Homeຂ່າວຕ່າງປະເທດມຽນມາສົ່ງອອກເຂົ້າຫລຸດລົງ ຫລັງຈາກປະສົບເຫດ ໄພນ້ຳຖ້ວມຮຸນແຮງ ເມື່ອປີຜ່ານມາ!

ມຽນມາສົ່ງອອກເຂົ້າຫລຸດລົງ ຫລັງຈາກປະສົບເຫດ ໄພນ້ຳຖ້ວມຮຸນແຮງ ເມື່ອປີຜ່ານມາ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 13 ມັງກອນນີ້ວ່າ ການສົ່ງອອກເຂົ້າຂອງມຽນມາ ໃນໄລຍະ 10 ເດືອນຜ່ານມາ ຂອງສົກງົບປະມານ 2015-2016 (ເດືອນເມສາ 2015 – ເດືອນມີນາ 2016) ບັນລຸໄດ້ 830,000 ໂຕນ ສາມາດສ້າງລາຍຮັບໄດ້ ຫລາຍກ່ວາ 308 ລ້ານໂດລາ ຊຶ່ງຫລຸດລົງ 62 ລ້ານໂດລາ ຫລື ປະລິມານຫລຸດລົງ ຫລາຍກ່ວາ 150,000 ໂຕນ ເມື່ອທຽບກັບໄລຍະດຽວກັນ ຂອງສົກງົບປະມານຜ່ານມາ.

ທັງນີ້ ຍອດການສົ່ງອອກດັ່ງກ່າວຫລຸດລົງ ແມ່ນມີສາເຫດຫລັກ ເນື່ອງຈາກມຽນມາ ປະສົບກັບອຸທົກກະໄພຄັ້ງໃຫຍ່ ທີ່ເກີດຂຶ້ນເມື່ອບໍ່ດົນຜ່ານມານີ້ ອັນໄດ້ເຮັດໃຫ້ເນື້ອທີ່ປູກເຂົ້າຂອງປະເທດ ຖືກທຳລາຍຢ່າງໜັກໜ່ວງ.

 

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...