ນັກປະສາດວິທະຍາຈາກມະຫາວິທະຍາໄລ MIT ໄດ້ຄົ້ນພົບລະບົບການເຮັດວຽກງານຂອງສະຫມອງທີ່ເຮັດໃຫ້ພື້ນທີ່ນ້ອຍໆຂອງສະຫມອງບາງສ່ວນຢູ່ພາຍໃຕ້ສະພາວະຫລັບຫລືເກີດການຕື່ນຕົວຫລຸດລົງ ໃນຂະນະທີ່ພື້ນທີ່ສ່ວນທີ່ເຫລືອຂອງສະຫມອງຍັງຄົງຕື່ນຢູ່ (ພາບຈາກ Jose-Luis Olivares/MIT)
ຫລາຍເທື່ອທີ່ການນອນຫລັບມັກຖືກເຂົ້າໃຈວ່າເປັນໄລຍະທີ່ສະຫມອງເກີດການຕື່ນຕົວທັງໝົດຫລືບໍ່ກໍຖືກເຂົ້າໃຈກັນວ່າທຸກສ່ວນຂອງສະຫມອງຕົກຢູ່ພາຍໃຕ້ສະພາວະຫລັບໄຫລທັງໝົດຢ່າງໃດກໍຕາມນັກປະສາດວິທະຍາຈາກ MIT ໄດ້ຄົ້ນພົບວ່າວົງຈອນການເຮັດວຽກງານຂອງສະຫມອງສາມາດເຮັດໃຫ້ພື້ນທີ່ໃນສະຫມອງບາງສ່ວນເທົ່ານັ້ນທີ່ຕົກຢູ່ໃນຫ້ວງການນອນຫລັບຫລືມີການຕື່ນຕົວຫລຸດລົງ ໃນຂະນະທີ່ສ່ວນທີ່ເຫລືອຂອງສະຫມອງຍັງຄົງຢູ່ໃນສະພາວະຕື່ນຕົວຢູ່
ວົງຈອນນີ້ກໍ່ກຳເນີດຂຶ້ນພາຍໃນສະຫມອງໃນສ່ວນທີ່ຮູ້ຈັກກັນດີໃນຊື່ວ່າ thalamic reticular nucleus (TRN) ຊຶ່ງເຮັດຫນ້າທີ່ສົ່ງສັນຍານໄປຍັງທາລາມັດແລະສົ່ງຕໍ່ໄປຍັງເປືອກສະຫມອງແລະໄດ້ນຳກຸ່ມສະພາວະທີ່ຄື້ນສະຫມອງຈະເຄື່ອນທີ່ຊ້າລົງ ເຮັດໃຫ້ເກີດການຫລັບເລິກການແກວ່ງຂອງຄື້ນສະຫມອງທີ່ຊ້າລົງຍັງເກີດຂຶ້ນໄດ້ໃນໄລຍະໝົດສະຕິເປັນເວລາດົນແລະໄລຍະການເກີດອາການຊາທົ່ວໄປ ອີກທັງຍັງກ່ຽວພັນກັບການຕື່ນຕົວທີ່ຫລຸດລົງອີກດ້ວຍເມື່ອ TRN ເຮັດວຽກໄດ້ຫລາຍພຽງພໍ ຄື້ນສະຫມອງເຫລົ່ານີ້ຈະສາມາດຄວບຄຸມການເຮັດວຽກງານຂອງສະຫມອງທັງໝົດເອົາໄວ້ໄດ້
ນັກວິໄຈຫລາຍທ່ານຍັງເຊື່ອວ່າ TRN ອາດຈະຊ່ວຍສະຫມອງລວບລວມຄວາມຈື່ຈຳໃໝ່ໂດຍທຳການປະສານຄື້ນສະຫມອງທີ່ຊ້າລົງຈາກຫລາຍສ່ວນຂອງສະຫມອງເຂົ້ານຳກັນ ແລະຍັງໃຫ້ສ່ວນຕ່າງ ໆຂອງສະຫມອງເຫລົ່ານັ້ນສາມາດແບ່ງປັນຂໍ້ມູນກັນໄດ້ງ່າຍຫລາຍຂຶ້ນ Laura Lewis ນັກວິໄຈຈາກມະຫາວິທະຍາໄລ MIT ສາຂາ Brain and Cognitive Sciences ແລະເປັນໜຶ່ງໃນຄະນະວິໄຈທີ່ໄດ້ເຜີຍແຜ່ງານວິໄຈຊິ້ນໃໝ່ນີ້ໃນວາລະສານ eLife ໄດ້ກ່າວວ່າ “ໃນຂະນະທີ່ພວກເຮົາຫລັບ ຫລາຍສ່ວນທີ່ຈຳເພາະຂອງສະຫມອງອາດຈະຜະລິດຄື້ນທີ່ເຄື່ອນທີ່ຊ້າຂຶ້ນພ້ອມໆກັນ ເພາະພວກມັນຕ້ອງການແລກປ່ຽນຂໍ້ມູນຊຶ່ງກັນແລະກັນ ໃນຂະນະທີ່ສ່ວນອື່ນຂອງສະຫມອງບໍ່ມີການເຮັດວຽກງານໃນລັກສະນະນີ້ເລີຍ”
ຄະນະວິໄຈໄດ້ກ່າວອີກວ່າ “TRN ອາດຈະຍັງຕອບສະຫນອງຕໍ່ສິ່ງທີ່ໄດ້ເກີດຂຶ້ນພາຍໃນສະຫມອງອີກດ້ວຍ ເມື່ອຄົົນທີ່ອົດນອນຫລືນອນຫລັບບໍ່ພຽງພໍມັກຈະປະສົບກັບສະພາວະທີ່ບໍ່ມີສະມາທິ ບໍ່ສາມາດຈົດຈໍ່ກັບສິ່ງທີ່ເຮັດໄດ້ ເຖິງແມ່ນວ່າຈະພະຍາຍາມດິ້ນຮົນໃຫ້ຕົວເອງຮູ້ສຶກຕື່ນຕົວຢູ່ກໍຕາມ”
ນອກຈາກນີ້ວາລະສານທາງວິຊາການສະບັບນີ້ຍັງປະກອບດ້ວຍ ຜູ້ຂຽນຄົນທຳອິດຄື Jakob Voigts ນັກສຶກສາປະລິນຍາຈາກ MIT ສາຂາ brain and cognitive sciences
Senior authors ໄດ້ແກ່ ສາດສະດາຈານ Emery Brown (Edward Hood Taplin Professor ສາຂາ Medical Engineering and Computational Neuroscience ຈາກສະຖາບັນ MIT
ແລະຄະນະວິໄຈຈາກສະຖາບັນ MIT ຊຶ່ງໄດ້ແກ່ Francisco Flores ແລະ Matthew Wilson (Sherman Fairchild Professor ປະຈຳພາກວິຊາປະສາດຊີວະວິທະຍາແລະສະມາຊິກຂອງ MIT’s Picower Institute for Learning and Memory)
ການຄວບຄຸມໂດຍທົ່ວໄປ
ຈົນກະທັ້ງເຖິງປະຈຸບັນນີ້ ງານວິໄຈທີ່ກ່ຽວພັນກັບການນອນຫລັບສ່ວນໃຫຍ່ໄດ້ໃຫ້ຄວາມສົນໃຈໄປທີ່ການຄວບຄຸມການຫລັບທົ່ວທັງສະຫມອງ ຊຶ່ງຈະເກີດຂຶ້ນໄດ້ກໍຕໍ່ເມື່ອສະຫມອງທັງໝົດໄດ້ຈົມຢູ່ໃນຄື້ນສະຫມອງທີ່ເຄື່ອນທີ່ຊ້າການສັ່ນຂອງການເຮັດວຽກງານຂອງສະຫມອງຖືກສ້າງຂຶ້ນເມື່ອກຸ່ມຂອງເຊລ໌ປະສາດຖືກເຮັດໃຫ້ສະຫງົບເປັນໄລຍະເວລາໜຶ່ງ
ຢ່າງໃດກໍຕາມການສຶກສາເມື່ອໄວໆນີ້ໄດ້ສະແດງໃຫ້ເຫັນວ່າສັດທີ່ນອນຫລັບບໍ່ພຽງພໍ ໃນຂະນະທີ່ພວກມັນຕື່ນໄດ້ສະແດງຄື້ນສະຫມອງທີ່ຊ້າໃນຫລາຍໆບໍລິເວນໃນສະຫມອງຂອງພວກມັນ ສິ່ງນີ້ໄດ້ຊີ້ໃຫ້ເຫັນວ່າສະຫມອງຍັງສາມາດຄວບຄຸມຄວາມຕື່ນຕົວ ໃນສະພາວະທົ່ວໄປອີກດ້ວຍ
Lewis ໄດ້ກ່າວວ່າ “ຄະນະ MIT ໄດ້ເລີ່ມຕົ້ນການວິໄຈຈາກການຄວບຄຸມທົ່ວໄປຂອງການຖືກກະຕຸ້ນຫລືພາວະເຄີ່ງຫລັບເຄີ່ງຕື່ນດ້ວຍ TRN ເພາະຕຳແໜ່ງທີ່ TRN ຢູ່ນັ້ນເປັນຕຳແໜ່ງທີ່ເໝາະສົມທີ່ສຸດທີ່ຈະສະແດງບົດບາດໃນການນອນຫລັບ ໂດຍ TRN ຖືກລ້ອມຮອບດ້ວຍທາລາມັດຫລືເຮັດຫນ້າທີ່ຄ້າຍກັບເປືອກຫຸ້ມແລະເຮັດຫນ້າທີ່ຄືກັບຜູ້ຮັກສາປະຕູສຳລັບການຮັບຂໍ້ມູນທີ່ກ່ຽວພັນກັບຄວາມຮູ້ສຶກເຂົ້າສູ່ທາລາມັດ ຊຶ່ງຈະສົ່ງຂໍ້ມູນນີ້ໄປສູ່ສ່ວນຂອງເປືອກສະຫມອງຕໍ່ໄປ”
ການໃຊ້ອັອບໂຕເຈເນຕິກເທກນິກໜຶ່ງທີ່ເຮັດໃຫ້ນັກວິທະຍາສາດສາມາດຈຳລອງການກະຕຸ້ນເຊລ໌ປະສາດຫລືເຮັດໃຫ້ເຊລ໌ປະສາດສະຫງົບໄດ້ດ້ວຍແສງ ນັກວິໄຈພົບວ່າຖ້າໜູຕື່ນ TRN ຈະຖືກກະຕຸ້ນອ່ອນໆແລະຄື້ນທີ່ເຄື່ອນທີ່ຊ້າຈະປະກົດໃຫ້ເຫັນທີ່ເປືອກສະຫມອງເລັກນ້ອຍເທົ່ານັ້ນ ແຕ່ຖ້າ TRN ຖືກກະຕຸ້ນຫລາຍຂຶ້ນ ຄື້ນທີ່ເຄື່ອນທີ່ຊ້ານີ້ຈະປາກົດຂຶ້ນທົ່ວທັງເປືອກສະຫມອງ
Lewis ກ່າວວ່າ “ພວກເຮົາຍັງພົບອີກວ່າເມື່ອຄື້ນສະຫມອງທີ່ຊ້ານັ້ນຖືກກະຕຸ້ນຂຶ້ນທົ່ວທັງເປືອກສະຫມອງ ສັດຈະສະແດງພຶດຕິກຳທີ່ສື່ເຖິງອາການຢາກນອນ ພວກໜູຈະຢຸດແລ່ນໄປອ້ອມຮອບ ໂທນສຽງຂອງດົນຕີຈະຫລຸດລົງ”
ຄະນະວິໄຈເຊື່ອວ່າ TRN ສາມາດປັບປ່ຽນການຄວບຄຸມຂອງສະຫມອງໃຫ້ເໜືອກວ່າສ່ວນຂອງສະຫມອງທົ່ວໄປ ການເພີ່ມຂຶ້ນຫລືການຫລຸດຄື້ນທີ່ເຄື່ອນທີ່ຊ້າໃນບາງສ່ວນທີ່ຈຳເພາະຂອງສະຫມອງ ຊຶ່ງບໍລິເວນເຫລົ່ານັ້ນສາມາດຕິດຕໍ່ສື່ສານລະຫວ່າງກັນໄດ້ຫລືການນຳບາງພື້ນທີ່ຂອງສະຫມອງໃຫ້ຫລຸດການຕື່ນຕົວລົງເມື່ອສະຫມອງນັ້ນຮູ້ສຶກຢາກນອນຫລາຍ ສິ່ງນີ້ອາດຈະອະທິບາຍສິ່ງທີ່ເກີດຂື້ນໃນມະນຸດເມື່ອພວກເຂົານອນຫລັບບໍ່ພຽງພໍແລະບໍ່ມີສະມາທິເປັນໄລຍະສັ້ນໆ ຊຶ່ງບໍ່ໄດ້ຢູ່ໃນໄລຍະກຳລັງຈະເຂົ້າສູ່ນິທຣາແທ້ໆ
Lewis ກ່າວວ່າ “ຂ້ອຍຂ້ອນຂ້າງທີ່ຈະຄິດວ່າມັນເກີດຂຶ້ນເພາະສະຫມອງໄດ້ເລີ່ມປັບຕົວເຂົ້າສູ່ໄລຍະນອນຫລັບແລະບາງສ່ວນຂອງສະຫມອງໂດຍທົ່ວໄປເລີ່ມຊະລໍການເຮັດວຽກງານລົງເຖິງວ່າເຈົ້າຈະຖືກບັງຄັບໃຫ້ຕື່ນຢູ່ກໍຕາມ”
ການນອນຫລັບຕາມທຳມະຊາດແລະອາການຊາໂດຍທົ່ວໄປ
ການເຮັດຄວາມເຂົ້າໃຈວ່າສະຫມອງຄວບຄຸມສະພາວະຕື່ນໄດ້ຢ່າງໃດ ສາມາດຊ່ວຍໃຫ້ຜູ້ວິໄຈສາມາດອອກແບບຢານອນຫລັບແລະຢາມຶນຕົວໃໝ່ທີ່ມີປະສິດທິພາບການໃຊ້ງານທີ່ດີຂຶ້ນໄດ້ ເພື່ອໃຫ້ໄດ້ສະພາວະທີ່ຄ້າຍຄຶງກັບການນອນຫລັບຕາມທຳມະຊາດຫລາຍຍິ່ງຂຶ້ນ ການກະຕຸ້ນ TRN ສາມາດນຳສະພາວະການຫລັບເລິກແລະຈາກງານວິໄຈໃນອະດີດໂດຍ Brown ແລະຄະນະໄດ້ເປີດເຜີຍວົງຈອນທີ່ໄດ້ໄປເປີດລະບົບການນອນຫລັບ REM ຂຶ້ນ
Brown ໄດ້ກ່າວເພິ່ມເຕີມວ່າ TRN ນັ້ນຈະພົບຫລາຍທີ່ຊ່ອງວ່າງລະຫວ່າງເຊລ໌ປະສາດທີ່ເຊື່ອມຕໍ່ພາຍໃນສະຫມອງຊຶ່ງຈະປົດປ່ອຍສານສື່ປະສາດ GABA ດັ່ງນັ້ນຈະກ່າວໄດ້ວ່າ TRN ຄືສ່ວນຫນຶ່ງໃນການເຮັດວຽກງານຂອງຕົວຢາມຶນຫລາຍຊະນິດ ຊຶ່ງເຮັດໜ້າທີ່ຄືກັບ TRN ກຸ່ມໃຫຍ່ທີ່ເຮັດວຽກໃນບໍລິເວນຊ່ອງວ່າງລະຫວ່າງເຊລ໌ປະສາດ ແລະຜະລິດຄື້ນສະຫມອງທີ່ຊ້າອອກມາ
ງານວິໄຈໃນອະດີດຂອງ Lewis ແລະຄະນະ ໄດ້ສະແດງໃຫ້ເຫັນວ່າ ຄື້ນທີ່ເຄື່ອນທີ່ຊ້າຂອງການນອນຫລັບ ແຕກຕ່າງຈາກອາການຊາໂດຍທົ່ວໄປທີ່ບໍ່ໄດ້ເຮັດວຽກປະສານກັນ ມັນຊີ້ໃຫ້ເຫັນເຖິງກົນໄກທີ່ວ່າເປັນຫຍັງຢາເຫລົ່ານີ້ເຖິງສ້ອມແຊມການແລກປ່ຽນຂໍ້ມູນພາຍໃນສະຫມອງແລະກໍ່ໃຫ້ເກີດພາວະຂາດສະຕິຂຶ້ນໄດ້