Homeຂ່າວການພັດທະນາສຳມະນາການກຽມເປັນປະທານ ອາຊຽນຂອງ ສປປ ລາວ

ສຳມະນາການກຽມເປັນປະທານ ອາຊຽນຂອງ ສປປ ລາວ

Published on

ກົມອາຊຽນ ກະຊວງ ການຕ່າງປະເທດ ຮ່ວມກັບອົງ ການຊ່ວຍເຫຼືອ ເພື່ອພັດທະນາ ສາກົນອາເມຣິກາ ແລະ ສຳນັກ ງານຜູ້ຕາງໜ້າສະຫະລັດອາເມ ຣິກາ ປະຈຳອາຊຽນໄດ້ຈັດກອງ ປະຊຸມສຳມະນາ ເພື່ອກະກຽມ ໃຫ້ແກ່ການເປັນປະທານອາ ຊຽນ ຂອງ ສປປ ລາວ ໃນປີ  2016  ກອງປະຊຸມຈັດຂຶ້ນໃນວັນທີ 12 ມັງກອນນີ້ທີ່ໂຮງແຮມລັດສະໝີ.
ເຂົ້າຮ່ວມກອງປະຊຸມມີ ທ່ານ ພົງສະຫວັດ ສີສຸລາດ ຫົວໜ້າກົມອາຊຽນ ກະຊວງ ການຕ່າງປະເທດ, ທ່ານ ນາງ ໂມຣາ ບາຣີ (Maura Barry) ຫົວໜ້າອົງການຊ່ວຍເຫຼືອ ເພື່ອການພັດທະນາສາກົນອາເມຣິ ກາ ປະຈຳພາກພື້ນອາຊີ ພ້ອມ ດ້ວຍນັກສຳມະນາກອນຈາກ ກອງເລຂາອາຊຽນ ແລະ ແຂກ ຖືກເຊີນເຂົ້າຮ່ວມ.
ກອງປະຊຸມສຳມະນາ ແມ່ນໜຶ່ງໃນບັນດາກິດຈະກຳ ເພື່ອສົ່ງເສີມຄວາມເຂົ້າໃຈ ໃຫ້ແກ່ພະນັກງານຈາກຂະ ແໜງການຕ່າງໆກ່ຽວກັບປະ ຊາຄົມອາຊຽນ ກໍຄືວິໄສທັດປະ ຊາຄົມອາຊຽນ 2025 ແລະ ບັນດາຂົງເຂດວຽກງານຮ່ວມມື ອາຊຽນ ເປັນຕົ້ນແມ່ນການຮັດ ແຄບຄວາມແຕກໂຕນທາງ ດ້ານການພັດທະນາພາຍໃນ ອາຊຽນ, ການເຊື່ອມຈອດອາ ຊຽນ, ວຽກງານຄຸ້ມຄອງໄພພິ ບັດ, ການຮ່ວມມືກັບພາຍ ນອກ, ການສະເໜີຂໍ້ລິເລີ່ມ ແລະ ບຸລິມະສິດຂອງອາຊຽນ ພ້ອມດ້ວຍຂັ້ນຕອນ ແລະ ພິທີ ການຂອງອາຊຽນ, ລົງເລິກ ການເຊື່ອມໂຍງເສດຖະກິດ ຂອງ ສປປ ລາວ ເຂົ້າພາກພື້ນ ເພື່ອສ້າງຄວາມກຽມພ້ອມສຳ ລັບການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2016 ໃຫ້ເຂັ້ມແຂງຢ່າງຮອບດ້ານ.
(ຂ່າວ: ແສງຈັນ)

ແຫ່ລງຂ່າວ

ປຊຊ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...