Homeຂ່າວເຫດການຮອງນາຍົກລັດຖະມົນຕີ ຕອ້ນຮັບຜູ້ອໍານວຍການໃຫຍ່ ສໍານັກຂ່າວສານຫວຽດນາມ

ຮອງນາຍົກລັດຖະມົນຕີ ຕອ້ນຮັບຜູ້ອໍານວຍການໃຫຍ່ ສໍານັກຂ່າວສານຫວຽດນາມ

Published on

Untitled-2 vankham 1

ຂປລ. ໃນວັນທີ 23 ທັນວາ 2015 ທີ່ກະຊວງສຶກສາທິການ ແລະ ກິລາ, ທ່ານ ພັນຄໍາ ວິພາວັນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ລັດຖະມົນຕີວ່າການກະຊວງສຶກສາທິການ ແລະ ກິລາ ໄດ້ໃຫ້ກຽດຕ້ອນຮັບການ​ເຂົ້າ​ຢ້ຽມ​ຄຳນັບ​ຂອງ ທ່ານ ຫງວຽນ ດຶກເລີ້ຍ ຜູ້ອໍານວຍການໃຫຍ່ສໍານັກຂ່າວສານຫວຽດນາມ ພ້ອມ​ຄະນະ ໃນໂອກາດທີ່ ທ່ານ ​ແລະ ຄະນະ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່  ສປປ ລາວ ແຕ່ວັນທີ 23-26 ທັນວາ 2015.

​ໂອກາດ​ດັ່ງກ່າວ, ທ່ານ ພັນຄໍາ ວິພາວັນ ໄດ້​ສະ​ແດງ​ຄວາ​ມຍິນ​ດີ​ຕ້ອນຮັບ, ຊົມ​ເຊີຍ ​ແລະ ຕີ​ລາ ຄາ​ສູງ​ຕໍ່​ ທ່ານ ຫງວຽນ ດຶກເລີ້ຍ ​ແລະ ຄະນະ ທີ່​ໄດ້​ເດີນທາງ​ມາ​ຢ້ຽມຢາມ​ສປປ ລາວ​ ໃນ​ຄັ້ງ​ນີ້ ​ເຊິ່ງ​ເປັນການປະກອບສ່ວນ​ສໍາຄັນ​​ ເຂົ້າໃນການ​ເພີ່ມ​ທະວີ​ສາຍ​ພົວພັນ​ມິດຕະພາບ, ຄວາມ​ສາມັກ​ຄີ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ ລະຫວ່າງ​ສອງ​ຊາດ​ອ້າຍ​ນ້ອງ​ລາວ-ຫວຽດນາມ ​ໃຫ້​ນັບ​ມື້​ຈະ​ເລີ​ນງອກ​ງາມ​ຍິ່ງໆ​ຂຶ້ນ.ໂດຍ​ສະ​ເພາະການ​ຮ່ວມມືແລກປ່ຽນຂໍ້ມູນຂ່າວສານ ແລະ ດ້ານວິຊາການລະ ຫວ່າງສໍານັກຂ່າວສານປະ ເທດລາວ ແລະ ສໍານັກຂ່າວສານຫວຽດນາມ ທີ່ມີມາແຕ່ສະໄໝຕໍ່ສູ້ກູ້ຊາດຈົນເຖິງປັດຈຸບັນ ໄດ້ເຕີບໃຫຍ່ຂະຫຍາຍຕົວ ແລະ ມີຜົນສໍາເລັດຢ່າງ​ຫລວງຫລາຍ ໂດຍຜ່ານການແລກປ່ຽນທັດສະນະຮ່ວມກັນ, ເຜີຍ ແຜ່ຂໍ້ມູນຂ່າວສານ ແລະ ການເຄື່ອນໄຫວຕ່າງໆຢ່າງມີປະສິດທິຜົນ ສາມາດເຮັດໃຫ້ປະຊາຊົນສອງຊາດລາວ-ຫວຽດນາມ ມີ​ຄວາມເຂົ້າອົກເຂົ້າໃຈ ແລະ ​ໄປມາຫາສູ່​ກັນ​ຢ່າງ​ສະດວກ​ສະບາຍ.
​ໃນ​ໂອກາດ​ດຽວ​ກັນນັ້ນ​, ທ່ານ ຫງວຽນ ດຶກເລີ້ຍ ​ກໍ​ໄດ້​ສະ​ແດງ​ຄວາມ​ຂອບອົກຂອບ​ໃຈຕໍ່ ທ່ານ ພັນຄໍາ ວິພາວັນ ຮອງ​ນາຍົກລັດຖະມົນຕີ ທີ່​ໄດ້​ສະຫລະ​ເວລາ​​ໃຫ້ການ​ຕ້ອນຮັບ​ຢ່າງອົບ​ອຸ່ນ, ພ້ອມ​ທັງ​ແຈ້ງ​ໃຫ້​ຊາບ​​ ເຖິງຈຸດປະສົງຂອງ​ການ​ເດີນທາງ​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ສປປ ລາວ​ໃນ​ຄັ້ງ​ນີ້.

ແຫ່ລງຂ່າວ

ຂປລ

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...