Homeຂ່າວການສຶກສາລາວ-ສິ່ງກະໂປ ຮ່ວມມືພັດທະນາທາງດ້ານວິຊາການ ສາຍອາຊີວະສຶກສາ

ລາວ-ສິ່ງກະໂປ ຮ່ວມມືພັດທະນາທາງດ້ານວິຊາການ ສາຍອາຊີວະສຶກສາ

Published on

กกกกกกกก asean5

ພິທີ​ເປີດ​ຢ່າງ​ເປັນ​ທາງ​ການ ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ການ​ເຝິກອົບຮົມ ໃຫ້​ແກ່​ຜູ້​ບໍລິຫານ​ຄູ-ອາຈານ ສາຍ​ອາຊີວະ​ສຶກ​ສາ​ຂອງ ​ສປປ ລາວ ລະຫວ່າງ​ກະຊວງ​ສຶກ​ສາ​ທິ​ການ ແລະ ກີລາ​ແຫ່ງ ​ສປປ ລາວ ແລະ ມູນ​ນິທິ TEMASEK & ITEES ແຫ່ງ​ສິງກະໂປ ໂດຍ​ມີ​ທ່ານ ​ດຣ. ກອງ​ສີ ແສງ​ມະນີ ລັດຖະມົນຕີ​ຊ່ວຍ​ວ່າການ ກະຊວງ​ສຶກ​ສາ​ທິ​ການ ແລະ ກີລາ ພ້ອມ​ນີ້ ທ່ານ​ຜູ້ຕາງໜ້າ​ຈາກ​ສະຖານທູດ​ສິງກະໂປ ປະຈຳ​ລາວ ຈາກ​ມູນ​ນິ​ທີ ແຂກ​ຖືກ​ເຊີນ ແລະ ພາກສ່ວນ​ກ່ຽວຂ້ອງ​ເຂົ້າ​ຮ່ວມ.

ເປົ້າ​ໝາຍ​ໃນ​ການ​ຮ່ວມ​ມື ເປັນ​ການ​ຍົກ​ລະດັບ​ທາງ​ດ້ານ​ວິຊາ​ການ​ໃຫ້​ແກ່​ຜູ້​ບໍລິຫານ ພະນັກງານ​ຄູ-ອາຈານ​ສາຍ​ອາຊີວະ​ສຶກ​ສາ​ຂອງ​ລາວ ເພື່ອ​ພ້ອມ​ກັນ​ພັດທະນາ​ທາງ​ດ້ານ​ວິຊາ​ຄວາມ​ຮູ້ ທາງ​ດ້ານ​ອາຊີວະ​ສຶກ​ສາ​ຢູ່ ​ສປປ ລາວ ໂດຍ​ສະເພາະ​ໃນ​ການ​ກຽມ​ຄວາມ​ພ້ອມ​ໃນ​ທຸກ​ດ້ານ ໃນ​ການ​ກ້າວ​ສູ່​ປະຊາ​ຄົມ​ອາ​ຊຽນ ໃນ​ປີ 2015 ທີ່​ຈະ​ມາ​ເຖິງ​ນີ້.

ພິທີ​ເປີດ​ການ​ຮ່ວມ​ມື​ຢ່າງ​ເປັນ​ທາງ​ການ ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 16 ມັງກອນ 2013 ທີ່​ຫ້ອງ​ປະຊຸມ​ຂອງ​ສະ​ຖາ​ບັນ​ພັດທະນາ​ອາຊີວະ​ສຶກ​ສາ ກະຊວງ​ສຶກ​ສາ​ທິ​ການ ແລະ ກີລາ.

 

ທີ່ມາ http://www.vientianemai.net/teen/khao/1/11008

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...