spot_img
Homeມູມໄອທີລາວສະເປັກແລະລາຄາ Letv Le Max Pro ສະມາດໂຟນລຸ້ນທຳອິດຂອງໂລກທີ່ໃຊ້ງານຊິບປະມວນຜົນ Snapdragon 820

ສະເປັກແລະລາຄາ Letv Le Max Pro ສະມາດໂຟນລຸ້ນທຳອິດຂອງໂລກທີ່ໃຊ້ງານຊິບປະມວນຜົນ Snapdragon 820

Published on

image

ຈົົບກັນໄປແລ້ວສຳລັບການເປີດໂຕສະມາດໂຟນລຸ້ນທຳອິດຂອງໂລກທີ່ໃຊ້ງານຊິບປະມວນຜົນໂຕໃໝ່ຫຼ້າສຸດຈາກ Qualcomm ນັ້ນກໍຄື Letv Le Max Pro ທີ່ໃຊ້ຊິບປະມວນຜົນ Snapdragon 820 ທີ່ຫາກ່ອນເປີດໂຕໄປມື້ວານນີ້ເອງ ,ເຊິ່ງມື້ນີ້ພວກເຮົາມີລາຍລະອຽດສະເປັກແລະລາຄາມາຝາກ ສຳລັບຜູ້ທີ່ສົນໃຈສະມາດໂຟນລຸຸ້ນນີ້, ສຳລັບ Letv Le Max Pro ນັ້ນຈະເລີ່ມຂາຍທີ່ປະເທດຈີນເປັນປະເທດທຳອິດ ສ່ວນອາເມຣິກາຈະເລີ່ມຂາຍບໍ່ເກີນຕົ້ນປີນີ້. (ສຳລັບປະເທດລາວຄາດວ່າບໍ່ມີ ^^)

image

image

ສຳລັບສະເປັັກຂອງ Letv Le Max Pro ມີດັ່ງນີ້:
– ໃຊ້ຈໍ IPS ຂະໜາດ 6.3 ນິ້ວ ຄວາມລະອຽດ 1440 x 2560 (Quad HD)
– ໃຊ້ງານຊິບປະມວນຜົນ Snapdragon 820
– ROM 64 GB
– RAM 4 GB
– ກ້ອງຄວາມລະອຽດ 21 ລ້ານພິກເຊວ
– ມີເຊັນເຊີ້ສະແກນລາຍນິ້ວມື Sense ID ແບບໃໝ່ (ຕ່າງຈາກຂອງ Apple , Samsu…)
– ຮອງຮັບເທັກໂນໂລຢີສາກໄວ 2.0
– ມາພ້ອມກັບ Android 6.0 Marshmallow ໃນກ່ອງ

image

image

  ສຳລັບລາຄາຂອງ Letv Le Max Pro ອີງຕາມເວັບໄຊ Mobile-dad ຈາກປະເທດຈີນແມ່ນ 3500 ຢວນ (4.300.000 ກີບ) ມື້ຂາຍຍັງບໍ່ເປັນທີ່ຊັດເຈນເທື່ອ ແຕ່ຈະຂາຍຢູ່ປະເທດຈີນກ່ອນໝູ່ແນ່ນອນ

image

ທີ່ມາ:phonearena

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...