Homeຂ່າວເຫດການນາຍົກລັດຖະມົນຕີ ຕ້ອນຮັບ ພົນເອກ ປຣະວິດ ວົງສຸວັນ ຮອງນາຍົກໄທ ເຂົ້າຢ້ຽມຄຳນັບ!

ນາຍົກລັດຖະມົນຕີ ຕ້ອນຮັບ ພົນເອກ ປຣະວິດ ວົງສຸວັນ ຮອງນາຍົກໄທ ເຂົ້າຢ້ຽມຄຳນັບ!

Published on

1-1

ທ່ານ ທອງສິງ ທຳມະວົງ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຕ້ອນຮັບທ່ານ ພົນເອກ ປຣະວິດ ວົງສຸວັນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີວ່າການກະຊວງກະລາ ໂຫມ ແຫ່ງຣາຊະອານາຈັກໄທ ພ້ອມຄະນະເຂົ້າຢ້ຽມຄຳນັບ ໃນຕອນແລງວັນທີ 17 ທັນວາ ນີ້ທີ່ຫ້ອງວ່າການລັດຖະບານ ໃນໂອກາດ  ເດີນທາງມາຢ້ຽມຢາມ ສປປ  ລາວຢ່າງ ເປັນທາງການໃນ ລະ ຫວ່າງວັນທີ 14-18 ທັນວາ ນີ້.
ທ່ານນາຍົກລັດຖະມົນຕີ  ໄດ້ສະແດງຄວາມຕ້ອນຮັບ ແລະ ຊົມເຊີຍຕໍ່ທ່ານພົນເອກ  ປຣະວິດ ວົງສຸວັນ ພ້ອມຄະນະ  ທີ່ໄດ້ເດີນທາງມາຢ້ຽມຢາມ  ລາວໃນຄັ້ງນີ້ ເພື່ອເປັນ ການປະກອບສ່ວນເຂົ້າໃນການພົວ  ພັນຮ່ວມມືທີ່ດີລະຫວ່າງສອງ  ປະເທດ ລາວ-ໄທ ເວົ້າລວມ  ເວົ້າສະເພາະກະຊວງປ້ອງກັນ ປະເທດແຫ່ງ ສປປ ລາວ ແລະ ກະຊວງ ກະລາໂຫມແຫ່ງຣາ ຊະອານາຈັກໄທ ໃຫ້ນັບມື້ແໜ້ນແຟ້ນຍິ່ງ  ຂຶ້ນທ່ານພົນເອກ ປຣະວິດ ວົງສຸວັນ ຕາງໜ້າຄະນະໄດ້ກ່າວສະແດງຄວາມຂອບ ໃຈຕໍ່ການຕ້ອນຮັບຂອງທ່ານ ນາຍົກລັດຖະມົນຕີ ພ້ອມທັງ ໄດ້ແຈ້ງຈຸດປະສົງຂອງການ ຢ້ຽມຢາມລາວໃນຄັ້ງນີ້ໃຫ້ ທ່ານນາຍົກລັດຖະມົນຕີໄດ້ຮັບຊາບ, ໃນການຢ້ຽມຢາມ ຄັ້ງນີ້ຄະນະຜູ້ແທນສອງຝ່າຍ ຍັງໄດ້ຮ່ວມເຊັນບົດບັນທຶກ ການຮ່ວມມືສອງຝ່າຍປະຈຳປີ ຕື່ມອີກ.

 

ແຫລ່ງຂ່າວ:

ປຊຊ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...