HomeມູມໄອທີລາວAcer ເປີດໂຕສະມາດໂຟນເຮືອທຸງ Liquid Jade Primo ທີ່ໃຊ້ງານລະບົບປະຕິບັັດການ Windows 10

Acer ເປີດໂຕສະມາດໂຟນເຮືອທຸງ Liquid Jade Primo ທີ່ໃຊ້ງານລະບົບປະຕິບັັດການ Windows 10

Published on

image

image

ເຖິງວ່າຕອນນີ້ລະບົບປະຕິບັດການ Windows Mobile ຈະຍັງບໍ່ທັນເປັນທີ່ນິຍົມກັນເທື່ອກໍເພາະວ່າມີຕອນນີ້ຢູ່ໃນລະຫວ່າງການປັບປຸງປ່ຽນແປງຊ໋ອບແວຣພາຍໃຕ້ຄວາມຮັບຜິດຊອບຂອງ Microsoft ກໍຕາມ, ແຕ່ສິ່ງທີ່ໜ້າສົນໃຈກໍຄືມີຜູ້ຜະລິດສະມາດໂຟນບໍ່ວ່າຈະເປັນ ບໍລິສັດໃຫຍ່ຫຼືນ້ອຍ ທີ່ທະຍອຍພາກັນເປີດໂຕສະມາດໂຟນທີ່ໃຊ້ງານລະບົບປະຕິບັດການ Windows Mobile ອອກມາກັນເລື້ອຍໆ ເຊິ່ງທາງ Microsoft ເອງກໍໄດ້ເປີດໂຕໄປກ່ອນໜ້ານີ້ແລ້ວນັ້ນກໍຄື Lumia 950 ແລະ Lumia 950 XL ແລະຫຼ້າສຸດນີ້ເອງ Acer ກໍໄດ້ເປີດໂຕສະມາດໂຟນເຮືອທຸງລຸ້ນໃໝ່ໃນງານ CES ນັ້ນກໍຄື Liquid Jade Primo
image

ສຳລັບສະເປັກຂອງ Liquid Jade Primo ມີດັ່ງນີ້:
– ໃຊ້ງານລະບົບປະຕິບັດການ Windows 10 Mobile
– ໃຊ້ໜ້າຈໍ AMOLED ຂະໜາດ 5.5 ນິ້ວ ຄວາມລະອຽດ 1080×1920 (FULL HD)
– ໃຊ້ງານຊິບປະມວນຜົນ Snapdragon 808
– ROM 32 GB
– RAM 3 GB
– ກ້ອງຫຼັງ 21 ລ້ານພິກເຊວ ພ້ອມກັບແຟລັດ LED ຄູ່
– ກ້ອງໜ້າ 8 ລ້ານພິກເຊວ
– ພອຣດ USB Type C
– ສະໜັັບສະໜູນລູກຫຼິ້ນ Continuum ຄືກັບ Lumia 950
– ລາຄາເລີ່ມຕົົ້ນຢູ່ທີ່ $620 (5.050.000 ກີບ) ແລະ ຄາດວ່າຈະເລີ່ມຂາຍໃນຊ່ວງທ້າຍເດຶອນກຸມພານີ້
*Continuum ເປັນການຕໍ່ສະມາດໂຟນເຂົ້າກັບ Display Dock ແລະ ຕໍ່ກັບຄີບອຣດ, ເມົົ້າ, ໜ້າຈໍພາຍນອກ ເພື່ອໃຊ້ງານຄ້າຍຄືກັບ PC ອີກເຄື່ອງໜຶ່ງ
image

image

ທີ່ມາ: phonearena

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...