spot_img
Homeຂ່າວພາຍ​ໃນຫວັງຈະລັກເອົາໄມ້ໄປຂາຍແຕ່ໄປບໍ່ລອດ

ຫວັງຈະລັກເອົາໄມ້ໄປຂາຍແຕ່ໄປບໍ່ລອດ

Published on

971346_253739374765414_1256695158_n
ໄມ້ອາຍັດຢູ່ກອງກວດກາປ່າໄມ້ ຊາຍໜຸ່ມຄົນນີ້ຫວັງເຂົ້າໄປລັກແຕ່ບໍ່ຫວິດມືເຈົ້າໜ້າທີ່

——————————————-
ຕາມການລາຍງານຂອງທ່ານ ຮ້ອຍໂທ ຄຳສິງ ໄຊຍະລາດ ຫົວໜ້າໜ່ວຍງານສອບສວນຄະດີອາຍາ ທີ່ຂຶ້ນກັບກອງບັນຊາການ ປກສ ເມືອງໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໄດ້ເປີດເຜີຍໃຫ້ຮູ້ວ່າ: ໃນຄັ້ງວັນທີ 8/4/2013 ເຈົ້າໜ້າທີ່ກອງກວດກາປ່າໄມ້ແຂວງ (ຫຼັກ 6) ໄດ້ມາແຈ້ງໃຫ້ເຈົ້າໜ້າທີ່ ປກສ ກຸ່ມ 4 ວ່າ: ໃນຄັ້ງວັນທີ 7/4/2013 ໄດ້ມີຜູ້ຮ້າຍບໍ່ຮູ້ຈຳນວນ ເຂົ້າມາລັກໄມ້ແປຮູບ ທີ່ອາຍັດໄວ້ຢູ່ທີ່ເດີ່ນຫ້ອງການ.

ເມື່ອໄດ້ຮັບແຈ້ງເຫດຄືດັ່ງກ່າວ ທາງເຈົ້າໜ້າທີ່ ປກສ ເມືອງໄກສອນພົມວິຫານ ຮ່ວມກັບ ປກສ ກຸມບ້ານທີ 4 ເຂດໂພນສະຫວ່າງ ໄດ້ພ້ອມກັນລົງສົມທົບກັບກອງກວດກາ ເພື່ອເບິ່ງກ້ອງວົງຈອນປິດ, ເມື່ອເຫັນໜ້າຄົນຮ້າຍ ຈຶ່ງໄດ້ພ້ອມກັນລົງຕິດຕາມ ແລະສາມາດຈັບກຸມໄດ້ 1 ຄົນ, ພ້ອມຂອງກາງ ເປັນໄມ້ຂະຍູງຈຳນວນໜຶ່ງ ພໍເຈົ້າໜ້າທີ່ສອບສວນຈຶ່ງຮູ້ວ່າ ທ້າວ ປານີ ອາຍຸ 25 ປີ, ອາຊີບວ່າງງານ ຢູ່ບ້ານໂພນສະຫວ່າງເໜືອ ເມືອງໄກສອນພົມວິຫານ ແຂວງ ສະຫວັນນະເຂດ ໄດ້ຮັບສາລະພາບວ່າ: ກ່ອນປີໃໝ່ ຕົນເອງພ້ອມດ້ວຍໝູ່ອີກ 2 ຄົນ, ໄດ້ເຂົ້າໄປລັກເອົາໄມ້ຂະຍູງ ຢູ່ກອງກວດກາປ່າໄມ້ແຂວງ (ຫຼັກ 6) ຈຳນວນ 5 ເທື່ອ ໄດ້ເທື່ອລະ 2-3 ທ່ອນ, ໂດຍໃຊ້ລົດຈັກ ເປັນພາຫະນະ, ເພື່ອເອົາໄປຂາຍ ແລ້ວເອົາເງິນມາປັນກັນ ຄັ້ງທີໜຶ່ງ ໄດ້ເງິນ 60.000 ກີບ, ຄັ້ງທີສອງ ໄດ້ 45.000 ກີບ, ສ່ວນຄັ້ງທີສາມ ແລະຄັ້ງທີສີ່ ແມ່ນບໍ່ໄດ້ເງິນ ເພາະໄມ້ຂາຍບໍ່ໄດ້ ມັນບໍ່ແມ່ນໄມ້ຂະຍູງ ແລະຄັ້ງສຸດທ້າຍ ໄດ້ເງິນ 80.000 ກີບ.
ຕາມທັດສະນະຂອງເຈົ້າໜ້າທີ່ເຫັນວ່າ: ການໃຫ້ປາກຄຳຄັ້ງນີ້ຂອງ ທ້າວ ປານີ ຍັງມີລັກສະນະປິດບັງ ແລະເຈົ້າໜ້າທີ່ຍັງຈະມີການສອບສວນ ອີກຄັ້ງໃໝ່, ສ່ວນໝູ່ຂອງທ້າວ ປານີ ອີກ 2 ຄົນທີ່ກຳລັງຫຼົບໜີ ເຈົ້າໜ້າທີ່ກຳລັງຕິດຕາມຕົວທັງສອງ ເພື່ອມາດຳເນີນຄະດີ ຄາດວ່າຍັງອີກບໍ່ພໍເທົ່າໃດວັນ ຄົງຈະໄດ້ຕົວ.

ຕາມການກວດກາຂອງເຈົ້າໜ້າທີ່ກອງກວດກາປ່າໄມ້ແຂວງ ໄດ້ໃຫ້ຮູ້ວ່າ: ຈຳນວນໄມ້ທີ່ຂາດໄປໃນບັນຊີໄມ້ອາຍັດທັງໝົດ ຈຳນວນ 30 ກວ່າທ່ອນ, ຕົກເປັນມູນຄ່າທັງໝົດ 30 ລ້ານກວ່າກີບ.

ຂອບໃຈຂໍ້ມູນຈາກ: ໂທລະໂຄງ

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...