Homeຂ່າວການພັດທະນາຍີ່ປຸ່ນຊ່ວຍເຫຼືອລ້າ 70 ລ້ານເຢັນ ອອກແບບໂຄງການ ກໍ່ສ້າງຂົວຕາມສາຍທາງເລກ 9

ຍີ່ປຸ່ນຊ່ວຍເຫຼືອລ້າ 70 ລ້ານເຢັນ ອອກແບບໂຄງການ ກໍ່ສ້າງຂົວຕາມສາຍທາງເລກ 9

Published on

ລັດຖະບານ​ຍີ່ປຸ່ນ​ໄດ້​ອະນຸມັດເງິນ​ຊ່ວຍເຫຼືອ​ລ້າ ຈຳນວນ 70 ລ້ານ​ເຢັນ ຫຼື ປະມານ 4,83 ຕື້ກີບ ໃຫ້​ແກ່ ​ສປປ ລາວ ເພື່ອ​ນຳໃຊ້​ເຂົ້າ​ໃນ​ການຈັດຕັ້ງ​ປະຕິບັດ ກ່ຽວ​ກັບ​ວຽກ​ງານ​ການ​ອອກແບບ​ໂຄງການ​ລະອຽດ​ຂອງ​ໂຄງການ​ກໍ່ສ້າງ​ຂົວ ຢູ່​ເສັ້ນທາງ​ເລກ 9 (ທາງ​ເຊື່ອມ​ຕໍ່​ມຸກດາ​ຫານ (ໄທ)-ສະຫວັນ​ນະ​ເຂດ (​ສປປ ລາວ)-ຫວຽດນາມ) ເພື່ອ​ແນໃສ່ເຮັດ​ໃຫ້ການ​ຂົນສົ່ງ​ທາງບົກ​ມີ ຄວາມ​ສະດວກ​ຍິ່ງ​ຂຶ້ນ.

ພິທີ​ລົງ​ນາມ​ສັນຍາ​ຮັບ​ການຊ່ວຍເຫຼືອ​ດັ່ງກ່າວ ໄດ້​ຈັດ​ຂຶ້ນ​ວັນທີ 13 ມັງກອນ 2016 ຢູ່​ກະຊວງແຜນການ ແລະ ການ​ລົງທຶນ ເຊິ່ງ​ຕາງໜ້າ​ຝ່າຍ​ລາວ​ລົງ​ນາມ ໂດຍ​ທ່ານ​ນາງ ສີ​ສົມບູນ ອຸ​ນາ​ວົງ ຫົວໜ້າ​ກົມ​ຮ່ວມ​ມື​ສາກົນ ກະຊວງ ​ຜທ ກັບ​ທ່ານ Yukuke MURAKAMI ຫົວໜ້າ​ອົງການຮ່ວມ​ມື​ສາກົນ​ຍີ່ປຸ່ນ (ໄຈ​ກາ) ປະຈຳ ​ສປປ ລາວ ໂດຍ​ມີ​ຕາງໜ້າຈາກ​ບັນດາ​ກະຊວງ ກົມ ພະແນກ​ການ​ກ່ຽວຂ້ອງ​ເຂົ້າ​ຮ່ວມ.

ໂຄງການ​ອອກ​ແບບ​ໂຄງການ​ລະອຽດ​ຂອງ​ໂຄງການ​ກໍ່ສ້າງ​ຂົວ ຢູ່​ເສັ້ນທາງ​ເລກ 9 ຈະຈັດ​ຕັ້ງ​ປະຕິບັດ​ພາຍ​ໃຕ້​ການ​ຮ່ວມມື​ລະຫວ່າງ​ອົງການ​ໄຈ​ກາ ແລະ ກົມ​ຂົວ-ທາງ ກະຊວງ​ໂຍທາ​ທິການ ແລະ ຂົນສົ່ງ ໂດຍ​ມີ​ຈຸດປະສົງ​ເພື່ອ​ປັບປຸງ ແລະ ຮັບ​ປະກັນ​ທາງ​ດ້ານ​ຄຸນະພາບຂອງການ​ຂົນສົ່ງ​ທາງບົກ ໂດຍ​ສະເພາະ ຕາມ​ເສັ້ນທາງ​ເລກ 9 ເຊິ່ງເປັນ​ເສັ້ນທາງ​ເຊື່ອມ​ຕໍ່​ເສດຖະກິດອະນຸ​ພາກ​ພື້ນ​ຕາເວັນ​ອອກ-ຕາເວັນ​ ຕົກ ຕອນ​ລຸ່ມ​ແມ່ນ້ຳ​ຂອງ ສຳລັບ​ການ​ສ້າງ​ຂົວ​ຈະ​ປະກອບ​ມີ​ສອງ​ແຫ່ງ ເພື່ອ​ປ່ຽນ​ແທນ​ຂົວເກົ່າ ຄື: ຂົວ​ເຊ​ກຸມ​ກຳ ແລະ ຂົວເຊ​ທ່າ​ມວກ ເຊິ່ງ​ການຈັດຕັ້ງ​ປະຕິ​ບັດ​ຈະ​ເລີ່ມ​ໃນ​ເດືອນ​ກັນຍາ 2016 ແລະ ຈະ​ໃຊ້​ເວລາ​ກໍ່ສ້າງ 31 ເດືອນ.

 

ແຫລ່ງຂ່າວ:

ວຈໝ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...