Homeຂ່າວເຫດການສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 1 ລົງພົບປະຊາຊົນຢູ່ ເມືອງນາຊາຍທອງ

ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 1 ລົງພົບປະຊາຊົນຢູ່ ເມືອງນາຊາຍທອງ

Published on

ໃນ​ວັນ​ທີ 13 ມັງກອນ 2016 ທີ່​ສະໂມສອນ​ເມືອງ​ນາ​ຊາຍ​ທອງ ນະຄອນຫຼວງ​ວຽງ​ຈັນ ສະມາຊິກສະພາ​ແຫ່ງ​ຊາດ (​ສສຊ) ປະຈຳ​ເຂດ​ເລືອກ​ຕັ້ງ​ທີ 1 ນະຄອນຫຼວງ ລົງ​ພົບ​ປະຊາຊົນ ເຜີຍແຜ່ຜົນສຳເລັດ​ກອງ​ປະຊຸມ​ສະໄໝ​ສາມັນ​ເທື່ອ​ທີ 10 ຂອງ​ສະພາ​ແຫ່ງຊາດ ຊຸດ​ທີ VII ໂດຍ​ມີ​ທ່ານ ລາດ​ຊະນີ​ວົງ ອະ​ມາ​ຣາ​ທິ​ທາດາ ປະທານ​ຄະນະ​ສະມາຊິກ​ສະພາແຫ່ງ​ຊາດ ພ້ອມ​ດ້ວຍ ​ສສຊ ປະຈຳ​ເຂດ​ເລືອກ​ຕັ້ງ​ທີ 1 ມີ​ຮອງ​ເຈົ້າເມືອງ​ນາ​ຊາຍທອງ ຄະນະ​ປະຈຳ​ພັກ ເລຂາ​ພັກບ້ານ ນາຍບ້ານ ແລະ ບັນດາ​ຄະນະ​ພັກ​ຮາກ​ຖານ​ອ້ອມ​ຂ້າງ​ເມືອງ ເຂົ້າ​ຮ່ວມ.

ໃນ​ພິທີ ຄະນະ ​ສສຊ ໄດ້​ມີການ​ຜັດປ່ຽນ​ກັນ​ຂຶ້ນ​ມີ​ຄວາມເຫັນ ທັງ​ນີ້ກໍ່​ເພື່ອ​ເຜີຍແຜ່​ຜົນ​ສຳເລັດ​ຂອງ​ກອງ​ປະຊຸມ​ໃຫຍ່ ສະໄໝ​ສາມັນ​ເທື່ອ​ທີ 10 ຂອງ​ສະພາແຫ່ງ​ຊາດ ຊຸດ​ທີ VII ໃຫ້​ອົງການຈັດ​ຕັ້ງ​ຂອງ​ພັກ-ລັດ ຕະຫຼອດຮອດ​ຖັນ​ແຖວ​ພະນັກງານ-ລັດຖະ​ກອນ ທະຫານ ຕຳຫຼວດ ແລະ ປະຊາຊົນ​ບັນດາ​ຊັ້ນ​ຄົນ​ຕ່າງໆພາຍ​ໃນ​ນະຄອນຫຼວງ ໄດ້​ຮັບ​ຮູ້ຢ່າງ​ກວ້າງຂວາງ​ກ່ຽວ​ກັບ​ເນື້ອ​ໃນວຽກ​ງານ​ຕ່າງໆ ທີ່​ກອງ​ປະຊຸມສະພາ​ແຫ່ງ​ຊາດ ໄດ້​ພິຈາລະນາຮັບຮອງ​ເອົາ ຖື​ເອົາ​ການ​ລົງ​ເຜີຍແຜ່​ຜົນສຳເລັດ​ຂອງ​ກອງ​ປະຊຸມໃນ​ຄັ້ງ​ນີ້ ເພື່ອ​ເກັບ​ກຳ​ສະພາບຕົວ​ຈິງ ຄຳ​ຄິດ​ຄຳ​ເຫັນ ແລະ ຄຳສະເໜີ​ຂອງ​ປະຊາຊົນຕໍ່​ວຽກງານ​ປົກ​ປັກ​ຮັກສາ ແລະ ສ້າງສາພັດທະນາ​ປະເທດ​ຊາດ​ໃນ​ໄລຍະຜ່ານ​ມາ ພ້ອມ​ທັງ​ເປັນ​ການ​ຄອບລາ​ປະຊາຊົນ ຜູ້​ມີ​ສິດ​ເລືອກ​ຕັ້ງທົ່ວ​ນະຄອນຫຼວງ​ວຽງ​ຈັນ.

 

ແຫລ່ງຂ່າວ:

ວຈໝ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...