spot_img
Homeຂ່າວການສຶກສານັກຮຽນລາວໄປສຶກສາຕໍ່ຕ່າງ ປະເທດ

ນັກຮຽນລາວໄປສຶກສາຕໍ່ຕ່າງ ປະເທດ

Published on

image (1)

ໃນຫລາຍປີ ຜ່ານມານີ້ ຕ່າງປະເທສ ໃຫ້ທຶນ ການສຶກສາ ແກ່ ນັກຮຽນລາວ ຫລາຍຂຶ້ນ ໃນ ແຕ່ລະປີ. ວຽດນາມ ເປັນປະເທສ ນໍາໜ້າ ທີ່ໃຫ້ທຶນ ຫລາຍ ກວ່າ ປະເທສອື່ນ. ນອກຈາກ ວຽດນາມ ແລ້ວ ກໍມີ ປະເທສ ຈີນ, ໄທ, ຍີ່ປຸ່ນ, ອອສເຕຣເລັຍ, ຝຣັ່ງເສສ, ເກົາຫລືໃຕ້, ສະຫະຣັຖ ອະເມຣິກາ ແລະ ປະເທສ ອື່ນໆ ໃນໂລກ.

ປີ 2014 ນີ້ ວຽດນາມ ໃຫ້ທຶນ ການສຶກສາ ອີກ 907 ທຶນ ຮວມທັງ ສາຂາ ວິຊາ ວິທຍາສາດ ແລະ ເທັກໂນໂລຈີ 405 ທຶນ. ໃນປີ 2013 ນັກສຶກສາ ລາວ ຮຽນຢູ່ ວຽດນາມ ຈໍານວນ 1,954 ຄົນ, ຮຽນຢູ່ຈີນ 495 ຄົນ, ຢູ່ໄທ 164 ຄົນ, ຢູ່ຍີ່ປຸ່ນ ແລະ ອອສເຕຣເລັຍ ປະເທສ ລະ 48 ຄົນ. ຕາມຣາຍງານ ຂອງ ໜັງສືພິມ VietNamNet Bridge.

ວັນທີ 3 ມິນາ 2014 ກະຊວງ ສຶກສາ ທິການ ແລະກິລາ ຂອງລາວ ຣາຍງານວ່າ ໃນ 4 ປີ ມານີ້ ມີນັກຮຽນ ລາວ ປະມານ 2,900 ຄົນ ໄປຮຽຕໍ່ ຢູ່ ປະເທສ ຕ່າງໆ 26 ປະເທສ. ເວົ້າສະເພາະ ນັກຮຽນ ທີ່ຈະໄປ ສຶກສາຕໍ່ ທີ່ວຽດນາມ ກໍຕ້ອງ ໄດ້ຮຽນ ພາສາວຽດນາມ ຢ່າງໜ້ອຽ 1 ປີ ຢູ່ ມະຫາວິທຍາລັຍ ແຫ່ງຊາດ ຂອງລາວ ກ່ອນ. ນອກຈາກນັ້ນ ທາງການລາວ ຍັງຖືວ່າ ພາສາວຽດນາມ ເປັນພາສາ ຕ່າງປະເທສ ທີ່ໃຊ້ ເຂົ້າຮຽນ ຢູ່ໃນ ໂຮງຮຽນ ມັທຍົມ, ໂຮງຮຽນ ກິນນອນ ຂອງຕົນ.

ໃນຂະນະ ທີ່ ນັກສຶກສາ ລາວ ຈໍານວນ ຫລວງຫລາຍ ຮຽນຢູ່ ຕ່າງປະເທສ ທັງຢູ່ ປະເທສ ທຶນນິຍົມ ແລະ ປະເທສ ສັງຄົມນິຍົມ ຢູ່ນີ້ ຣັຖບາລ ສປປລາວ ກໍໄດ້ ເອົາໃຈໃສ່ ໃນການ ຄຸ້ມຄອງ ເພື່ອໃຫ້ ນັກສຶກສາ ລາວ ທີ່ຮຽນຢູ່ ຕ່າງປະເທສ ເປັນຕົ້ນ ຢູ່ວຽດນາມ, ຈີນ, ໄທ ແລະ ກໍາພູຊາ ນັບຖື ກົດໝາຍ ບ້ານເມືອງ ແລະ ຣະບຽບ ວິໄນ ຂອງໂຮງຮຽນ ທີ່ ຕົນຮຽນຢູ່ ແລະ ພຍາຍາມ ຊຸກຍູ້ ໃຫ້ ພວກເຂົາເຈົ້າ ຕັ້ງໃຈ ສຶກສາ ຮໍ່າຮຽນ ໃຫ້ສໍາເຣັດ ໄປດ້ວຍດີ.

ເວົ້າສະເພາະ ຢູ່ ວຽດນາມ ກົມ ຮັບຜິດຊອບ ນັກສຶກສາ ກະຊວງ ສຶກສາທິການ ແລະ ກິລາ ຂອງລາວ ຈະເຮັດໃຫ້ ນັກສຶກສາ ລາວ ທັງໝົດ ທີ່ອາໄສ ຢູ່ ແລະ ກໍາລັງ ສຶກສາ ຢູ່ນັ້ນ ເຂົ້າໃຈ ເຖິງສິດທິ ພິເສດ ທີ່ ພວກເຂົາເຈົ້າ ໄດ້ຮັບ ແລະ ການ ຕອບສນອງ ຢ່າງຖືກຕ້ອງ ດ້ວຍການ ໝັ່ນສຶກສາ ຮໍ່າຮຽນ ແລະ ປະຕິບັດ ຕາມກົດ ຣະບຽບ ກົດໝາຍ ຂອງປະເທສ ທີ່ຮັບເອົາ ພວກເຂົາເຈົ້າ ໄປຮໍ່າຮຽນ ໂດຍ ຈະຮ່ວມມື ກັບ ມະຫາວິທຍາລັຍ ແລະ ສະຖາບັນ ການສຶກສາ ຕ່າງໆ ເພື່ອ ໃຫ້ແນ່ໃຈ ວ່າ ນັກສຶກສາ ລາວ ຮຽນໜັກ ແລະ ນໍາເອົາ ຄວາມຮູ້ ທີ່ ພວກເຂົາເຈົ້າ ໄດ້ ຮຽນມານັ້ນ ໄປໃຊ້ຢູ່ ປະເທສ ຂອງຕົນ. ທັ້ງນີ້ ກໍຍ້ອນວ່າ ທາງກົມ ໄດ້ຮັບຄໍາ ທັກທ້ວງ ຫລາຍ ກ່ຽວກັບ ພຶດຕິກັມ ອັນບໍ່ດີ ຂອງ ນັກສຶກສາ ລາວ ຮວມທັງ ບໍ່ເອົາ ໃຈໃສ່ນໍາ ການຮຽນ ແລະ ໄປ ເສັຍເວລາ ນໍາສິ່ງທີ່ ບໍ່ເປັນ ປະໂຫຍດ.

ກ່ຽວກັບ ເຣື່ອງ ທີ່ວ່ານີ້ ຊາວ ນະຄອນຫລວງ ວຽງຈັນ ທ່ານນຶ່ງ ເວົ້າເຖິງ ມາຕການ ທີ່ມີຕໍ່ ນັກສຶກສາ ນັ້ນ ໃນວັນທີ 4 ມິນາ 2014 ນີ້ວ່າ:

“ເຈົ້າຮຽນ ບໍ່ໄດ້ເຂົາ ສົ່ງມາໂລດໃດ ເຂົາບໍ່ໄດ້ ສົນໃຈ ເຈົ້າໃດ ລູກໃຜ ຫລານໃຜ ກະຢ່າໃດ ເຈົ້າຊິເປັນ ນັກຫລອກ ນັກເລງ ນີ້ບໍ່ໄດ້ໃດ”.

ຢ່າງໃດ ກໍຕາມ ຂະນະນີ້ ຣັຖບາລ ສປປລາວ ກໍາລັງ ພຍາຍາມ ເຮັດໃຫ້ ການພັທນາ ຊັພຍາກອນມະນຸດ ສອດຄ່ອງ ກັບ ຍຸທສາດ ແຫ່ງ ການພັທນາ ແລະ ໂຄງປະກອບ ເສຖກິດ ຂອງປະເທສ ກໍຄືຄວາມ ຮຽກຮ້ອງ ຕ້ອງການ ຂອງການ ເຊື່ອມໂຍງ ໃນກຸ່ມ ອາຊຽນ ແລະ ເຊື່ອມໂຍງ ກັບ ສາກົນ. ພ້ອມກັນນັ້ນ ກໍເພື່ອເຮັດ ໃຫ້ບັນລຸ ແຜນພັທນາ ການສຶກສາ ແລະ ແຜນປະຕິຮູບ ການສຶກສາ ຣະຍະ 2 ກໍຄື ສູ້ຊົນ ຈັດຕັ້ງ ປະຕິບັດ ບັນດາ ກິຈກັມ ໃນ 3 ແຜນງານ ການສຶກສາ ເຊັ່ນ: ການຂຍາຍ ການສຶກສາ ເດັກນ້ອຍ ກ່ອນວັຍຮຽນ ສໍາລັບ ເດັກອາຍຸ 5 ປີ ດ້ວຍຮູບແບບ ການຮຽນ ໃນໂຮງຮຽນ ອະນຸບານ, ຫ້ອງກຽມ ປະຖົມ ແລະ ການຈັດກຸ່ມ ການຫລິ້ນ ເພື່ອຮຽນ ຂອງຊຸມຊົນ, ປັບປຸງ ການເລື່ອນ ຂັ້ນຂອງ ຊັ້ນປະຖົມ ແລະ ມັທຍົມ ຕອນຕົ້ນ; ເອົາໃຈໃສ່ ເພີ່ມການ ເຂົ້າຮຽນ ໃນຂັ້ນ ມ.5 ຫາ ມ.7; ສ້າງມາຕຖານ ໃໝ່ ສໍາລັບ ໂຄງສ້າງ ຫລັກສູດ ການສຶກສາ ເຕັກນິກ ວິຊາຊີບ, ການຝຶກ ອົບຮົມ ວິຊາຊີບ ແລະອື່ນໆ ດັ່ງທີ່ ທາງການລາວ ກໍານົດ ເອົາໄວ້ ຢູ່ໃນແຜນ ພັທນາ ເສຖກິດ -ສັງຄົມ ແຫ່ງຊາດ ສົກປີ 2013-2014.

ເພື່ອເຮັດໃຫ້ ແຜນ ພັທນາ ການສຶກສາ ແລະ ແຜນ ປະຕິຮູບ ການສຶກສາ ຣະຍະ 2 ທີ່ວ່ານັ້ນ ບັນລຸ ຜົລສໍາເຣັດ ໄດ້ນັ້ນ ແນ່ນອນ ຈະອາສັຍ ແຕ່ ງົບປະມານ ຂອງ ທາງການລາວ ທີ່ມີໜ້ອຍ ແລະ ທັງຂາດດຸນ ມາ ໂດຍຕລອດ ຊຶ່ງ ໃນຄາດໝາຍ ສໍາຄັນ ຂອງແຜນການ ພັທນາ ເສຖກິດ ສັງຄົມ ສົກປີ 2012-2013 ທີ່ວ່າ ຈະເຮັດໃຫ້ ຂາດດຸນ ງົບປະມານ 4,037 ຕື້ກີບນັ້ນ ມີການ ວິພາກ ວິຈານ ກັນວ່າ ຍາກທີ່ສຸດ ຫລືອາຈ ເປັນໄປບໍ່ໄດ້ ທີ່ ຈະເຮັດໃຫ້ ແຜນການນັ້ນ ປະສົບ ຜົລສໍາເຣັດ ຖ້າ ຕ່າງປະເທສ ບໍ່ໃຫ້ການ ຊ່ວຍເຫລືອ.

ໃນຈໍານວນ 26 ປະເທສ ທີ່ໃຫ້ການ ຊ່ວຍເຫລືອ ທາງດ້ານ ການສຶກສາ ຄືທີ່ ເວົ້າມານັ້ນ ໃນວັນທີ 4 ມິນາ ນີ້ ກໍມີຂ່າວວ່າ ຣັຖບານ ຍີ່ປຸ່ນ ໄດ້ ອະນຸມັດ ທຶນຊ່ວຍເຫລືອ ລາວ 3 ໂຄງການ ເປັນມູນຄ່າ 240 ຕື້ກີບ ຫລື ປະມານ 30 ລ້ານໂດລາ ເພື່ອໃຊ້ເຂົ້າ ໃນການ ປັບປຸງ ການສຶກສາ ຂັ້ນມັທຍົມ, ການບໍຣິຫານ ຈັດການ ຂີ້ເຫຍື້ອ ແລະ ຍົກຣະດັບ ການ ພຍາກອນ ອາກາດ ຮວມທັງການ ບໍຣິຫານ ຈັດການເຣື້ອງ ພັຍນໍ້າ ຖ້ວມ ນໍາດ້ວຍ. ໃນນັ້ນ ເງີນຈຳນວນ 10 ລ້ານໂດລາ ແມ່ນເພື່ອໃຊ້ ໃນການ ປັບປຸງ ການສືກສາ ຂັ້ນມັທຍົມ ທີ່ ແຂວງ ສາຣະວັນ ເຊກອງ ແລະ ອັດຕະປື ໂດຍທີ່ ຈະຂຍາຍ ແລະ ປັບປຸງ ໂຮງຮຽນ ມັທຍົມ ຕົ້ນ 45 ແຫ່ງ, ໂຮງຮຽນ 235 ຫ້ອງ ຈະມີ ໂຕະຕັ່ງ, ຫ້ອງສມຸດ, ຫ້ອງວິຈັຍ ແລະ ຈະສ້າງ ຫໍພັກ ນັກຮຽນ 3 ຫລັງ ໃຫ້ນໍາດ້ວຍ.

ທີ່ມາ http://www.rfa.org

ບົດຄວາມຫຼ້າສຸດ

ເຮືອໂດຍສານຫຼົ້ມ ທີ່ປະເທດໄນຈີເຣຍ ເສຍຊີວິດ 60 ຄົນ ເຊິ່ງມີການບັນຈຸຜູ້ໂດຍສານຫຼາຍກວ່າ 100 ຄົນ

ເສຍຊີວິດ 60 ຄົນ ເຫດການເຮືອໂດນສານຫຼົ້ມທີ່ປະເທດໄນຈີເຣຍ ຜູ້ເສຍຊີວິດສ່ວນຫຼາຍແມ່ນຜູ້ຍິງ ແລະ ເດັກນ້ອຍ. ໃນວັນທີ 02 ກັນຍາ 2025 ທີ່ຜ່ານມາ, ເກີດເຫດເຮືອໂດຍສານຫຼົ້ມ ປະເທດໄນຈີເຣຍ, ເນື່ອງຈາກເຮືອໄດ້ຕໍາກັບຕໍໄມ້ທີ່ຢູ່ໃນນ້ໍ້າ...

ຮັບຮອງເປັນມໍຣະດົກແຫ່ງຊາດ ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ ມີຄວາມສຳຄັນໃນລະດັບພູມິພາກອາຊີຕາເວັນອອກສ່ຽງໃຕ້

ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ, ຖືກຮັບຮອງເປັນມໍຣະດົກແຫ່ງຊາດ ຕາມຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ. ເມື່ອວັນທີ 11 ສິງຫາ 2025 ທີ່ຜ່ານມາ, ວ່າດ້ວຍການຮັບຮອງເອົາມໍຣະດົກແຫ່ງຊາດລະດັບຊາດ ດ້ານວັດທະນະທຳ, ປະຫວັດສາດ...

ລາວເປັນປະເທດທີ່ມີຄວາມສະຫງົບ ໂດຍຖືກຈັດຢູ່ອັນດັບທີ 10 ປະເທດທີ່ສະຫງົບສຸກ ແລະ ສັນຕິພາບທີ່ສຸດໃນອາຊີ ປະຈຳປີ 2025

ລາວຖືກຈັດຢູ່ ອັນດັບທີ່ 10 ປະເທດທີ່ສັນຕິພາບທີ່ສຸດໃນອາຊີ ຕາມລາຍງານ ດັດຊະນີສັນຕິພາບໂລກ (GPI) 2025 ສະບັບລ້າສຸດ ທີ່ອອກໂດຍ ສະຖາບັນເສດຖະກິດແລະສັນຕິພາບ (IEP). (GPI) 2025 ສະບັບລ້າສຸດ...

ສາຍກິນດິບໃຫ້ລະວັງ! ພະຍາດໃບໄມ້ໃນປອດທີ່ເກີດຈາກການກິນດິບ ໂດຍສະເພາະເມນູກຸ້ງເຕັ້ນ ແລະ ປູດິບຈາກແຫຼ່ງນໍ້າຈືດ

ພະຍາດໃບໄມ້ໃນປອດ ເກີດຈາກການກິນອາຫານດິບ ແລະ ສຸຂະອະນາໄມໃນການປຸງແຕ່ງອາຫານ ສາຍກິນດິບຄວນລະວັງ, ເມື່ອບໍ່ດົນມານີ້,ມີກໍລະນີເດັກນ້ອຍອາຍຸ 14 ປີ ຈາກ ສ.ເກົາຫຼີ ທີ່ມັກກິນກຸ້ງສົດ ແລະ ປູສົດນໍ້າຈືດ ມີອາການຫາຍໃຈລໍາບາກ, ໄອມີເສມຫະ...