໃນ​ປີ 2025.

ຢ່າງ​ໃດ​ກໍ​ຕາມ ດ້ວຍການ​ພັດທະນາ​ທີ່​ບໍ່​ເທົ່າ​ທຽມ​ກັນ​ໃນ​ປະຈຸ​ບັນ​ແຮງ​ງານ​ທີ່​ມີ​ຝີ​ມື​ຈະ​ເຄື່ອນ​ຍ້າຍ​ໄປ​ຍັງ​ສິງກະ​ໂປ, ມາ​ເລ​ເຊຍ ​ແລະ ໄທ, ​ແຮງ​ງານ​ທີ່​ເຫຼືອ​ທີ່​ຈະ​ເຄື່ອນ​ຍ້າຍ​​ໃນ​ອາ​ຊຽນມັກ​ຈະ​ເປັນ​ແຮງ​ງານ​ທີ່ບໍ່​ມີ​ຝີ​ມື ຊຶ່ງ​ສ້າງ​ຄວາມ​ທ້າ​ທາຍ​ໃຫ້​ແກ່​ຫວຽດນາມ​ໃນ​ການ​ພັດທະນາ ​ແລະສ້າງ​ສະຖຽນ​ລະ​ພາບ​ໃຫ້​ແກ່​ຕະຫຼາດ​ແຮງ​ງານ​ຕະຫຼອດ​ຮອດ​ການ​ບໍລິຫານ​ແຮງ​ງານ​ຕ່າງປະ​ເທດ (ຕາມ​ຂ່າວ​ຫວຽດນາມ).

ທີ່ມາ: logo

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...