ບານເຕະນັດມິດຕະພາບສະໂມສອນ ບູຣີຣໍາ ຢູໄນເຕັດ ກັບລວມດາວ ຈາກລາວພຣີເມຍລີກ ຊ່ວຍເຫຼືອເດັກນ້ອຍລາວ

ສຸເຊົາ ນຸດນຸ້ມ ນໍາທີມ ສະໂມສອນ ບູຣີຣໍາ ຢູໄນເຕັດ ແຊ້ມ 5 ສະໄໝ ເພື່ອມາແຂ່ງຂັນບານເຕະການກຸສົນ ກັບທີມລວມນັກເຕະ ລາວພຣີເມຍລີກ ໃນວັນທີ 31 ມັງກອນ 2016 ນີ້ ເວລາ 18:30 ໂມງ ທີ່ສະໜາມກີລາແຫ່ງຊາດ ຫຼັກ 16 ເພື່ອຫາລາຍໄດ້ສ້າງຫໍພັກນັກຮຽນ ບ້ານກິ່ວກະຈໍາ ເມືອງໃໝ່ ແຂວງຜົ້ງສາລີ ພ້ອມນີ້ ຂໍເຊີນຊວນບັນດາກອງເຊຍຊາວລາວ ເຂົ້າຊົມການແຂ່ງຂັນນັດດັ່ງກ່າວ ໃຫ້ມີບັນຍາກາດຟົດຟື້ນ.

ສຳລັບປີ້ເຂົ້າຊົມລາຄາ 30.000 ກີບ ສາມາດຊື້ປີ້ເຂົ້າຮັບຊົມໄດ້ຢູ່ທີ່ສະຫະພັນບານເຕະແຫ່ງຊາດ ແລະ ສະຖານີໂທລະພາບ ທີວີລາວ ເລີ່ມແຕ່ວັນທີ 16/01/2016 ເປັນຕົ້ນໄປ ເຊິ່ງຜູ້ທີ່ຊື້ບັດສາມາດຮ່ວມລຸ້ນໂຊກ ແລະ ການແຈກຂອງລາງວັນຢ່າງຫລວງຫລາຍເຊັ່ນ : ລົດຈັກ Yamaha Fino 01 ຄັນ , ປີ້ຍົນ Air-asia ອຸດອນ-ກຸງເທບ-ອຸດອນ 05 ລາງວັນ , ກ່ອງຮັບສັນຍານດາວທຽມ Next Sat 05 ລາງວັນ , ໂມງຈາກໂຕໂຢຕ້າ 03 ລາງວັນ , ເຄື່ອງຟອກອາກາດ 2 ລາງວັນ , ເສື້ອນັກເຕະພ້ອມລາຍເຊັນຂອງນັກເຕະສະໂມສອນ ບູຣິຣຳ ຢູໄນເຕັດ 11 ຄົນທຳອິດ ແລະ ອື່ນໆ .

ເຊິ່ງຈະມີການຖ່າຍທອດສົດທາງສະຖານີໂທລະພາບທີວີລາວ ແລະ ຊ່ອງ 3 SD ຂອງໄທ ທັງນີ້ກໍເພື່ອເປັນການໂຄສະນາ ການສົ່ງເສີມການທ່ອງທ່ຽວທັງສອງປະເທດ

image

imageimage