Homeຂ່າວການພັດທະນາໜັງສືພິມພາສາຕ່າງປະເທດ ແລະ ກຸ່ມສື່ມວນຊົນຢຸນນານ ຮ່ວມມືວຽກງານຂໍ້ມູນຂ່າວສານ

ໜັງສືພິມພາສາຕ່າງປະເທດ ແລະ ກຸ່ມສື່ມວນຊົນຢຸນນານ ຮ່ວມມືວຽກງານຂໍ້ມູນຂ່າວສານ

Published on

6-1

ໜັງສືພິມພາສາຕ່າງ ປະເທດໄດ້ຮ່ວມມືກັບກຸ່ມສື່ມວນຊົນ ແຂວງຢຸນນານ ສປ ຈີນ ໃນການແລກປ່ຽນຂໍ້ມູນຂ່າວ ສານດ້ານການພັດທະນາເສດຖະກິດ, ວັດທະນະທຳ – ສັງຄົມ ແລະ ພັດທະນາບຸກຄະລາກອນ.
ພິທີເຊັນສັນຍາການຮ່ວມມືລະຫວ່າງໜັງສືພິມພາສາ ຕ່າງປະເທດ ແລະ ກຸ່ມສື່ມວນຊົນ ແຂວງຢຸນນານ ສປ ຈີນ ໄດ້ ຈັດຂຶ້ນເມື່ອວັນທີ 23 ທັນວານີ້ ທີ່ໂຮງແຮມດອນ ຈັນພາ ເລດ ນະຄອນຫຼວງວຽງຈັນ ຮ່ວມລົງ ນາມໃນຄັ້ງນີ້, ຕາງໜ້າໜັງສືພິມ ພາສາຕ່າງປະເທດແມ່ນທ່ານ ທອງຫຼໍ່ ດວງສະຫວັດ ຫົວໜ້າ ບັນນາທິການໜັງສືພິມພາສາ ຕ່າງປະເທດ ແລະ ຕາງໜ້າ ກຸ່ມສື່ມວນຊົນແຂວງຢຸນນານ ສປ ຈີນ ແມ່ນທ່ານ ຈູ້ອີ ຮອງ ບັນນາທິການໃຫຍ່ກຸ່ມສື່ມວນ ຊົນແຂວງຢຸນນານ ສປ ຈີນ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສະຫວັນຄອນ ຣາຊ ມຸນຕຣີ ລັດຖະມົນຕີຊ່ວຍວ່າ ການກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ ກວນຫົວປິງ ເອກອັກຄະ ລັດຖະທູດວິສາມັນຜູ້ມີອຳ ນາດເຕັມແຫ່ງ ສປ ຈີນ ປະຈຳ ລາວ, ບັນດາຫົວໜ້າກົມ, ຮອງ ກົມແຂກຖືກເຊີນ ແລະ ພາກ ສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນການຮ່ວມມືກັນຄັ້ງນີ້ ສອງຝ່າຍຈະໄດ້ມີການແລກປ່ຽນ ຂໍ້ມູນຂ່າວສານດ້ານການພັດ ທະນາເສດຖະກິດ – ວັດທະນະທຳ ແລະ ສັງຄົມຕ່າງໆຂອງກັນ ແລະ ກັນ ໃນນັ້ນໄດ້ ຮ່ວມມືກັນ ໃນການພັດທະນາບຸກຄະລາ ກອນ ແລະ ພັດທະນາສື່ຂອງ ຕົນໃຫ້ກວ້າງຂວາງ, ວ່ອງໄວ, ທົ່ວເຖິງ ແລະ ເທົ່າທຽມກັບສື່ອື່ນໆ ໃນພາກພື້ນ ແລະ ໃນໂລກ.
ໂອກາດດັ່ງກ່າວກຸ່ມສື່ ມວນຊົນ ແຂວງຢຸນນານ ສປ ຈີນ ຍັງໄດ້ມອບເຄື່ອງຊ່ວຍ ເຫຼືອໃຫ້ໜັງສືພິມ ປະຊາຊົນ ສຽງຂອງສູນກາງພັກ ປະຊາ ຊົນ ປະຕິວັດລາວ ຊຶ່ງແມ່ນ ທ່ານ ຈູ້ອີ ຮອງບັນນາທິການ ໃຫຍ່ ກຸ່ມສື່ມວນຊົນແຂວງຢຸນ ນານ ສປ ຈີນ ເປັນຜູ້ກ່າວມອບ ແລະ ທ່ານ ສີວຽງແຂກ ກອນນິ ວົງ ຫົວໜ້າບັນນາທິການໜັງສື ພິມປະຊາຊົນເປັນ ຜູ້ກ່າວຮັບ  ການຊ່ວຍເຫຼືອຂອງກຸ່ມສື່ມວນ ຊົນແຂວງຢຸນນານ ສປ ຈີນ ໃຫ້ ແກ່ໜັງສືພິມ ປະຊາຊົນ ໃນຄັ້ງ ນີ້ ແມ່ນປະຕິບັດຕາມເນື້ອໃນ ຈິດໃຈຂອງບົດບັນທຶກຊ່ວຍຈຳ ລະ ຫວ່າງໜັງສືພິມ ປະຊາຊົນ ແລະ ກຸ່ມສື່ມວນຊົນ ແຂວງຢຸນ ນານ ສປ ຈີນ ໃນເດືອນຕຸລາ 2014 ທີ່ແຂວງຢຸນນານຜ່ານ ມາ, ການຊ່ວຍເຫຼືອດັ່ງກ່າວ ນັ້ນແມ່ນມີຄຸນຄ່າສູງ ຊຶ່ງ ເປັນ ການປະກອບສ່ວນເຂົ້າໃນ ການເສີມຂະຫຍາຍສາຍພົວ ພັນຮ່ວມມືຮອບດ້ານລະຫວ່າງ ສປປ ລາວ – ສປ ຈີນ ເວົ້າ ລວມເວົ້າສະເພາະແມ່ນການ ພົວພັນຮ່ວມມື ລະຫວ່າງໜັງສືພິມປະຊາຊົນ ແລະ ກຸ່ມສື່ມວນຊົນແຂວງຢຸນນານໃຫ້ນັບມື້ ແໜ້ນແຟ້ນຍິ່ງໆຂຶ້ນ, ທ່ານກ່າວ ຕື່ມວ່າ: ເຄື່ອງທີ່ໄດ້ຮັບຄັ້ງນີ້ ແມ່ນຈະໄດ້ນຳໃຊ້ເຂົ້າໃນວຽກ ງານ ວິຊາສະເພາະໃຫ້ມີປະສິດ ທິຜົນຕາມເຈດຕະນາລົງຂອງ ກຸ່ມສື່ສານມວນຊົນ ແຂວງຢຸນ ນານ ໂດຍສະເພາະແມ່ນນຳ ໃຊ້ເຂົ້າໃນວຽກງານໜັງສືພິມ ເອເລັກໂຕຣນິກ (ເວັບໄຊ) ຂອງ ພວກເຮົາໃຫ້ມີບາດກ້າວໃໝ່, ມີສີສັນໃໝ່ ແລະ ເປັນທີ່ຈັບ ອົກຈັບໃຈແກ່ຜູ້ອ່ານທັງພາຍໃນ ແລະ ຕ່າງປະເທດ, ເຄື່ອງທີ່ໄດ້ຮັບຄັ້ງນີ້ແມ່ນປະກອບມີ ກ້ອງຖ່າຍຮູບ 2 ໜ່ວຍ, ກ້ອງ ວີດີໂອ 1 ໜ່ວຍ ແລະ ອື່ນໆ.

ແຫ່ລງຂ່າວ

ປຊຊ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...