ກະຊວງ​ ຖວທ ​ເລັ່ງ​​ແກ້​ໄຂ​ບັນຫາຮ້ານ​ບັນ​ເທີ​ງ ​ແລະ ຮ້ານ​ກິນ​ດື່ມ​ທີ່​ເປີດ​ກາຍ​ໂມງເວລາ!

borsengkham

​ໃນ​ວັນ​ທີ 23 ທັນວາຜ່ານ​ມາ​ນີ້, ​ທ່ານ ສຈ. ດຣ ບໍ່​ແສງ​ຄຳ ວົງ​ດາລາ ລັດຖະມົນຕີ​ວ່າການ​ກະ ຊວງ​ຖະ​ແຫລ​ງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ (ຖວທ) ​ໄດ້​ຂຶ້ນ​ລາຍ​ງານ​ສະພາບການ​ຄຸ້ມ​ຄອງ​ຮ້າ​ນບັນ​ເທິງ​ ​ແລະ ຮ້ານ​ກິນ​ດື່ມ​ທີ່​ເປີດ​ກາຍ​ກຳນົດ​ເວລາ ​ແລະ ບັນຫາ​ຮ້ານສາວ​ບໍລິການ​ທີ່​​ເກີດ​ຂຶ້ນ​ແບບ​ຊະຊາຍ ຕໍ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 10 ຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 7 ວ່າ: ​ໃນ​ໄລຍະ​ຜ່ານ​ມາ, ກະຊວງ ຖວທ ​ແລະ ພາກສ່ວນ​ກ່ຽວຂ້ອງ ​ໄດ້​ເອົາ​ໃຈ​ໃສ່​ຢ່າງ​ຕັ້ງໜ້າ​ຕໍ່​ການ​ຄຸ້ມ​ຄອງ​ບັນດາ​ຫົວໜ່ວຍ​ທຸລະ​ກິດ​ການທ່ອງທ່ຽວ​ປະ​ເພດ​ໂຮງ​ແຮມ, ​ເຮື​ອນພັກ, ຮ້ານ​ອາຫານ-ກິນ​ດື່ມ ​ແລະ ສະຖານ​ທີ່​ບັນ​ເທີ​ງ ​ດ້ວຍ​ລະບຽບຫລັກການ ​ແລະ ນິຕິ​ກຳ​ຕ່າງໆ​​ເຊັ່ນ: ກົດໝາຍ​ວ່າ​ດ້ວຍ​ການທ່ອງທ່ຽວ, ດຳ ລັດ​ວ່າ​ດ້ວຍ​ສິລະ​ປະການ​ສະ​ແດງ, ຂໍ້​ກຳນົດ​ວ່າ​ດ້ວຍ​ການ​ຄຸ້ມ​ຄອງ​ສະຖານ​ທີ່​ບັນ​ເທີ​ງ ​ແລະ ຄາຣາ​ໂອ​ເກະ ​ແລະ ຂໍ້​ຕົກລົງ​ວ່າ​ດ້ວຍ​ການ​ຄຸ້ມ​ຄອງ​ພັດທະນາ, ​ໂຮງ​ແຮມ, ​ເຮືອນພັກ, ​ຮ້ານ​ອາຫານ, ຮ້ານ​ກິນ​ດື່ມ ​ແລະ ສະຖານ​ທີ່ບັນ​ເທີ​ງ, ຊຶ່ງ​ມາ​ຮອດ​ປັດຈຸບັນ​ ​ເຫັນ​ວ່າການ​ແບ່ງຄວາມ​ຮັບຜິດຊອບ, ພາລະ​ບົດບາດ, ສິດ ​ແລະ ໜ້າ​ທີ່​ຢ່າງ​ຂາດ​ຕົວ​ຈະ​ແຈ້ງ​ພໍ​ສົມຄວນ. ​

ແຕ່​ກໍ​ປະຕິ​ເສດ​ບໍ່​ໄດ້​ວ່າ: ​ໃນ​ໄລຍະ​ຜ່ານ​ມາ ທຸລະ​ກິດ​ການ​ບໍລິການ​ດັ່ງກ່າວຈຳນວນ​ໜຶ່ງ ​ໄດ້​ກາຍ​ເປັນ​ບ່ອນ​ມົ້ວ​ສຸມ​ຂອງ​ໄວ​ລຸ້ນຍິງ​-ຊາຍ, ​ເປັນ​ບ່ອນ​ຫລີ້ນ​ກິນ​ຟູມ​ເຟືອຍ, ສົ່ງ​ສຽງ​ເນືອງ​ນັນ, ຄ້າ​ໂສ​ເພນີ, ​ເສບ​ຢາ​ເສບ​ຕິດ,​ ສ້າງ​ເປັນ​ກຸ່ມ​ແກ້ງ​ຂີ່​ລົດ​ແຂ່ງ​ກັນ​ນຳ​ຖະໜົນ​ຫົນທາງ, ກໍ​ຄວາມ​ວຸ້ນວາຍ​ອາ​ລະວາ​ດຕີ​ກັນ, ມີ​ບາງ​ຄັ້ງ​ກໍ​ໃຊ້​ມີດ, ງ້າວ ​ແລະ ອາວຸດ​ປືນ​ ຕໍ່ສູ້​ກັນ ຈົນ​ເຮັດ​ໃຫ້​ມີ​ຜູ້​ໄດ້​ຮັບ​ບາດ​ເຈັບ ​ແລະ ​ເສຍ​ຊີວິດ​ຕາມ​ມາ. ຕໍ່​ກັບ​ສະພາບ​ການດັ່ງ​ກ່າວ ກົມ​ຄຸ້ມ​ຄອງ​ການ​ທ່ອງ​ທ່ຽວ ​ໄດ້​ປະສານກັບ​ພະ​ແນກ ຖວທ ​ແຂວງ, ນະຄອນຫລວງ ​ໃນ​ທົ່ວ​ປະ​ເທດ ລົງ​ເຜີຍ​​​ແຜ່​ກົດໝາຍ​ການທ່ອງທ່ຽວ, ມາດຕະຖານ​ຮ້ານ​ອາຫານ​ສະ​ອາດ-ປອດ​ໄພ ​ແລະ ນິຕິ​ກໍາ​ຕ່າງໆ ​ໃຫ້​ແກ່​ພະນັກງານ ຖວທ ຂັ້ນ​ຕ່າງໆຢູ່​ທ້ອງ​ຖິ່ນ, ສູນ​ກາງ ​ແລະ ຜູ້​ປະກອບ​ການ​​ໄດ້​ຮັບ​ຮູ້ ​ແລະ ​ເຂົ້າ​ໃຈ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ຄຸ້ມ​ຄອງ-ກວດກາ ​ແລະ ການ​ເຄື່ອນ​ໄຫວ​ທຸລະ​ກິດ​ບໍລິການ​ຂອງ​ຕົນ​ຫລາຍ​ຂຶ້ນ, ພາຍຫລັງ​ມີ​ການ​ລົງ​​ເຜີຍ​ແຜ່​ກົດໝາຍ​ຕ່າງ​ໆ ຜູ້​ປະກອບ​ການ​ທຸລະ​ກິດ​ການບັນ​ເທີ​ງ ສ່ວນ​ຫລາຍ​ໄດ້​ມີ​ສະຕິ​ຕື່ນ​ຕົວ​ທາງ​ດ້ານ​ການ​ເມືອງ,​ ສະຕິ​ເປັນ​ເຈົ້າ​ຂອງ​ປະ​ເທດ​ຊາດ, ປະຕິບັດ​ພັນທະ​ພົນລະ​ເມືອງ​ໄດ້​ເປັນ​ຢ່າງ​ດີ, ປະກອບສ່ວນ​ເສຍ​ພັນທະ​ອາກອນ​ໃຫ້​ແກ່​ລັດ​ຢ່າງ​ຫລວງຫລາຍ, ຊ່ວ​ຍ​ເຫລືອ​ສັງຄົມ​ດ້ວຍ​ຄວາມ​ຈິງ​ໃຈ, ມີ​ຄວາມ​ເສຍສະຫລະ​ທຸ້ມ​ເທ​ເງິນ​ຄຳ​ ຢ່າງ​ມະຫາສານ​ເຂົ້າ​ໃນ​ການ​ກໍ່ສ້າງ, ສ້ອມ​ແປງ, ປັບປຸງ​ສະຖານ​ທີ່​ບັນ​ເທີ​ງ, ຮ້ານ​ອາຫານ, ກິນ​ດື່ມ​ໃຫ້​ຖືກ​ຕ້ອງຕາ​ມກົດໝາຍ, ດຳ​ເນີນ​ການ​ເຄື່ອນ​ໄຫວ​ທຸລະ​ກິດ​ການບັນ​ເທີ​ງ ​ໃນ​ຮູບ​ແບບ​ຕ່າງ​ໆ​ບົນ​ພື້ນຖານ​ການ​ຊີ້​ນຳ-ນຳພາ, ຕາມ​ຂອບ​ເຂດ​ທີ່​ໄດ້​ຮັບ​ອະນຸຍາດ ​ແນ​ໃສ່​ການ​ບໍລິການ​ສັງຄົມ ພ້ອມ​ທັງ​ເປັນ​ຕົວ​ແທນ ​ໃນ​ການ​​ເຜີຍ​ແຜ່​ສິລະ​ປະ​ວັນນະຄະດີ, ວັດທະນະທຳ​ຮີດຄອງ​ປະ​ເພນີ​ລາວ, ​ໂຄສະ​ນາ​ການທ່ອງທ່ຽວ ​ແລະ ສ້າງ​ຄວາມ​ເບີກບານ​ມ່ວນ​ຊື່ນ ​ໃຫ້​ຜູ້​ທີ່​ເຂົ້າ​ມາ​ຊົມ​ໃຊ້​ບໍລິການ​ແກ່​​ແຂກ​ຄົນ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ໄດ້​​ເປັນ​ຢ່າງ​ດີ, ສ່ວນ​ບັນຫາ​ມີ​ຮ້ານ​ສາວ​ບໍລິການ​ທາງ​ເພດ​​ເກີດ​ຂຶ້ນ​ຢ່າງ​ແຜ່​ຫລາຍ​ນັ້ນ, ທ່າ​ນລັດຖະມົນຕີ​ວ່າການ​ກະຊວງ ຖວທ ​ກ່າວ​ວ່າ: ​ມີຜູ້​ປະກອບ​ການ​ທຸລະກິດ​ຈຳນວນ​ໜຶ່ງ ສວຍ​ໃຊ້​ສາວ​ບໍລິການ​ເພື່ອ​ດຶງ​ດູດ​ລູກ​ຄ້າ​ເຂົ້າ​ມາ​ໃຊ້​ບໍລິ​ການ​ ​ເພື່ອ​ຫວັງ​ຜົນ​ກຳ​ໄລ​ທາງ​ດ້ານ​ການ​ຄ້າ​ພຽງ​ຢ່າງ​ດຽວ, ​ແຕ່​ບໍ່​ໄດ້​ຄຳນຶງ​ເຖິງ​ວັດທະນະທຳ, ຮີດຄອງ​ປະ​ເພນີ ​ແລະ ລະບຽບກົດໝາຍ​ບ້ານ​ເມືອງ​​ ​ແລະ ການ​ປະຕິບັດ​ 5 ຂໍ້​ຫ້າມ​ໃນ​ສະຖານ​ທີ່​ການບັນ​ເທີ​ງ​ ແມ່ນ​ຍັງ​ບໍ່​ທັນ​ເຮັດ​ໄດ້​ດີ​ເທົ່າ​ທີ່​ຄວນ ​ໂດຍ​ສະ​ເພາະ​ແມ່ນ​ການ​ປະຕິບັດ​ໂມ​ງ​ເວລາ​ໃຫ້​ບໍລິການ ​ແລະ ການ​ສົ່ງ​ສຽງ​ລົບ​ກວນ​ສັງຄົມ​ອ້ອມ​ຂ້າງ ​​ເຮັດ​ໃຫ້​ປະຊາຊົນ ​ແລະ ສັງຄົມ​ທີ່​ພົບ​ເຫັນ​ຕຳ​ນິວິຈານ​​ເປັນ​ຈຳນວນ​ຫລາຍ, ຊຶ່ງ​ເປັນສາ​ເຫດ​ເຮັດ​ໃຫ້​ເກີດ​ປະກົດ​ການ​ຫຍໍ້​ທໍ້​ໃນ​ສັງຄົມ.

ຕໍ່​ກັບ​ສະພາບ​ການ​ດັ່ງກ່າວ ຄະນະ​ພັກ, ອຳນາດ​ການ​ປົກຄອງ​ຂັ້ນ​ສູງ​ກາງ ​ແລະ ທ້ອງ​ຖິ່ນ ຕະຫລອດ​ຮອດ​ເຈົ້າ​ໜ້າ​ທີ່​ກ່ຽວຂ້ອງ​ທຸກ​ພາກສ່ວນ​ໃນ​ທົ່ວ​ປະ​ເທດ ​ໄດ້​ປະສານ​ສົມທົບ​ກັນ​ເປັນ​ຢ່າງ​ດີ ​ເພື່ອ​ເອົາ​ໃຈ​ໃສ່​​ຄຸ້ມ​ຄອງ​ທຸລະ​ກິດ​ການ​ບັນ​ເທີ​ງ ​ໃຫ້​ເຄື່ອນ​ໄຫວ​ບໍລິການ​ຖືກຕ້ອງ​ຕາມ​ກົດໝາຍ ​ແລະ ລະບຽບ​ການ​ທີ່ກຳນົດ​ໄວ້, ມອບ​ໃຫ້​ພະ​ແນ​ກ ຖວທ ​ແຂວງ, ນະຄອນຫລວງ ​ແລະ ຫ້ອງການ ຖວທ ​ເມືອງ ​ເປັນ​ຜູ້​ອະນຸຍາດການ​ດຳ​ເນີນ​ທຸລະ​ກິດ, ຕິດຕາມ, ກວດກາ ​ແລະ ຄຸ້ມຄອງ​ການ​ເຄື່ອນ​ໄຫວ​ທຸລະ​ກິດ​ຮ້ານ​ອາ​ຫານ, ສວນ​ອາຫານ, ຮ້ານ​ກິນ​ດື່ມ​ສະຖານ​ທີ່​ບັນ​ເທີ​ງ ​ແລະ ບັນຫາ​ສາວ​ບໍລິການ​ຕ່າງໆ​ໃຫ້​ຖືກຕ້ອງ​ຕາມ​ກົດໝາຍ​ວາງ​ອອກ​ຢ່າງ​ເຂັ້ມ​ງວດ, ບາງ​ຄັ້ງ​ກໍ​ມີ​ຜູ້​ປະກອບ​ການ​ຈຳນວນ​ໜຶ່ງ​ຝ່າຝືນ ຈຳ​ຕ້ອງ​ໄດ້​ມີ​ການ​ສຶກສາ​ອົບຮົມ, ຕັກ​​ເຕືອນ, ​ເຮັດ​ບົດ​ບັນ​ທຶກ, ປັບ​​ໃໝ, ຖອນ​ໃບ​ອະນຸຍາດ ​ແລະ ສັ່ງ​ປິດ​ຊົ່ວຄາວ​ຕາມ​ກໍລະນີ​ໜັກ-​ເບົາ, ຖ້າ​ຮ້າຍ​ແຮງ​ ແມ່ນ​​ໄດ້​ມີ​ການ​ນຳ​ສົ່ງ​ໄປ​ ຕາມ​ຂະ​ບວນການ​ຍຸຕິ​ທຳ ​ແລະ ອື່ນໆນຳ​ອີກ.

ໃນ​ຕໍ່ໜ້າ​ນີ້ ກະຊວງ ຖວທ ​ແລະ ພາກສ່ວນ​ກ່ຽວຂ້ອງ ຈະ​ສືບ​ຕໍ່​ປັບປຸງ ​ແລະ ສ້າງ​ບັນດານິຕິ​ກຳ ​ເພື່ອ​ເປັນ​ບ່ອນ​ອີງ​ໃນ​ການ​ຄຸ້ມ​ຄອງ​ກວດກາ, ຕິດຕາມ​ໃຫ້​ຮັດກຸມ​ ​ແລະ ມີ​ປະສິດ​ຕິ​ຜົນ​ດີ​ຂຶ້ນ​ກວ່າ​ເກົ່າ, ​ເພີ່ມ​ທະວີ​ການ​ຕິດຕາມ, ກວດກາ​ເຄື່ອນ​ໄວ​ຂອງ​ຫົວໜ່ວຍ​ທຸລະ​ກິດ​ຮ້ານ​ອາຫານ, ຮ້ານ​ກິນ​ດື່ມ ​ແລະ ສະຖານ​ທີ່​ບັນ​ເທີ​ງທຸກ​ປະ​ເພດ​ຢ່າງ​ເຂັ້ມ​ງວດກວ່າ​ເກົ່າ ​ເພື່ອ​​ແກ້​ໄຂ​ບັນຫາ​ໃຫ້​ຖືກຕ້ອງ​ ​ແລະ ທ່ວງທັນ​ເວລາ, ພ້ອມ​ນີ້ ຍັງຮຽກຮ້ອງ​ໃຫ້​ຜູ້​ປະກອບ​ການ​ປະກອບ​ເອກະສານ​ໃຫ້​ຄົບ​ຖ້ວນ ​ເພື່ອ​ດຳ​ເນີນ​ທຸລະ​ກິດ​ຂອງ​ຕົນ​ຢ່າງ​ຖືກຕ້ອງ​ຕາມ​ກົດໝາຍ, ປະຕິບັດ​ເວລາ​​​ປິດ​ການບໍລິການ​ຄື: ບໍ່​ໃຫ້​ກາຍ 24:30 ​ໂມງ ​ເພື່ອ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ຂອງ​ສັງຄົມ ຖ້າ​ຫາກ​ມີ​ການ​ຝ່າຝືນ ຈະ​ໄດ້​ສັ່ງ​ປິດ ຫລື ຖອນ​ໃບ​ອະນຸຍາດ​ຕາມ​ລະບຽບ​ການ​ຢ່າງ​ເຂັ້ມ​ງວດກວ່າ​ເກົ່າ.

 

ແຫລ່ງຂ່າວ:

ລພນ