Homeຂ່າວເຫດການປະທານສະພາແຫ່ງຊາດ ຢ້ຽມຢາມຟາມງົວຊິ້ນ-ງົວນົມ ລາວ-ຍີ່ປຸ່ນ ຢູ່ແຂວງຊຽງຂວາງ

ປະທານສະພາແຫ່ງຊາດ ຢ້ຽມຢາມຟາມງົວຊິ້ນ-ງົວນົມ ລາວ-ຍີ່ປຸ່ນ ຢູ່ແຂວງຊຽງຂວາງ

Published on

1-1

ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ພ້ອມ ດ້ວຍຄະນະ ແລະ ການນຳຂອງ ແຂວງຊຽງຂວາງ ໄດ້ຢ້ຽມຢາມ ຟາມງົວຊີ້ນ – ງົວນົມ ຂອງ ບໍລິສັດ ພັດທະນາກະສິກຳ ລາວ – ຍີ່ປຸ່ນ ແຂວງຊຽງຂວາງ  ຈຳ ກັດ ຢູ່ທີ່ບ້ານຄັງສີ ເມືອງແປກ ແຂວງຊຽງຂວາງ ເມື່ອວັນທີ 3 ມັງກອນຜ່ານມາ.

ໃນໂອກາດນີ້, ທ່ານ ດາອີ ຈິ ອີໂມຣິ (Daiji IMORY) ປະທານບໍ ລິຫານບໍລິສັດພັດທະນາກະ ສິກຳລາວ-ຍີ່ປຸ່ນ ແຂວງຊຽງ ຂວາງຈຳກັດ ໄດ້ລາຍງານວ່າ: ປະຈຸບັນມີງົວນົມ 250 ໂຕ, ງົວພັນຊີ້ນ 609 ໂຕ,  ຕາມ ແຜນການແລ້ວຈະລ້ຽງງົວ ພັນຊີ້ນ 5.000 ໂຕ, ງົວນົມ 1.000 ໂຕ ປະຈຸບັນກຳລັງປູກ ຫຍ້າ ເພື່ອໃຫ້ພຽງພໍທີ່ຈະນຳ ງົວເຂົ້າມາໃຫ້ຄົບຕາມແຜນ ແລະ ຈະນຳເອົານ້ຳເຊື້ອງົວ ເຂົ້າມາປະສົມພັນ.

ໂອກາດດັ່ງກ່າວ ທ່ານ ນາງ ປານີ ຢາທໍ່ຕູ້ ກໍໄດ້ສະແດງ ຄວາມຍ້ອງຍໍຊົມເຊີຍຕໍ່ການ ມາລົງທຶນຂອງບໍລິສັດພັດທະນາ ກະສິກຳລາວ-ຍີ່ປຸ່ນແຂວງຊຽງ ຂວາງ ຈຳກັດ, ພ້ອມກັນນັ້ນ ທ່ານຍັງມີແຜນທີ່ຈະອະນຸມັດ ດິນໃຫ້ບໍລິສັດສຳປະທານຕື່ມ ອີກ ເນື່ອງຈາກເນື້ອທີ່ດິນຍັງ ໜ້ອຍ ຫຍ້າຍັງບໍ່ພຽງພໍ ຈຳ ເປັນຕ້ອງໄດ້ຂະຫຍາຍເນື້ອທີ່ ດິນປູກຫຍ້າຕື່ມອີກ ແລະ  ສະແດງຄວາມດີໃຈທີ່ບໍລິສັດ ໄດ້ຮັບເອົາປະຊາຊົນໃກ້ຄຽງ ເຂົ້າມາເຮັດວຽກ ຢູ່ຟາມ ເຮັດ ໃຫ້ປະຊາຊົນໄດ້ຮຽນຮູ້ການ ປັບປຸງດິນ, ການປະສົມພັນ ງົວ, ການລ້ຽງງົວແບບທັນສະ ໄໝເຮັດໃຫ້ໄດ້ຮັບປະສິດທິຜົນສູງ.

 

ແຫລ່ງຂ່າວ:

ປຊຊ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...