spot_img
Homeຂ່າວເຫດການສະພາຮັບຟັງລາຍງານການຈັດຕັ້ງປະຕິບັດ ວຽກງານ 3 ສ້າງ

ສະພາຮັບຟັງລາຍງານການຈັດຕັ້ງປະຕິບັດ ວຽກງານ 3 ສ້າງ

Published on

2-2

ລັດຖະບານສະເໜີ ຜົນການຈັດຕັ້ງປະຕິບັດວຽກງານ 3 ສ້າງຕໍ່ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VII ຂະນະທີ່ ສສຊ ໄດ້ປະກອບຄຳເຫັນ ຊົມເຊີຍການຈັດຕັ້ງ ປະຕິ ບັດ ເຮັດໃຫ້ລະບົບການເມືອງຢູ່ ທ້ອງຖິ່ນເຂັ້ມແຂງ, ພື້ນຖານ ໂຄງລ່າງໄດ້ຮັບການພັດທະນາ, ເຮັດໃຫ້ຊີວິດການເປັນຢູ່ຂອງ ປະຊາຊົນດີຂຶ້ນເທື່ອລະກ້າວ.
ໃນວັນທີ 22 ທັນວານີ້, ກອງປະຊຸມສະໄໝສາມັນເທື່ອ ທີ​ 10 ຂອງສະພາແຫ່ງຊາດ ຊຸດທີ VII ພາຍໃຕ້ການເປັນ ປະທານຂອງທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດໄດ້ຮັບຟັງການລາຍ ງານການຈັດ ຕັ້ງປະຕິບັດວຽກງານສາມສ້າງ, ສະເໜີ ໂດຍທ່ານ ຄຳໝັ້ນ ສູນວິເລີດ ລັດຖະມົນຕີວ່າການ ກະຊວງພາຍໃນ ຊຶ່ງທ່ານໄດ້ ກ່າວບາງຕອນວ່າ: ໄລຍະເຮັດ ທົດລອງສາມສ້າງແຕ່ສົກປີ 2012-2014 ບັນດາກະຊວງ-ອົງການ ແລະ ທ້ອງຖິ່ນຕ່າງໆ ໄດ້ສຸມກຳລັງແຮງໃສ່ການຈັດ ຕັ້ງປະຕິບັດເຮັດທົດລອງຢູ່ 109 ບ້ານເປົ້າໝາຍດ້ວຍຄວາມ ຮັບຜິດຊອບສູງ ແລະ ສາມາດ ມີຜົນສຳເລັດໃນຫຼາຍ ດ້ານ, ທຸກໆບ້ານເປົ້າໝາຍໄດ້ຮັບການພັດ ທະນາໃໝ່ທີ່ມີລັກສະນະຮອບ ດ້ານ, ອັນພົ້ນເດັ່ນແມ່ນລະບົບ ການເມືອງຢູ່ 109 ບ້ານໄດ້ຮັບ ການປັບປຸງໃຫ້ມີຄວາມໜັກ ແໜ້້ນເຂັ້ມແຂງ, ປະຊາຊົນ ແລະ ຊັ້ນຄົນຕ່າງໆໄດ້ມີການຕື່ນຕົວ ເປັນເຈົ້າການເຂົ້າຮ່ວມພັດທະນາບ້ານຫຼາຍຂຶ້ນ, ຕົວແທນໃນ ການຜະລິດສິນຄ້າໄດ້ເກີດຂຶ້ນ ຢ່າງແຜ່ຫຼາຍຊີວິດການເປັນຢູ່ ຂອງປະຊາຊົນໄດ້ຮັບການປັບປຸງດີຂຶ້ນຢ່າງ ຈະແຈ້ງ, ຄອບຄົວ ແລະ ບ້ານທຸກຍາກໄດ້ຮັບການ ແກ້ໄຂເປັນກ້າວໆ.
ສຳລັບການພັດທະນາ ເສດຖະກິດຢູ່ 109 ບ້ານທົດ ລອງສາມສ້າງໄດ້ເຮັດໃຫ້ປະ ຊາຊົນມີຄວາມກະຕືລືລົ້ນເປັນ ເຈົ້າການເຂົ້າຮ່ວມໃນການພັດ ທະນາ ເພາະພວກເຂົາເຈົ້າໄດ້ ຮັບຜົນປະໂຫຍດຕົວ ຈິງ. 3 ສ້າງ ເປັນຕົ້ນແມ່ນຜົນປະໂຫຍດຈາກການລົງທຶນຂອງລັດເຂົ້າໃສ່ການພັດທະນາໃນດ້ານ ຕ່າງໆຢູ່ເມືອງ ແລະ ບ້ານເປົ້າ ໝາຍເຮັດທົດລອງ; ຜົນປະໂຫຍດຈາກການໃຫ້ສິນເຊື່ອ ຂອງທະນາຄານ ເພື່ອສົ່ງເສີມ ການຜະລິດເປັນສິນຄ້າແກ້ໄຂ ຄວາມທຸກຍາກ; ຜົນປະໂຫຍດ ຈາກການຈັດຕັ້ງຝຶກອົບຮົມໃຫ້ ການຊ່ວຍເຫຼືອແນະນຳທາງ ດ້ານວິຊາການໃນດ້ານຕ່າງໆ; ຜົນປະໂຫຍດຈາກການເຂົ້າ ຮ່ວມຂອງພາກທຸລະກິດ ແລະ ອື່ນໆ.
– ໃນ 2-3 ປີຜ່ານມາແມ່ນ ມີໂຄງການພັດທະນາເສດຖະກິດ-ສັງຄົມດ້ວຍການລົງທຶນ ຂອງລັດທັງໝົດ 943 ໂຄງການ, ລວມມູນຄ່າ 248 ຕື້ກີີບ.  ນອກຈາກນັ້ນກໍມີກຸ່ມການຜະ ລິດເປັນສິນຄ້າ ຂອງປະຊາຊົນ ບັນດາເຜົ່າໃນບ້ານເປົ້າໝາຍ ໄດ້ຮັບການສະໜອງສິນເຊື່ອ ຈາກທະນາຄານນະໂຍບາຍ ຈຳນວນ 338,615 ຕື້ກີບ (ຮອດ ເດືອນ 8 ປີ 2015) ແລະ ທະ ນາຄານສົ່ງເສີມກະສິກຳຈຳ ນວນ 44,701 ຕື້ກີບ (ຮອດ ວັນທີ  20/7/2015) ເພື່ອຊຸກຍູ້ ສົ່ງເສີມການຜະລິດເປັນສິນຄ້າ.
– ການສ້າງບ້ານພັດທະນາ ໄດ້ເຮັດໃຫ້ການຈັດຕັ້ງນຳພາ, ການບໍລິຫານຄຸ້ມຄອງຢູ່ຂັ້ນເມືອງ ແລະ ຮາກຖານບ້ານໄດ້ ຮັບການປັບປຸງຍົກລະດັບ; ໄດ້ກາຍເປັນປັດໄຈກະຕຸກຊຸກຍູ້ ການພັດທະນາ ຊົນນະບົດເຮັດ ໃຫ້ມີໃບໜ້າໃໝ່. ການຜະລິດ ເປັນສິນຄ້າໄດ້ມີການຈັດຕັ້ງ ເປັນກຸ່ມ ຕິດພັນກັບການຊ່ວຍ ໜູນຂອງນັກວິຊາການ, ສິນເຊື່ອ ແລະ ການຕະຫຼາດ. ກຸ່ມຜະລິດ ເປັນສິນຄ້າຕ່າງໆທາງ ດ້ານກະ ສິກຳ, ຫັດຖະກຳ-ບໍລິການໄດ້ ກໍ່ຕົວຂຶ້ນ ແລະ ມີໜໍ່ແໜງຂອງ ຄວາມຍືນຍົງ, ບາງກຸ່ມທີ່ມີໜໍ່ ແໜງມາກ່ອນແລ້ວກໍສືບຕໍ່ມີ ຄວາມເຂັ້ມແຂງ ແລະ ຂະຫຍາຍ ຕົວຢ່າງເປັນຮູບປະທຳ, ເຮັດໃຫ້   ການແກ້ໄຂຄວາມທຸກຍາກຂອງ ປະຊາຊົນກໍຄືການສ້າງບ້ານພັດ ທະນາມີຜົນສຳເລັດດີຂຶ້ນ.
ຫຼັງຈາກນັ້ນ ບັນດາ ສສຊ ໄດ້ພ້ອມກັນປະກອບຄຳຄິດ ເຫັນໃສ່ ໂດຍສ່ວນໃຫຍ່ເຫັນດີ ນຳກັບການຈັດຕັ້ງປະຕິບັດ ວຽກງານສາມສ້າງ ເນື່ອງຈາກ ວ່າເຮັດໃຫ້ລະບົບການເມືອງຢູ່ ຂັ້ນທ້ອງຖິ່ນມີຄວາມ ເຂັ້ມແຂງ ໜັກແໜ້ນຂຶ້ນ, ບັນດາບ້ານເຮັດ ທົດລອງສາມສ້າງມີການພັດ ທະນາ, ເຮັດໃຫ້ຊີວິດການເປັນ ຢູ່ຂອງປະຊາຊົນດີຂຶ້ນ.ຕອນບ່າຍໃນວັນດຽວກັນ ໃນກອງປະຊຸມກໍໄດ້ຮັບຟັງ ການສະເໜີ ຮ່າງວິໄສທັດຮອດ ປີ 2030, ຍຸດທະສາດການພັດ ທະນາເສດຖະກິດ-ສັງຄົມໄລ ຍະ 10 ປີ (2016-2025) ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII ສະເໜີໂດຍທ່ານ ສົມດີ ດວງດີ ລັດຖະມົນຕີວ່າການ ກະຊວງແຜນການ ແລະ ການ ລົງທຶນ ແລະ ຮັບຟັງການສະ ເໜີຮ່າງແຜນງົບປະມານແຫ່ງ ລັດ 5 ປີ ຄັ້ງທີ VIII (2016- 2020) ສະເໜີໂດຍທ່ານ ດຣ. ລຽນ ທີແກ້ວ ລັດຖະມົນຕີວ່າການ ກະຊວງການເງິນ. ຫຼັງຈາກນັ້ນ ບັນດາສະມາຊິກສະພາແຫ່ງ ຊາດໄດ້ປະກອບຄຳເຫັນໃສ່ ແຜນດັ່ງກ່າວ ເພື່ອເຮັດໃຫ້ເນື້ອໃນອຸດົມສົມບູນຂຶ້ນ.

ແຫ່ລງຂ່າວ

ປຊຊ

ບົດຄວາມຫຼ້າສຸດ

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...