spot_img
Homeຂ່າວການພັດທະນາເລີ່ມອວ່າຍແລວນ້ຳ ເປີດທາງສ້າງເຂື່ອນໄຟຟ້າດອນສະໂຮງ ເຂື່ອນນ້ຳຂອງແຫ່ງທີ 2 ຂອງລາວ!

ເລີ່ມອວ່າຍແລວນ້ຳ ເປີດທາງສ້າງເຂື່ອນໄຟຟ້າດອນສະໂຮງ ເຂື່ອນນ້ຳຂອງແຫ່ງທີ 2 ຂອງລາວ!

Published on

4-1

ພິທີອວ່າຍແລວນ້ຳ ໄດ້ຈັດຂຶ້ນໃນວັນທີ 5 ມັງກອນ ນີ້ ທີ່ບ້ານຫົວດອນສະດຳ ເມືອງໂຂງ ແຂວງຈຳປາສັກ ໂດຍມີທ່ານ ດຣ. ບຸນຖອງ ດີວິ ໄຊ ເຈົ້າແຂວງຈຳປາສັກ, ທ່ານ ວິຣະພົນ ວິຣະວົງ ລັດຖະມົນຕີ ຊ່ວຍວ່າການກະຊວງພະລັງ ງານ ແລະ ບໍ່ແຮ່, ບໍລິສັດຜູ້ພັດ ທະນາໂຄງການ ຕະຫຼອດຮອດແຂກຖືກເຊີນ ແລະ ປະຊາຊົນ ທ້ອງຖິ່ນເຂົ້າຮ່ວມ.

ທ່ານ  ຫຸມພອນ ບຸລິຍະ ຜົນ ຕາງໜ້າບໍລິສັດຜູ້ພັດທະ ນາເຂື່ອນໄຟຟ້າດອນສະໂຮງ ກ່າວວ່າ: ໂຄງການກໍ່ສ້າງເຂື່ອນ ໄຟຟ້ານ້ຳຕົກດອນສະໂຮງ ເປັນຝາຍນ້ຳລົ້ນ ບໍ່ມີຜົນກະ ທົບໃດຕໍ່ການໄຫຼຂອງນ້ຳ ເພາະສາຍນ້ຳຂອງໃນເຂດນີ້ ມີຫຼາຍຮູ ແຕ່ມີຜົນປະໂຫຍດ ຂ້ອນຂ້າງສູງ ຊຶ່ງໂຄງການດັ່ງ ກ່າວ ມີກຳລັງຕິດຕັ້ງ 260 ເມກາວັດ ລວມມູນຄ່າການກໍ່ ສ້າງປະມານ 500 ລ້ານໂດລາ ສະຫະລັດ ຊຶ່ງສາມາດຜະລິດ ພະລັງງານໄຟຟ້າສະເລ່ຍ 2.028 ກິກກາວັດໂມງຕໍ່ປີ ແລະ ຈະເລີ່ມທຳການຜະລິດ ໄຟຟ້າໃນປີ 2019 ກະແສໄຟ ຟ້າທັງໝົດຈະສະໜອງໃຫ້ແກ່ ການຊົມໃຊ້ພາຍໃນປະເທດ ໂດຍລະບົບສາຍສົ່ງໄຟຟ້າ ຂອງລັດວິສາຫະກິດໄຟຟ້າ ລາວ, ສະເພາະການກໍ່ສ້າງ ເຂື່ອນກັ້ນນ້ຳຊົ່ວຄາວຄັ້ງນີ້ ແມ່ນມີຄວາມຍາວຫຼາຍກວ່າ 400 ແມັດ, ກວ້າງ 10 ແມັດ ຄາດວ່າຈະສຳເລັດໃນທ້າຍ ເດືອນມັງກອນປີນີ້.

ທ່ານ ວິຣະພົນ ວິຣະວົງ ກ່າວວ່າ: ໂຄງການພັດທະນາ ໄຟຟ້ານ້ຳຕົກດອນສະໂຮງ ເປັນໂຄງການໜຶ່ງທີ່ມີຄວາມ  ໝາຍສຳຄັນໃນແຜນພັດທະ ນາພະລັງງານໄຟຟ້າຂອງ ສປປ ລາວ. ເປົ້າໝາຍຂອງ ການພັດທະນາໂຄງການດັ່ງ ກ່າວນີ້ ແມ່ນເພື່ອຂຸດຄົ້ນ ແລະ ເສີມຂະຫຍາຍທ່າແຮງຂອງ ປະເທດພວກເຮົາ ເພື່ອຜະລິດ ພະລັງງານໄຟຟ້າສະໜອງໃຫ້ ແກ່ການຊົມໃຊ້ຢູ່ພາຍໃນປະ ເທດ. ພ້ອມກັນນັ້ນ ກໍເພື່ອເປັນ ການສົ່ງອອກ, ສ້າງແຫຼ່ງລາຍ ຮັບເງິນຕາຕ່າງປະເທດເຂົ້າ ໃນງົບປະມານແຫ່ງຊາດ ແລະ ທັງເປັນການປະກອບສ່ວນໃນ ການສ້າງເງື່ອນໄຂໃຫ້ແກ່ ສປປ ລາວ ຫຼຸຸດພົ້ນຈາກປະ ເທດດ້ອຍພັດທະນາໃນປີ 2020.

ທ່ານລັດຖະມົນຕີຊ່ວຍ ວ່າການກະຊວງພະລັງງານ ແລະ ບໍ່ແຮ່ ຍັງຮຽກຮ້ອງໃຫ້ບໍລິ ສັດຜູ້ພັດທະນາໂຄງການ ກໍຄືວິສາວະກອນ, ທີ່ປຶກສາ ຈົ່ງເຊີດຊູຄວາມຮັບຜິດຊອບ ຂອງຕົນໃນການຕິດຕາມຄຸ້ມ ຄອງທຸກຂັ້ນຕອນຂອງໂຄງ ການຢ່າງໃກ້ຊິດ, ຮັບປະກັນ ໃຫ້ໂຄງການດຳເນີນໄປຕາມ  ມາດຕະຖານສາກົນ, ຖືກຕ້ອງ ແລະ ສອດຄ່ອງຕາມສົນທິສັນ ຍາວ່າດ້ວຍການນຳໃຊ້ແມ່ນ້ຳ ຂອງສາກົນ 1995.

ຮຽກຮ້ອງມາຍັງອຳນາດ ການປົກຄອງທ້ອງຖິ່ນທຸກຂັ້ນ ຂອງແຂວງຈຳປາສັກ, ກໍຄືປະ ຊາຊົນທີ່ຢູ່ໃນເຂດພັດທະນາ ຂອງໂຄງການ ຈົ່ງເຊີດຊູຄວາມ ຮັບຜິດຊອບ ແລະ ເອົາໃຈໃສ່ ປະກອບສ່ວນເຂົ້າໃນການພັດ ທະນາໂຄງການດັ່ງກ່າວໃຫ້ ໄດ້ຮັບຜົນສຳເລັດເປັນຢ່າງດີ ທັງນີ້ກໍເພື່ອເປັນການແກ້ໄຂ ຄວາມທຸກຍາກຂອງປະຊາຊົນ ແລະ ຄວາມວັດທະນາຖາວອນ ຂອງປະເທດເຮົາຍິ່ງໆຂຶ້ນ.

ທ່ານ ດຣ. ບຸນຖອງ ດີວິ ໄຊ ກ່າວວ່າ: ໂຄງການໄຟຟ້າ ດອນສະໂຮງ ເປັນໂຄງການທີ່ ມີຄຸນປະໂຫຍດທາງດ້ານເສດ ຖະກິດ, ເກືອບເວົ້າໄດ້ວ່າບໍ່ມີ ຜົນກະທົບທາງດ້ານສະພາບ ແວດລ້ອມ, ເຮັດໃຫ້ການພັດ ທະນາເສດຖະກິດ-ສັງຄົມ ໄປ ຖືກທິດຫັນເປັນອຸດສາຫະກຳ ທັນສະໄໝ ຕາມທ່າແຮງບົ່ມ ຊ້ອນ ແລະ ສ່ອງແສງໃຫ້ເຫັນ ວ່າ ຜ່ານມາຫຼາຍພັນປີແລ້ວ ບໍ ລິເວນແຫ່ງນີ້ເປັນເຂດຫ່າງໄກ ສອກຫຼີກ ຖືວ່າຖືກປິດກັ້ນ ເນື່ອງຈາກວ່າການໄປມາຫາສູ່ ຂອງປະຊາຊົນຕ້ອງໃຊ້ເຮືອ, ແຕ່ເມື່ອມີໂຄງການນີ້ ໄດ້ມີ ເສັ້ນທາງເຂົ້າເຖິງ ເຮັດໃຫ້ການ ໄປມາຫາສູ່ກັນສະດວກຂຶ້ນ ຫຼາຍເທົ່າ.

ໂຄງການໄຟຟ້າດອນສະ ໂຮງ ຈະກາຍເປັນທ່າແຮງອັນ ສຳຄັນໃຫ້ແກ່ການຊຸກຍູ້ການ ພັດທະນາຂອງທ້ອງຖິ່ນ, ສ້າງ ເງື່ອນໄຂເອື້ອອຳນວຍຄວາມ ສະດວກໃຫ້ແກ່ການພັດທະນາ ຊົນນະບົດ, ຫັນປ່ຽນແບບແຜນ ການດຳລົງຊີວິດຂອງປະຊາ ຊົນແບບທຳມະຊາດ ໄປສູ່ການ ຜະລິດເປັນສິນຄ້າ. ນອກຈາກ ນັ້ນ ໂຄງການດັ່ງກ່າວຈະເປັນ ການສ້າງເງື່ອນໄຂໃຫ້ລູກຫຼານ ຂອງປະຊາຊົນເຂົ້າເຖິງການ ສຶກສາ, ສາທາລະນະສຸກ ແລະ ເຂົ້າເຖິງການບໍລິການດ້ານສາ ທາລະນຸປະໂພກດ້ວຍຄຸນນະ ພາບທີ່ດີຂຶ້ນ; ສິ່ງສຳຄັນທີ່ສຸດ ອີກອັນໜຶ່ງແມ່ນເປັນການສະ ໜອງໃຫ້ແກ່ການພັດທະນາ ການທ່ອງທ່ຽວຕື່ມອີກ ເຊື່ອແນ່ ວ່າພາຍຫຼັງການກໍ່ສ້າງໂຄງ ການສຳເລັດ ຈະເປັນການປະ ກອບສ່ວນດຶງດູດນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາໃນເຂດນີ້ ນັບມື້ນັບ ຫຼາຍຂຶ້ນ.

ໂຄງການພັດທະນາ ເຂື່ອນໄຟຟ້ານ້ຳຕົກດອນສະ ໂຮງມີຜົນກະທົບຕໍ່ປະຊາຊົນ ພຽງ 14 ຄອບຄົວເທົ່ານັ້ນ ຊຶ່ງຢູ່ເບື້ອງດອນສະໂຮງ 12 ຄອບຄົວ ແລະ ຢູ່ເບື້ອງດອນ ສະດຳ 2 ຄອບຄົວ ຊຶ່ງທາງ ໂຄງການໄດ້ປຸກເຮືອນຢູ່ຖາວອນ ໃຫ້ ພ້ອມທັງສົ່ງເສີມວິຊາຊີບ ເພື່ອໃຫ້ປະຊາຊົນມີອາຊີບຄົງ ທີ່, ມີລາຍຮັບທີ່ໝັ້ນຄົງ.

ໂຄງການດັ່ງກ່າວ ມີບໍລິ ສັດເມກາເຟີດ ໂກໂປເລເຊິນ (Megafirst) ມາເລເຊຍ ຖື ຮຸ້ນ 80% ແລະ ລັດວິສາຫະ ກິດໄຟຟ້າລາວ ຖືຮຸ້ນ 20%.

 

ແຫລ່ງຂ່າວ:

ປຊຊ

ບົດຄວາມຫຼ້າສຸດ

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...

ມະຕິກອງປະຊຸມສະພາແຫ່ງຊາດກ່ຽວກັບການຮັບຮອງເອົາກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ)

ມະຕິກອງປະຊຸມສະພາແຫ່ງຊາດກ່ຽວກັບການຮັບຮອງເອົາກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ) ມີລາຍລະອຽດດັ່ງນີ້:

ຕັ້ງໃຈ ຫຼື ອຸບັດຕິເຫດ! ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ

ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ ເຮັດໃຫ້ມີຜູ້ເສຍຊີວິດເປັນຈຳນວນຫຼາຍ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 12 ກໍລະກົດ 2025, ໜ່ວຍງານສອບສວນອຸບັດຕິເຫດທາງອາກາດອິນເດຍ (AAIB) ໄດ້ເຜີຍແຜ່ລາຍງານເບື້ອງຕົ້ນກ່ຽວກັບສາເຫດທີ່ເຮັດໃຫ້ເຮືອບິນສາຍການບິນແອອິນເດຍ (Air India) ຖ້ຽວບິນທີ AI171...