spot_img
Homeຂ່າວການສຶກສາເມືອງສັງທອງປະກາດ ໂຮງຮຽນມັດທະຍົມສົມບູນ 5 ແຫ່ງ ເປັນໂຮງຮຽນປອດສິ່ງເສບຕິດ!

ເມືອງສັງທອງປະກາດ ໂຮງຮຽນມັດທະຍົມສົມບູນ 5 ແຫ່ງ ເປັນໂຮງຮຽນປອດສິ່ງເສບຕິດ!

Published on

f2e3a40b57046d0b9bbcaa00fadf1c10

ພິທີ​ປະກາດ​ເປັນ​ໂຮງຮຽນປອດ​ສິ່ງ​ເສບ​ຕິດ ຊັ້ນ​ມັດທະຍົມສຶກ​ສາ​ສົມບູນ (​ມສ) 5 ແຫ່ງ ທົ່ວ​ເມືອງ​ສັງ​ທອງ ນະຄອນຫຼວງວຽງ​ຈັນ ມີ​ຂຶ້ນ​ໃນ​ອາທິດ​ຜ່ານ​ມາ ທີ່​ໂຮງຮຽນ ​ມສ ສີ​ທອງ ມີ​ທ່ານ ຊົມ​ພູ ແກ້ວ​ປັນຍາ ຫົວໜ້າ​ພະແນກ​ສຶກ​ສາ​ທິ​ການ ແລະ ກີລາ ນະຄອນຫຼວງ ທ່ານ​ຮອງ​ເຈົ້າເມືອງ​ສັງ​ທອງ ຄະນະ​ກວດກາຄວບ​ຄຸມ​ຢາ​ເສບ​ຕິດ​ນະຄອນຫຼວງ ຫົວໜ້າ​ຫ້ອງການ​ສຶກ​ສາ​ທິ​ການ ແລະ ກີລາ​ເມືອງ ບັນດາ​ຄູ-ອາຈານ ແລະ ນັກຮຽນ​ເຂົ້າ​ຮ່ວມ.

ໂຮງຮຽນ​ປອດ​ສິ່ງ​ເສບ​ຕິດ ຊັ້ນມັດທະຍົມ​ສຶກ​ສາ​ສົມບູນ 5 ແຫ່ງ ປະກອບ​ມີ​ໂຮງຮຽນ ​ມສ ປາກຕອນ ມີ​ນັກຮຽນ​ທັງ​ໝົດ 551 ຄົນ ຍິງ 259 ຄົນ ສາມາດ​ຕີ​ລາຄາເປົ້າ​ໝາຍ​ກຸ່ມ​ເສບ ແລະ ກຸ່ມ​ສ່ຽງ 99% ໂຮງຮຽນ ​ມສ ນ້ຳ​ສັງ ມີນັກຮຽນ​ທັງ​ໝົດ 559 ຄົນ ຍິງ 233 ຄົນ ສາມາດ​ຕີ​ລາຄາ​ເປົ້າໝາຍ​ກຸ່ມ​ເສບ ແລະ ກຸ່ມ​ສ່ຽງ 97,76% ໂຮງຮຽນ ​ມສ ສັງ​ໄຊ ມີ​ນັກຮຽນ​ທັງ​ໝົດ 345 ຄົນ ຍິງ 151 ຄົນ ສາມາດ​ຕີ​ລາຄາ​ເປົ້າໝາຍ​ກຸ່ມ​ເສບ ແລະ ກຸ່ມ​ສ່ຽງ 97,46% ໂຮງຮຽນ ​ມສ ນາທຽມ ມີ​ນັກຮຽນ​ທັງ​ໝົດ 536 ຄົນ ຍິງ 325 ຄົນ ສາມາດ​ຕີ​ລາຄາ​ເປົ້າ​ໝາຍ​ກຸ່ມ​ເສບ ແລະ ກຸ່ມສ່ຽງ 99% ແລະ ໂຮງຮຽນ ​ມສ ສີ​ທອງ ມີ​ນັກຮຽນ​ທັງ​ໝົດ 538 ຄົນ ຍິງ 266 ຄົນ ສາມາດ​ຕີ​ລາຄາ​ເປົ້າ​ໝາຍ​ກຸ່ມ​ເສບ ແລະ ກຸ່ມສ່ຽງ 97,03% ການ​ປູກ​ຈິດ​ສຳນຶກ​ໃຫ້​ນັກຮຽນ​ຮູ້ຈັກ​ຜົນ​ຮ້າຍ​ຂອງ​ສິ່ງ​ເສບ​ຕິດ ເຝິກອົບຮົມ​ການ​ນຳໃຊ້ ແລະ ຫຼີ້ນ​ເປຍ​ໂນ ສ້າງ​ເດີ່ນກີລາ​ປະເພດ​ຕ່າງໆ ສິລະ​ປະ​ໂຮງຮຽນ ຈັດ​ກິດຈະກຳ​ຖາມ-ຕອບຄຳ​ຖາມ​ວິທະຍາສາດ ແລະ ໄດ້ແຕ່ງຕັ້ງ​ທີມ ​ອພສພ ປະຈຳ​ໂຮງຮຽນ ສາຍ​ວີ​ດີ​ໂອ​ໃຫ້​ນັກຮຽນ​ຮູ້ຜົນ​ຮ້າຍ​ຂອງ​ສິ່ງ​ເສບ​ຕິດ ໃນ​ແຕ່ລະ​ເດືອນ​ໂຮງຮຽນ ​ມສ 5 ແຫ່ງ ໄດ້​ມີ​ການ​ຖອດ​ຖອນ​ບົດຮຽນ ທັງປະ​ເມີນ​ໃນ​ການຈັດຕັ້ງ​ປະຕິບັດການ​ສະກັດ​ກັ້ນ ແລະ ຕ້ານ​ສິ່ງເສບ​ຕິດ​ເຫັນ​ວ່າ​ສະພາບ​ພາຍ​ໃນ ໂຮງຮຽນ​ມີ​ຄວາມ​ສະຫງົບ​ດີ ຄູ ອາຈານ ແລະ ນັກຮຽນ​ມີ​ຄວາມສາມັກຄີ​ຊ່ວຍເຫຼືອ​ເຊິ່ງ​ກັນ ແລະ ກັນ ເຮັດ​ໃຫ້ການ​ສອນ​ດີ​ຂຶ້ນ​ເປັນເທື່ອ​ລະ​ກ້າວ ແລະ ຕໍ່​ອຳນາດການ​ປົກຄອງ​ກໍ່​ໄດ້​ປະສານ​ສົມທົບ​ກັນ​ເປັນ​ຢ່າງ​ດີ ສະນັ້ນ ຕາມການ​ປະ​ເມີນ 5 ໂຮງຮຽນ​ແມ່ນໄດ້​ຕາມ​ເປົ້າ​ໝາຍ​ທີ່​ວາງ​ອອກ.

 

ແຫລ່ງຂ່າວ:

ວຈໝ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...