Homeຂ່າວການພັດທະນາຍທຂ ນະຄອນຫລວງວຽງຈັນ ລົງຖອນປ້າຍຕິດຕັ້ງບໍ່ຖືກລະບຽບຢູ່ 4 ຕົວເມືອງໃນ 600 ກ່ວາປ້າຍ!

ຍທຂ ນະຄອນຫລວງວຽງຈັນ ລົງຖອນປ້າຍຕິດຕັ້ງບໍ່ຖືກລະບຽບຢູ່ 4 ຕົວເມືອງໃນ 600 ກ່ວາປ້າຍ!

Published on

ພະ​ແນກ​ໂຍທາ​ທິ​ການ ແລະ ຂົນສົ່ງ ນະຄອນຫຼວງ​ວຽງ​ຈັນ (​ຍທຂ.ນວ) ສົມທົບ​ກັບ​ຫ້ອງການ ​ຍທຂ ເມືອງ ແລະ ເຈົ້າ​ໜ້າທີ່ໆກ່ຽວຂ້ອງ ລົງ​ກວດກາ ແລະ ຕັດ-ຖອນ​ປ້າຍ​ໂຄສະນາ​ຕ່າງໆ ທີ່ຕິດ​ຕັ້ງ​ບໍ່​ຖືກ​ລະບຽບ​ຕາມ​ແຄມທາງ​ໃນ​ນະຄອນຫຼວງ ເພື່ອ​ແນໃສ່​ສ້າງ​ຄວາມ​ສະອາດ ແລະ ເປັນ​ລະບຽບ​ຮຽບ​ຮ້ອຍ​ຄຳນັບ​ຮັບຕ້ອນ​ກອງ​ປະຊຸມ​ໃຫຍ່​ ຜູ້​ແທນ​ທົ່ວປະເທດ ຄັ້ງ​ທີ X ຂອງ​ພັກ ກອງປະຊຸມ​ສຸດ​ຍອດ​ອາ​ຊຽນທີ່ ​ສປປ ລາວ ໄດ້​ຮັບ​ກຽດ​ເປັນ​ເຈົ້າພາບ ທັງ​ເປັນ​ການ​ປູກ​ຈິດ​ສຳນຶກ​ໃຫ້​ສັງຄົມ ​ປະຕິບັດ​ຄຳ​ສັ່ງ​ແນະນຳ ກໍ່​ຄືລະບຽບ​ການ​ຕ່າງໆ​ຂອງ​ຂັ້ນ​ເທິງຢ່າງ​ເຂັ້ມ​ງວດ.

ສະເລ່ຍ​ປ້າຍ​ທີ່​ບໍ່​ຖືກ​ລະບຽບ ທັງ​ປ້າຍ​ນ້ອຍ-ປ້າຍ​ໃຫຍ່​ຢູ່​ໃນ 4 ເມືອງ​ໃນ ນວ ມີ​ປະມານ 600 ປ້າຍ ເຊິ່ງ​ພວກ​ເຮົາ​ຈະ​ຕັດ-ຖອນອອກ​ໃຫ້​ສຳເລັດ ແລະ ຂໍ​ແຈ້ງ​ມາຍັງ​ປະຊາຊົນ ຫຼື ຜູ້​ປະກອບ​ການຕ່າງໆ​ຕາມ​ແຄມ​ທາງ ຖ້າ​ຢາກໂຄສະນາ ແລະ ເຮັດ​ກິດຈະການຕ່າງໆ​ຕາມ​ແຄມ​ທາງ ຕ້ອງ​ຜ່ານ​ພະ​ແນກ ​ຍທຂ.ນວ ເສຍ​ກ່ອນ.

 

ແຫລ່ງຂ່າວ:

ວຈໝ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...