Homeຂ່າວການສຶກສາໄຈກາມອບເຄື່ອງຊ່ວຍເຫຼືອໃຫ້ໂຮງຮຽນທີ່ຖືກໄພນ້ຳຖ້ວມຢູ່ແຂວງສາລະວັນ

ໄຈກາມອບເຄື່ອງຊ່ວຍເຫຼືອໃຫ້ໂຮງຮຽນທີ່ຖືກໄພນ້ຳຖ້ວມຢູ່ແຂວງສາລະວັນ

Published on

fri21mar1

ອົງການຮ່ວມມືສາກົນຂອງ ປະເທດຍີ່ປຸ່ນ ຫຼື ອົງການໄຈ ກາປະຈຳ ສປປ ລາວ ໂດຍ ແມ່ນທ່ານ ໂຄອິຈິ ທາເກອິ, ຫົວໜ້າອົງການໄຈກາປະຈຳ ລາວ ໄດ້ນຳເອົາປຶ້ມແບບຮຽນ ແລະ ຄູ່ມືຄູລວມທັງໝົດ 10.752 ຫົວລວມມູນຄ່າ 138.857.000 ກີບ ໄປມອບ ໃຫ້ໂຮງຮຽນສາມັນທີຖືກຜົນ ກະທົບຈາກໄພນ້ຳຖ້ວມຢູ່ ເມືອງຄົງເຊໂດນແຂວງສາ ລະວັນໃນປີຜ່ານມາ, ໃນນີ້ ມອບໃຫ້ໂຮງຮຽນປະຖົມ 38 ແຫ່ງມີ 5.346 ຫົວ, ມູນຄ່າ 64.798.000 ກີບ ມອບໃຫ້ ໂຮງຮຽນມັດທະຍົມ 5 ແຫ່ງມີ 5.406 ຫົວ, ມູນຄ່າ 74.059.000 ກີບ.
ພິທີມອບຮັບດັ່ງກ່າວໄດ້ ຈັດຂຶ້ນຢູ່ທີ່ສະໂມສອນໃຫຍ່
ຂອງແຂວງສາລະວັນ ໃນຕົ້ນ ເດືອນມີນາ ໂດຍແມ່ນທ່ານ ໂຄອິຈິ ທາເກອິ, ຫົວໜ້າອົງ ການໄຈກາປະຈຳ ສປປ ລາວ ເປັນຜູ້ມອບ ແລະ ກ່າວຮັບ ໂດຍທ່ານ ຈັນທະວອນ ອຸ່ນ ຈິດ, ຮອງເຈົ້າເມືອງຄົງເຊ ໂດນ,       ໂດຍຊ່ອງໜ້າທ່ານ
ສີສຸວັນ ວົງຈອມສີ, ຮອງເຈົ້າ ແຂວງໆສາລະວັນ ພ້ອມດ້ວຍ ພະນັກງານວິຊາການທີ່ກ່ຽວ ຂ້ອງຈຳນວນໜຶ່ງ.

 

http://www.kongthap.gov.la

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...