spot_img
Homeຄົມຄິດຄົມຄົນບຸກທະລຸ... ວຽກງານສົງ !

ບຸກທະລຸ… ວຽກງານສົງ !

Published on

12510840_927314737364261_617667609_o

ກ້າວເຂົ້າສູ່ປີໃໝ່ສາກົນ 2016 ເຊິ່ງເປັນປີທີ່ຈະຕ້ອງໄດ້ບຸກບືນ ແລະ ສຸມຈິດສຸມໃຈໃສ່ບັນດາວຽກງານດ້ານຕ່າງໆໃຫ້ຫຼາຍຂຶ້ນ. ປີໃໝ່ ພວກເຮົາຖືວ່າ ເປັນການເປີດສັກກະລາດໃໝ່ແຫ່ງການເພີ່ມທະວີດ້ານການພັດທະນາທີ່ເຂັ້ມຂຸ້ນ ແລະ ຮັບປະກັນຜົນສໍາເລັດທີ່ຍິ່ງໃຫຍ່ກວ່າປີເກົ່າ.

ທາງອົງການສົງ ຫຼື ອ.ພ.ສ ໂດຍສະເພາະແມ່ນພຣະສົງສາມະເນນ ລວມທັງຊາວພຸດທັງຫຼາຍ ກໍຍິ່ງຈະຕ້ອງໄດ້ເພີ່ມທະວີຄວາມຮັບຜິດຊອບ ແລະ ມີສະຕິຕື່ນຕົວຫຼາຍຂຶ້ນ. ໃນປີຜ່ານມາ ພວກເຮົາໄດ້ເຮັດສໍາເລັດໜ້າທີ່ວຽກງານທາງດ້ານສັງຄົມ ແລະ ສາສະໜາຫຼາຍຢ່າງ ເຊິ່ງຖືໄດ້ວ່າເປັນຜົນງານທີ່ໜ້າພາກພູມໃຈ ແຕ່ກໍບໍ່ຄວນຢຸດ ຫຼື ໂຈະໄວ້ພຽງເທົ່ານັ້ນ ຄວນສືບຕໍ່ ແລະ ເສີມຂະຫຍາຍໃຫ້ມີຜົນສໍາເລັດທີ່ໜ້າພາກພູມໃຈກວ່າເກົ່າ.

ທັມມະນູນປົກຄອງສົງລາວ 2005 ມາດຕາ 2 ກໍານົດວ່າ: ພຣະພິກຂຸ, ສາມະເນນ, ພໍ່ຂາວ-ແມ່ຂາວ ແລະ ຍາດໂຍມລາວບັນດາເຜົ່າ ຜູ້ມີຄວາມເຫຼື້ອມໃສ ເຂົ້າບວດໃນພຣະພຸດທະສາສະໜາ ຕ້ອງປະຕິບັດຕາມຄໍາສັ່ງສອນຂອງອົງສົມເດັດພຣະສັມມາສັມພຸດທະເຈົ້າ ເວັ້ນຈາກການກະທໍາບາບທັງປວງ, ສ້າງແຕ່ຄວາມດີ ແລະ ຊໍາຮະຈິດໃຈຂອງຕົນໃຫ້ຜ່ອງໃສ ໂດຍຖືເອົາ ສິນ, ສະມາທິ ແລະ ປັນຍາ ເຊິ່ງເປັນຍອດຄໍາສອນຂອງພຣະພຸດທະເຈົ້າ ມາເປັນຫຼັກການ ແລະ ຂໍ້ວັດປະຕິບັດ ເພື່ອຄວາມສະຫງົບສຸກ ແລະ ຜົນປະໂຫຍດຂອງສ່ວນລວມ ຕາມຮີດຄອງຂອງສົງ.

ຈາກມາດຕາດັ່ງກ່າວນີ້ ສະທ້ອນໃຫ້ພວກເຮົາໄດ້ເຫັນວ່າ ອົງການສົງ ລວມທັງຊາວພຸດທັງຫຼາຍ ຈະຕ້ອງໄດ້ຄິດທົບທວນໃນສິ່ງທີ່ໄດ້ປະຕິບັດໃນໄລຍະທີ່ຜ່ານມາ ວ່າຖືກຕ້ອງ, ສອດຄ່ອງ ແລະ ຕັ້ງຢູ່ບົນພື້ນຖານຄໍາສັ່ງສອນຂອງພຣະພຸດທະເຈົ້າຫຼືບໍ່ ? ແລະນັບຈາກນີ້ເປັນຕົ້ນໄປ ພວກເຮົາໃນຖານະພຸດທະບໍລິສັດ ສົມຄວນຈະເຮັດແນວໃດ ເພື່ອໃຫ້ສໍາເລັດໜ້າທີ່ອັນຍິ່ງໃຫຍ່ທີ່ພັກ-ລັດ ແລະ ພຣະພຸດທະສາສະໜາໄດ້ມອບໝາຍໃຫ້ ?

ຖ້າທ່ານຜູ້ອ່ານຫາກສັງເກດໃຫ້ດີກໍຈະເຫັນໄດ້ວ່າ ໃນຮອບໜຶ່ງປີທີ່ຜ່ານມາ ມີຫຼາຍສິ່ງຫຼາຍຢ່າງເກີດຂຶ້ນກັບວົງການສົງພວກເຮົາ ມີທັງສິ່ງທີ່ໜ້າຍິນດີ ແລະ ມີທັງສິ່ງທີ່ບໍ່ໜ້າຍິນດີ. ໃນນີ້ ສິ່ງທີ່ໜ້າຍິນດີ ທີ່ເປັນການປະກອບສ່ວນປະຕິບັດສອງໜ້າທີ່ຍຸດທະສາດ ກໍຄືແນວທາງນະໂຍບາຍໃນໄລຍະໃໝ່ຂອງພັກກໍມີຫຼວງຫຼາຍ ເຊິ່ງບໍ່ສາມາດທີ່ຈະພັນລະນາໃຫ້ໝົດສ້ຽງໄດ້. ແຕ່ໃນໄລຍະດຽວກັນນັ້ນ ກໍມີສິ່ງທີ່ບໍ່ໜ້າຍິນດີ ເຊິ່ງເປັນປາກົດການຫຍໍ້ທໍ້ ເຖິງແມ່ນວ່າຈະມີບໍ່ຫຼາຍ ຖ້າທຽບໃສ່ກັບສິ່ງທີ່ໜ້າຍິນດີ ແຕ່ກໍເປັນສິ່ງທີ່ຈະຕ້ອງໄດ້ຮີບຮ້ອນແກ້ໄຂ ບໍ່ຄວນປະປ່ອຍໃຫ້ແກ່ຍາວ ຫຼື ບານປາຍໄປກວ່ານີ້.

ປີ 2016 ອາດຈະເວົ້າໄດ້ວ່າ ເປັນໄລຍະທີ່ສໍາຄັນຢ່າງຍິ່ງສໍາລັບອົງການສົງ ແລະ ຊາວພຸດທັງຫຼາຍ     ໝາຍຄວາມວ່າ ການພັດທະນາວຽກງານສົງທ່າມກາງການຜັນແປຂອງໂລກ, ຂອງສັງຄົມ ແມ່ນສິ່ງທີ່ທ້າທາຍອັນໃຫຍ່ຫຼວງ ! ໃນຍຸກທີ່ເອີ້ນກັນວ່າ “ໂລກາພິວັດ, ວັດຖຸນິຍົມ, ບໍລິໂພກນິຍົມ” ທີ່ຫຼາກຫຼາຍໄປດ້ວຍຂໍ້ມູນຂ່າວສານ ແລະ ການແຂ່ງຂັນທີ່ເຄັ່ງຮ້ອນ ພວກເຮົາຈະປັບຕົວແນວໃດ ? ອັນນີ້ເວົ້າໃນສະພາບການຫັນປ່ຽນຂອງສັງຄົມໂລກ. ແຕ່ຖ້າເວົ້າໃຫ້ແຄບເຂົ້າມາ ສ.ປ.ປ ລາວ ກໍາລັງເຂົ້າສູ່ປະຊາຄົມເສດຖະກິດອາຊຽນ ຫຼື (AEC) ທີ່ມີການເຊື່ອມສາຍສໍາພັນກັບບັນດາປະເທດຕ່າງໆໃນອາຊຽນ ພວກເຮົາຈະເຮັດບົດບາດ ແລະ ໜ້າທີ່ແນວໃດເພື່ອໃຫ້ສອດຄ່ອງ, ເໝາະສົມ ພາຍໃຕ້ລະບຽບຫຼັກການ ແລະ ເງື່ອນໄຂອັນໃໝ່.

ກ່ຽວກັບ ທັມມະນູນປົົກຄອງສົງລາວ ທີ່ເປັນນິຕິກໍາອັນສໍາຄັນຂອງພຣະພຸດທະສາສະໜາໃນລາວ ເມື່ອປີຜ່ານມາໄດ້ຂ່າວວ່າ ມີການກະກຽມທີ່ຈະປັບປຸງອີກຕື່ມ ເພື່ອໃຫ້ສອດຄ່ອງກັບແນວທາງນະໂຍບາຍຂອງພັກໃນໄລຍະໃໝ່ ອັນນີ້ ກໍເຫັນວ່າສົມຄວນຢ່າງຍິ່ງ ເພາະຖ້າວິເຄາະຕາມຄວາມເປັນຈິງແລ້ວ “ລັດຖະທໍາມະນູນແຫ່ງ ສ.ປ.ປ ລາວ” ກໍມີການປັບປຸງຢ່າງສົມບູນແລ້ວ ສ່ວນທັມມະນູນປົກຄອງສົງລາວ ນັບຕັ້ງແຕ່ປະກາດໃຊ້ເມື່ອປີ 2005 ສະບັບປ່ຽນແທນດໍາລັດ ເລກທີ 182/ສນຍ ລົງວັນທີ 7 ກັນຍາ 1998 ກໍເຫັນວ່າເນື້ອໃນບາງຢ່າງ ບາງມາດຕາສົມຄວນໄດ້ມີການປັບປຸງ ແລະ ຄວນມີການເພີ່ມເຕີມບັນດາວຽກງານທີ່ສໍາຄັນ, ຈໍາເປັນ ຕື່ມອີກ ເຊັ່ນ: ຈາກທັມມະນູນສະບັບປັດຈຸບັນ ມີພຽງ 4 ກໍາມາທິການ ຄື: ກໍາມາທິການປົກຄອງສົງ, ກໍາມາທິການສຶກສາສົງ, ກໍາມາທິການເຜີຍແຜ່ສີລະທັມ ແລະ ປະຕິບັດກັມມະຖານ, ກໍາມາທິການສາທາລະນູປະການ. ໃນ 4 ກໍາມາທິການນີ້ ເຖິງແມ່ນຈະເປັນກໍາມາທິການ ຫຼື ໜ້າວຽກໃຫຍ່ ແຕ່ກໍເຫັນວ່າຍັງຈະຕ້ອງໄດ້ເພີ່ມຕື່ມ ເຊັ່ນ: ກໍາມາທິການການຕ່າງປະເທດ, ກໍາມາທິການກວດສອບ, ກໍາມາທິການການສື່ສານ, ກໍາມາທິການແຜນການ ແລະ ການເງິນ ເປັນຕົ້ນ. ທັງໝົດນີ້ ແມ່ນເພື່ອຮັບປະກັນໃຫ້ແກ່ການປະຕິບັດວຽກງານທີ່ພັກ-ລັດມອບໝາຍໃຫ້.

ສະນັ້ນ, ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານດ້ານຕ່າງໆ ໄດ້ຮັບໝາກຜົນຢ່າງຈົບງາມຕາມທີ່ວາງເປົ້າໝາຍໄວ້ນັ້ນ ຈິ່ງຂໍຮຽກຮ້ອງເຖິງທຸກພາກສ່ວນໃນສັງຄົມ ໂດຍສະເພາະແມ່ນພຸດທະບໍລິສັດ ທັງຝ່າຍບັນພະຊິດ ແລະ ຄະລາວາດ ຈົ່ງໄດ້ປຸ້ມລວມ ສາມັກຄີ ຢຶດໝັ້ນໃນລະບຽບກົດໝາຍ ແລະ ພຣະທັມມະວິນັຍ ເພື່ອຮ່ວມແຮງຮ່ວມໃຈກັນປະກອບສ່ວນປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ຈະເລີນສີວິໄລຢ່າງບໍ່ຢຸດຢັ້ງ.

ໂດຍ : ທັມມະວາທີ

(ຫົວໜ້າບັນນາທິການວາລະສານຄວາມສຸກ)

 

ບົດຄວາມຫຼ້າສຸດ

ລັດຖະບານຍີ່ປຸ່ນໃຫ້ທຶນການຊ່ວຍເຫຼືອ 96,600 ໂດລາ ເພື່ອຊ່ວຍຍົກລະດັບການສຶກສາໃນແຂວງອຸດົມໄຊ

ລັດຖະບານຍີ່ປຸ່ນ ຊ່ວຍຍົກລະດັບການສຶກສາຊັ້ນອະນຸບານ ແລະ ປະຖົມໃນແຂວງອຸດົມໄຊ ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 89,600 ໂດລາ ໃນການສະໜັບສະໜູນໂຄງການດ້ານການສຶກສາໃນແຂວງອຸດົມໄຊ ພາຍໃຕ້​ໂຄງ​ການ​ເສີມ​ສ້າງ​ຄວາມ​ໝັ້ນ​ຄົງ​ຂອງ​ມະ​ນຸດ​ຂັ້ນ​ຮາກ​ຖານ (GGP); ພິທີລົງນາມການຊ່ວຍເຫຼືອດັ່ງກ່າວຈັດຂຶ້ນໃນຫວ່າງບໍ່ດົນມານີ້ ທີ່ນະຄອນຫຼວງວຽງຈັນ. ໂຄງການຈະໃຫ້ການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນ ແລະ ຫ້ອງນໍ້າໃໝ່ ພ້ອມທັງສະໜອງສິ່ງອຳນວຍຄວາມສະດວກທີ່ຈຳເປັນ...

ຊົມເຊີຍທີມແພດຈີນ-ລາວ ສໍາເລັດການຜ່າຕັດກະດູກຫັກມອນເຕກຽຍ (Monteggia) ຂອງເດັກນ້ອຍ

ຊ່ຽວຊານແພດຈີນ ແລະ ລາວ ສໍາເລັດການຜ່າຕັດກະດູກຫັກມອນເຕກຽຍ(Monteggia) ຂອງເດັກນ້ອຍ ເມື່ອບໍ່ດົນນີ້, ພາຍໃຕ້ການຊີ້ນໍາຂອງຄະນະຊ່ຽວຊານການແພດທະຫານຈີນຊຸດທີ 12 ປະຈໍາລາວ (ມາຈາກໂຮງໝໍຊີຈິ່ງ ຂອງມະຫາວິທະຍາໄລການແພດທະຫານອາກາດຈີນ) ຮ່ວມກັບພະແນກກະທົບຜ່າຕັດ-ກະດູກຂອງໂຮງໝໍ ສູນກາງ103 ກອງທັບປະຊາຊົນລາວ ໄດ້ສໍາເລັດການຜ່າຕັດກະດູກຫັກມອນເຕກຽຍ(Monteggia)...

ກັບຄືສູ່ບ້ານເຮົາແລ້ວ! ທາງການໄທສົ່ງມອບພຣະພຸດທະຮູບບູຮານຄືນສູ່ປະເທດລາວ

ທາງການໄທສົ່ງມອບພຣະພຸດທະຮູບບູຮານ ທີ່ສູນຫາຍໃນສະໄໝສົງຄາມອິນດູຈີນຄືນໃຫ້ແກ່ ສປປ ລາວ ໃນວັນທີ 7 ມີນາ 2025, ທ່ານອຸປະກິດ ປາຈະລີຍາງກຸນ ອະດີດສະມາຊິກວຸດທິສະພາ, ຫົວໜ້າຜູ້ແທນທຳມະທູດຂອງໄທ ໄດ້ເຂົ້າພົບ ທ່ານ ຄຳພັນ...

ຊາຍໜຸ່ມກໍ່ເຫດໃຊ້ມີດບຸກແທງຄໍແຟນສາວເສຍຊີວິດ ຄາຫ້ອງເຊົ່າ ຍ້ອນຫຶງທີ່ແຟນສົ່ງຍິ້ມໃຫ້ຊາຍອື່ນ

ຊາຍໜຸ່ມຫຶງໂຫດ! ບຸກແທງຄໍແຟນສາວເສຍຊີວິດ ຄາຫ້ອງເຊົ່າ ຍ້ອນຫຶງທີ່ແຟນສົ່ງຍິ້ມໃຫ້ຊາຍອື່ນ ສຳນັກຂ່າວໄທລັດລາຍງານໃນວັນທີ 6 ມີນາ 2025 ຜ່ານມາ ເຈົ້າໜ້າທີ່ຕຳລວດໄດ້ຮັບແຈ້ງເຫດວ່າມີຄົນຖືກແທງເສຍຊີວິດ ຢູ່ຫ້ອງເຊົ່າແຫ່ງໜຶ່ງ ທີ່ຈັງຫວັດຣາຊະບູລີ ປະເທດໄທ. ຕາມການລາຍງານ: ຜູ້ກໍ່ເຫດຊື່ທ້າວ ຊາຍ...