Homeຂ່າວຕ່າງປະເທດກຸ່ມນາໂຕ້ວາງແຜນ ສົ່ງເຮືອບິນສຳຫລວດ ໄປປະເທດຕວກກີ ທ່າມກາງຄວາມຂັດແຍ່ງກັບຣັດເຊຍ!

ກຸ່ມນາໂຕ້ວາງແຜນ ສົ່ງເຮືອບິນສຳຫລວດ ໄປປະເທດຕວກກີ ທ່າມກາງຄວາມຂັດແຍ່ງກັບຣັດເຊຍ!

Published on

aHR0cDovL3BlMS5pc2Fub29rLmNvbS9ucy8wL3VkLzM4NC8xOTIyMjk4LzY2ODIxMy0wMS5qcGc=

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 28 ທັນວາຜ່ານມານີ້ວ່າ ອົງການສົນທິສັນຍາປ້ອງກັນແອັດແລນຕິກເໜືອ ຫລື ນາໂຕ້ (NATO) ວາງແຜນສົ່ງເຮືອບິນສຳຫລວດ AWACS ໄປປະເທດຕວກກີ ທ່າມກາງສະພາວະຄວາມເຄັ່ງຕຶງ ລະຫວ່າງຕວກກີ ແລະ ຣັດເຊຍ ໂດຍອ້າງເພື່ອສອດສ່ອງກວດກາ ສະພາບການພາຍໃນພາກພື້ນ ຊຶ່ງເປັນໜຶ່ງໃນມາດຕະການ ປົກປ້ອງປະເທດຕວກກີ ຊຶ່ງເປັນປະເທດສະມາຊິກຂອງຕົນ.

ທັງນີ້ ການປະກາດແຜນການດັ່ງກ່າວ ແມ່ນບໍ່ໄດ້ລະບຸເຖິງລາຍລະອຽດ ເຖິງວິທີການ ຈຳນວນ ແລະ ໄລຍະເວລາທີ່ຈະສົ່ງເຂົ້າໄປ ແຕ່ຢ່າງໃດ.

 

ບົດຄວາມຫຼ້າສຸດ

ນວ ພົບການສໍ້ລາດບັງຫຼວງ ທັງໝົດ 31 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ໃນນີ້ມີສວຍໃຊ້ຕຳແໜ່ງ 12 ຄົນ

ກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2021-2025) ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IV ຈັດຂຶ້ນວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ວັນໄຊ...

ເປີດຕົວປຶ້ມໃໝ່ “ປະເທດທີ່ຍິ່ງໃຫຍ່ສ້າງໄດ້ໂດຍຜູ້ນຳທີ່ດີ” ໂດຍ ທ່ານ ດຣ. ອານຸລັກ ກິດຕິຄຸນ

ໃນວັນທີ 3 ພະຈິກ 2026 ທີ່ຜ່ານມາ ຢູ່ ສູນຮ່ວມມືລາວ-ສິງກະໂປ ນະຄອນຫຼວງວຽງຈັນ ທ່ານ ດຣ. ອານຸລັກ ກິດຕິຄຸນ ຜູ້ອຳນວຍການໃຫຍ່ ແລະ...

ປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ...

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...