spot_img
Homeຂ່າວເຫດການ55 ປີແຫ່ງການພົວພັນຮ່ວມມື ລາວ-ຣັດເຊຍ ນັບມື້ຂະຫຍາຍຕົວ!

55 ປີແຫ່ງການພົວພັນຮ່ວມມື ລາວ-ຣັດເຊຍ ນັບມື້ຂະຫຍາຍຕົວ!

Published on

DSC_0014 rusia 1

ຂປລ. ປີ 2015 ນີ້, ​ເປັນ​ປີທີ່​ພິ​ເສດສຳລັບ​ສອງ​ປະ​ເທດ ລາວ-ຣັດ​ເຊຍ ​ເພາະ​ເປັນ​ປີ​ ຄົບຮອບ 55 ປີ ​ແຫ່ງ​ການ​ສ້າງຕັ້ງສາຍ​ພົວພັນ​ການ​ທູດ ​ແລະ 50 ປີ ຂອງວັນ​ສ້າງຕັ້ງສະມາຄົມ​ມິດຕະພາບ ລາວ-ຣັດ​ເຊຍ ສິ່ງ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ເຖິງ​ຜົນສຳ​ເລັດ​ຂອງ​ການ​ພົວພັນ​ຮ່ວມ​ມື​ທີ່ ​ນັບ​ມື້​ຂະຫຍາຍຕົວ​ຢ່າງ​ຕໍ່​ເນື່ອງ. ດັ່ງ​ທີ່ທ່ານ ມີ​ຄາ​ອິ ບາຣານົບ ​ເອກ​ອັກຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ ​ແຫ່ງສະຫະພັນຣັດ​ເຊຍ ປະຈຳ​ລາວ ​ໄດ້​ແຈ້ງ​ຕໍ່​ສື່​ມວນ​ຊົນ ​ໃນ​ວັນ​ທີ 18 ທັນວາ 2015 ນີ້​ວ່າ: ລັດຖະບານຣັດ​ເຊຍ ມີ​ຄວາມ​ເພິ່ງ​ພໍ​ໃຈ​ຕໍ່​ການ​ຮ່ວມ​ມື​ສອງ​ຝ່າຍ​ທີ່​ນັບ​ມື້​ຂະຫຍາຍຕົວ ​ໂດຍ​ສະ​ເພາະ​ແມ່ນ​ທາງ​ດ້ານ​ການ​ເມືອງ ທີ່​ສະ​ແດງ​ອອກ​​ເຊັ່ນ: ການ​ນຳ​ຂັ້ນສູງ​ຂອງ​ສອງ​ປະ​ເທດ​ໄດ້​ມີ​ການ​ພົບ​ປະກັນ ຢູ່​ນະ​ຄອນຫລວງປັກ​ກິ​ງ ​ເປັນຄັ້ງທຳ​ອິດ​ ໃນ​ຮອບ 5 ປີ ສິ່ງ​ດັ່ງກ່າວ​ເປັນ​ການ​ກະຕຸກ​ຊຸກຍູ້ຢ່າງ​ແຂງ​ແຮງ​ໃຫ້​ແກ່​ການ​ເສີມ​ຂະຫຍາຍ​ ການ​ຮ່ວມ​ມື​ສອງ​ຝ່າຍ​ໃນ​ດ້ານ​ຕ່າງໆ​ ໃຫ້​ຂະຫຍາຍຕົວ​ຢ່າງ​ຕໍ່​ເນື່ອງ​ເປັນຕົ້ນ: ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ວັດທະນະທຳ-ສັງຄົມ, ​ຂົງ​ເຂດ​ນິຕິບັນຍັດ ລວມ​ເຖິງຂົງ​ເຂດ​ໂທລະ​ຄົມມະນາຄົມ ​ແລະ ການ​ສື່ສານ, ການບິນ, ການ​ສຳ​ຫລວດ​ບໍ່​ແຮ່, ການ​ຂຸດ​ຄົ້ນບໍ່​ແຮ່ ​ແລະ ອື່ນໆ.

ທ່ານ ​ເອກ​ອັກຄະ​ລັດຖະທູດ​ຍັງ​ຍົກ​ໃຫ້​ເຫັນ​ວ່າ: ​ເປັນໜ້າ​ເສຍດາຍ​ທີ່​ລະດັບ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ-ການ​ຄ້າ​ຂອງ​ສອງ​ປະ​ ເທດ​ຍັງ​ບໍ່​ທັນ​ຕອບ​ສະໜອງ​ຕາມ​ຄວາມ​ສາມາດ​ຕົວ​ຈິງ, ມູນ​ຄ່າ​ການ​ຊື້-ຂາຍ​ສອງ​ຝ່າຍ​ຍັງ​ຢູ່​ໃນ​ລະດັບ​ທີ່​ບໍ່​ທັນ​ສູງ ​ແຕ່​ທັງ​ສອງ​ຝ່າຍ​ກໍ​ໄດ້​ມີ​ການ​ປຶກສາ​ຫາລື​ ກ່ຽວ​ກັບ​ຂໍ້​ຕົກລົງ​ໃໝ່​ວ່າ​ດ້ວຍ​ການ​ຄ້າ​ຮ່ວມ​ກັນ ​ເຊິ່ງ​ຈະ​ເປັນ​ການ​ເອື້ອ​ອຳ ນວຍ​ໃຫ້ວຽກ​ງານ​ດັ່ງກ່າວ​ມີ​ທ່ວງທ່າ​ດີ​ຂຶ້ນ. ​ໃນ​ການ​ພົວພັນ​ຮ່ວມ​ມືຂົງ​ເຂດ​ທີ່​ມີ​ທ່ວງທ່າ​ຂະຫຍາຍຕົວ​ເປັນ​ພິ​ເສດ​ແມ່ນ​ ດ້ານ​ການ​ສຶກສາ, ສະ​ເພາະ​ໃນ​ປີ​ນີ້ ມີ​ນັກ​ສຶກສາລາ​ວ​ໄດ້​ໄປ​ສຶກສາ​ຕໍ່​ທີ່​ປະ​ເທດຣັດ​ເຊຍ​ເຖິງ 37 ຄົນ, ໃນນັ້ນ 26 ທຶນແມ່ນໄປຮຽນດັບປະລິນຍາຕີ ແລະ 11 ທຶນໄປຮຽນ ປະລິນຍາໂທ ໃນສາຂາວິຊາ ວິທະຍາສາດ, ການເມືອງ, ເສດຖະກິດ, ພາສາສາດ, ນິຕິສາດ, ການປົກຄອງ ແລະ ອື່ນໆ.

ສິ່ງ​ດັ່ງກ່າວ ​ສະ​ແດງ​ໃຫ້​ເຖິງ​ຜົນສຳ​ເລັດ​ແຫ່ງ​ການ​ພົວພັນ​ຮ່ວມື​ ລາວ-ຣັດ​ເຊຍ ​ໃນ​ຕະຫລອດ​ໄລຍະ 50 ກວ່າ​ປີ ຜ່ານມາ ​ເຊິ່ງ​ເປັນ​ການ​ປະກອບສ່ວນ​ພັດທະນາ​ຂົງ​ເຂດ​ວຽກ​ງານ​ຕ່າງໆ​ໃຫ້​ນັບ​ເຂັ້ມ​ ແຂງ ​ແລະ ຂະຫຍາ​ຍຕົວ, ຍັງ​ເປັນ​ການ​ປະກອບສ່ວນ​ເສີມ​ສ້າງສາ​ຍພົວພັນມິດຕະພາບ ກໍ​ຄື​ການ​ປະກອບສ່ວນ​ຢ່າງ​​ເໝາະ​ສົມ​ເຂົ້າ​ໃນ​ພາລະກິດ​ເສີມ​ສ້າງສັນ​ຕິ​ພາບ, ສະຖຽນ​ລະ​ພາບ, ມິດຕະພາບ ​ແລະ ການ​ຮ່ວມ​ມື ​ເພື່ອ​ການ​ພັດທະນາ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ຮັບຮອງເປັນມໍຣະດົກແຫ່ງຊາດ ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ ມີຄວາມສຳຄັນໃນລະດັບພູມິພາກອາຊີຕາເວັນອອກສ່ຽງໃຕ້

ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ, ຖືກຮັບຮອງເປັນມໍຣະດົກແຫ່ງຊາດ ຕາມຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ. ເມື່ອວັນທີ 11 ສິງຫາ 2025 ທີ່ຜ່ານມາ, ວ່າດ້ວຍການຮັບຮອງເອົາມໍຣະດົກແຫ່ງຊາດລະດັບຊາດ ດ້ານວັດທະນະທຳ, ປະຫວັດສາດ...

ລາວເປັນປະເທດທີ່ມີຄວາມສະຫງົບ ໂດຍຖືກຈັດຢູ່ອັນດັບທີ 10 ປະເທດທີ່ສະຫງົບສຸກ ແລະ ສັນຕິພາບທີ່ສຸດໃນອາຊີ ປະຈຳປີ 2025

ລາວຖືກຈັດຢູ່ ອັນດັບທີ່ 10 ປະເທດທີ່ສັນຕິພາບທີ່ສຸດໃນອາຊີ ຕາມລາຍງານ ດັດຊະນີສັນຕິພາບໂລກ (GPI) 2025 ສະບັບລ້າສຸດ ທີ່ອອກໂດຍ ສະຖາບັນເສດຖະກິດແລະສັນຕິພາບ (IEP). (GPI) 2025 ສະບັບລ້າສຸດ...

ສາຍກິນດິບໃຫ້ລະວັງ! ພະຍາດໃບໄມ້ໃນປອດທີ່ເກີດຈາກການກິນດິບ ໂດຍສະເພາະເມນູກຸ້ງເຕັ້ນ ແລະ ປູດິບຈາກແຫຼ່ງນໍ້າຈືດ

ພະຍາດໃບໄມ້ໃນປອດ ເກີດຈາກການກິນອາຫານດິບ ແລະ ສຸຂະອະນາໄມໃນການປຸງແຕ່ງອາຫານ ສາຍກິນດິບຄວນລະວັງ, ເມື່ອບໍ່ດົນມານີ້,ມີກໍລະນີເດັກນ້ອຍອາຍຸ 14 ປີ ຈາກ ສ.ເກົາຫຼີ ທີ່ມັກກິນກຸ້ງສົດ ແລະ ປູສົດນໍ້າຈືດ ມີອາການຫາຍໃຈລໍາບາກ, ໄອມີເສມຫະ...

ເກີດຂຶ້ນ 1 ໃນ 8 ລ້ານ ຕ້ອງໄດ້ທຳການຜ່າອອກດ່ວນ ຍິງຊາວອິນເດຍພົບໂຕອ່ອນມາຢູ່ໃນຕັບ

ຍິງຊາວອິນເດຍມີອາການເຈັບທ້ອງ ຜົນສະແກນ MRI ພົບວ່າມີໂຕອ່ອນມາຢູ່ໃນຕັບ ເຊິ່ງເກີດຂຶ້ນໄດ້ຍາກມີພຽງ 45 ກໍລະນີ ໃນທົ່ວໂລກ ຈາກກໍລະນີຍິງຊາວອິນເດຍ ອາຍຸ 35 ປີ, ທີ່ກຳລັງຖືພາ 12 ອາທິດ...