spot_img
Homeຂ່າວການພັດທະນາຮອງນາຍົກເນັ້ນແກ້ໄຂບັນຫາເພື່ອຮັບປະກັນການກໍ່ສ້າງທາງລົດໄຟລາວ-ຈີນສໍາເລັດຕາມແຜນ

ຮອງນາຍົກເນັ້ນແກ້ໄຂບັນຫາເພື່ອຮັບປະກັນການກໍ່ສ້າງທາງລົດໄຟລາວ-ຈີນສໍາເລັດຕາມແຜນ

Published on

somsavad

ໃນໂອກາດຂຶ້ນລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ VII ກ່ຽວກັບໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນໃນທ້າຍອາທິດຜ່ານມາຂອງທ່ານຮອງນາຍົກລັດຖະມົນຕີ ສົມສະຫວາດ ເລັ່ງສະຫວັດ ໂດຍທ່ານໄດ້ຊີ້ໃຫ້ເຫັນບາງບັນຫາທີ່ລັດຖະບານ, ຂະແໜງການ ແລະ ອໍານາດການປົກຄອງທ້ອງຖິ່ນກ່ຽວຂ້ອງຕ່າງໆຈະຕ້ອງໄດ້ພ້ອມກັນຮີບຮ້ອນເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍ ແລະ ແກ້ໄຂເພື່ອຮັບປະກັນໃຫ້ໂຄງການລົດໄຟດັ່ງກ່າວໄດ້ດໍາເນີນໄປຕາມແຜນການວາງໄວ້ຄື: ຮີບ​ຮ້ອນ​ວັດ​ແທກ​ເນື້ອທີ່​ດິນ,ສິ່ງ​ປຸກ​ສ້າງ ​ແລະ ຜົນລະປູກ​ຂອງ​ປະຊາຊົນ​ທີ່​ຖືກ​ຜົນ​ກະທົບ​ຈາກ​ໂຄງການ​ໃຫ້​ຊັດ​ເຈນ. ຈາກ​ນັ້ນຄິດ​ໄລ່​ຄ່າ​ຊົດ​ເຊີຍ​ໂດຍ​ອີງ​ໃສ່​ດຳລັດ​ຂອງ​ນາຍົກ ລັດຖະມົນຕີ ​ແລະ ນະ​ໂຍບາຍ​ທີ່​ລັດ​ເຮົາ​ໄດ້​ປະຕິບັດ​ຜ່ານ​ມາ​ຕໍ່​ໂຄງການ​ພັດທະນາ​ຕ່າງໆ, ໂດຍມູນ​ຄ່າ​ການ​ຊົດ​ເຊີຍ​ທັງ​ໝົດ​ຈະ​ໄດ້​ບວກ​ເຂົ້າ​ເປັນ​ມູນ​ຄ່າ​ຂອງ​ໂຄງການ​

ລວມ, ຮີບ​ຮ້ອນ​ກວດກາ​ເກັບ​ກູ້​ລະ​ເບີດຕົກຄ້າງບໍ່ທັນແຕກ​ຕາມ​ແລວ​ທາງ​ລົດ​ໄຟ ​ແລະ ຈຸດ​ທີ່​ຈະຕັ້ງບ່ອນ​ພັກ​ເຊົາ​ຂອງ​ກຳມະກອນ​ເພື່ອ​ຮັບປະ ກັນ​ຄວາມ​ປອດ​ໄພ​ໃຫ້​ແກ່​ໂຄງການ, ຮີບ​ຮ້ອນ​ດຳ​ເນີນ​ການ​ດຶງ​ຕາ​ຂ່າຍ​ໄຟຟ້າ​ເພື່ອ​ຮັບ​ໃຊ້​ໂຄງການ​ໃນ​ໄລຍະ​ກໍ່ສ້າງ, ຮີບ​ຮ້ອນ​ຄັດ​ເລືອກ​ບຸກຄະລາ​ກອນ​ເພື່ອ​ສົ່ງ​ໄປ​ສຶກສາ​ຮໍ່​າຮຽນ​ຕາມ​ຄວາມ​ຕ້ອງການ​ທຸກໆ​ວິຊາ ​ເພື່ອ​ໃຫ້​ທັນ​ກັບ​ຄືນ​ມາ​ຄຸ້ມ​ຄອງ​ການ​ດຳ​ເນີນ​ງານ​ຂອງ​ໂຄງການ​ນີ້, ສົມທົບ​ລະຫວ່າງ​ຂະ​ແໜງ​ການ​ສູນ​ກາງ​ກັບ​ທ້ອງ​ຖິ່ນ, ​ເພື່ອ​ລະດົມ​ແຮງ​ງານ​ທີ່​ຈຳ​ເປັນ ​ແລະ ​ເອົາ​ເຂົ້າມາ​ເຝິກອົບຮົມ​ເພື່ອ​ປະ ກອບ​ໃຫ້​ໂຄງການ, ນອກ​ຈາກນັ້ນຍັງ​ມີ​ວຽກ​ງານ​ອື່ນໆ​ເຊັ່ນ:​ ການ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ເຄື່ອນ​ຍ້າຍ​ເຂົ້າ-ອອກ​ຂອງ​ພາຫະນະ​ວັດ​ສະ​ດຸ​ກໍ່ສ້າງ, ​ແຮງ​ງານ, ບັນຫາ​ຕອບ​ສະໜອງ​ສະບຽງອາ ຫານ ​ແລະ ອື່ນໆ.

ທ່ານຮອງນາຍົກລັດຖະມົນຕີ ສົມສະຫວາດ ເລັ່ງສະຫວັດ ກ່າວວ່າ: ລັດຖະບານຈະ​ສຸມ​ທຸກ​ຄວາມ​ພະຍາຍາມ​ດ້ວຍ​ຄວາມ​ຮັບຜິດຊອບ​ສູງ ​ເພື່ອ​ເຮັດ​ໃຫ້​ໂຄງການ​ນີ້​ໄດ້​ດຳ​ເນີນ​ໄປ ​ແລະ ສຳ​ເລັດ​ຜົນ​ຢ່າງ​ຈົບງາມ, ຕອບ​ສະໜອງ​ຄວາມ​ມຸ່ງ​ຫວັງ​ຂອງ​​ການ​ນຳ​​ພັກ ​ແລະ ລັດ​ເຮົາ, ພ້ອມ​ດ້ວຍ​ຄວາມ​ຄອງ​ຄອຍ​ທີ່​ມີ​ມາ​ແຕ່​ດົນ​ນານຂອງ​ປະຊາຊົນ​ລາວ,​ເຮັດ​ໃຫ້​ໂຄງການ​ປະກອບສ່ວນ​ຢ່າງ​ສຳຄັນ​ເຂົ້າ​ໃນ​ການ​ຊຸກຍູ້​ຈັງຫວະ​ການ​ເຕີບ​ໃຫຍ່​ຂອງ​ເສດຖະກິດ​ແຫ່ງ​ຊາດ, ທັງ​ປະກອບສ່ວນ​ເຂົ້າ​ໃນ​ການ​ຫັນປ່ຽນ​ປະ​ເທດ​ເຮົາ​ຈາກ​ປະ​ເທດ​ທີ່​ບໍ່​ມີ​ຊາຍ​ແດນ​ຕິດ​ກັບ​ທະ​ເລ​ກາຍ​ເປັນ​ປະ​ເທດ​ເຊື່ອມ​ຈອດ,ສົ່ງ​ເສີມ​ການ​ຮ່ວມ​ມື​ລະຫວ່າງ​ອາ​ຊຽນກັບ ສປ ຈີນ ແລະ​ ຂໍ​ຮຽກຮ້ອງ​ດ້ວຍ​ຄວາມ​ຈິງ​ໃຈກັບສະພາ​ແຫ່ງ​ຊາດຈະ​ໃຫ້ການ​ສະໜັບສະໜູນ​ຢ່າງ​ແຂງ​ແຮງ, ​ໃຫ້ການ​ຮ່ວມ​ໄມ້​ຮ່ວມ​ມື​ຢ່າງ​ເອົາ​ຈິງ​ເອົາ​ຈັງ​ກັບ​ລັດຖະບານ ​ເພື່ອ​ໃຫ້​ໂຄງການ​ທີ່​ມີ​ຄວາມ​ໝາຍ​ປະຫວັດສາດ ​ແລະ ຍຸດ​ທະ​ສາດ​ຂອງ​ຊາດ​ເຮົາ​ສຳ​ເລັດ​ຜົນ​ຢ່າງ​ຈົບງາມ, ໂດຍສະເພາະ​ຂໍ​ສະ​ເໜີ​ໃຫ້​ສະມາຊິກ​ສະພາ​ແຫ່ງ​ຊາດ​ໃນ​ແຕ່ລະ​ແຂວງ​ເປັນຕົ້ນ​: ແຂວງ​ຫລວງ​ນ້ຳທາ, ອຸດົມ​ໄຊ, ຫລວງ​ພະ​ບາງ, ​ແຂວງ​ວຽງ​ຈັນ ​ແລະ ນະຄອນຫລວງ​ວຽງ​ຈັນຈົ່ງ​ເພີ່ມ​ທະວີ​ປະສານ​ສົມທົບ​ກັບ​ຄະນະ​ພັກ ​ແລະ ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ເອົາ​ໃຈ​ໃສ່ສຶກສາ​ອົບຮົມ, ປຸກລະດົມ​ປະຊາຊົນ ​ເປັນຕົ້ນ:ປະຊາຊົນ​ທີ່​ຖືກ​ຜົນ​ກະທົບ​ຈາກ​ໂຄງການ​ດັ່ງກ່າວ​ໃຫ້​ເຫັນ​ຄວາມ​ຈຳ​ເປັນ ​ແລະ ຄວາມ​ສຳຄັນ​ຍຸດ​ທະ​ສາດ​ຂອງ​ໂຄງການ​ນີ້, ປະກອບສ່ວນ​ດ້ວຍ​ຄວາມ​ເສຍ​ສະລະເພື່ອ​ພາລະກິດ​ລວມຂອງ​ຊາດ.

ແຫ່ລງຂ່າວ

ລພນ

ບົດຄວາມຫຼ້າສຸດ

ຮູ້ຫຼືບໍ່? ທີ່ໄປທີ່ມາຂອງຊື່ພາຍຸແຕ່ລະລູກ ໃຜເປັນຄົນຕັ້ງ ແລະ ໃຜເປັນຄົນຄິດຊື່

ພາຍຸແຕ່ລະລູກ ໃຜເປັນຄົນຕັ້ງ ແລະ ໃຜເປັນຄົນຄິດຊື່ ມາຮູ້ຄຳຕອບມື້ນີ້ ພາຍຸວິພາ, ພາຍຸຄາຈິກິ ໄດ້ມາຈາກໃສ ໃນໄລຍະນີ້ເຫັນວ່າມີພາຍຸກໍ່ໂຕຂຶ້ນມາຕະຫຼອດ ແລະມີຫຼາຍຄົນອາດຈະສົງໃສວ່າ ໃນການຕັ້ງຊື່ພາຍຸແຕ່ລະລູກ ແມ່ນໃຜເປັນຄົນຕັ້ງ ແລະຄໍາຕອບກໍຄື ຊື່ຂອງພາຍຸແມ່ນໄດ້ຖືກຕັ້ງຂຶ້ນຈາກປະເທດຕ່າງໆໃນທົ່ວໂລກ. ສຳລັບພາຍຸທີ່ສາມາດຕັ້ງຊື່ໄດ້ນັ້ນ ຕ້ອງແມ່ນພາຍຸລະດັບໂຊນຮ້ອນຂຶ້ນໄປ...

ແຈ້ງເຕືອນພາຍຸລູກໃໝ່ ທີ່ອາດຈະສົ່ງຜົນກະທົບຕໍ່ປະເທດລາວ ໃນວັນທີ 30/08/2025 – 02/09/2025

ກຽມຮັບມືພາຍຸລູກໃໝ່ ຫວຽດນາມອອກແຈ້ງເຕືອນພາຍຸລູກໃໝ່ ອາດສົ່ງຜົນກະທົບຕໍ່ປະເທດລາວ, ປະເທດໄທ ແລະ ປະເທດຫວຽດນາມ ຫວຽດນາມອອກແຈ້ງເຕືອນພາຍຸລູກໃໝ່ ທີ່ຄາດວ່າຈະໃຊ້ຊື່ວ່າພາຍຸໜອງຟ້າ ຫຼື ຟ້າໃສ ທີ່ຕັ້ງຊື່ໂດຍປະເທດລາວ ຄາດອິດທິພົນຂອງພາຍຸລູກນີ້ຈະສົ່ງຜົນກະທົບຕໍ່ປະເທດລາວ, ປະເທດໄທ ແລະ ປະເທດຫວຽດນາມ...

ຜົນສໍາເລັດ ກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ ຄັ້ງທີ III ຂອງ ອົງຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ

ເອກະສັນຮັບເລືອກ ສະຫາຍ ປອ. ສັນຕິສຸກ ສິມມາລາວົງ ເປັນເລຂາຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ຊຸດໃໝ່) ກະຊວງເຕັກໂນໂລຊີ ແລະ ການສື່ສານລາຍງານຜົນ ກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ...

ຄາດວ່າຈະສຳເລັດໃນຕົ້ນປີ 2026 ໂຄງການ ກໍ່ສ້າງໂຮງງານບໍາບັດນໍ້າເປື້ອນ ນວ ລະບົບສະຖານີປ້ຳ ແລະ ສາຍທໍ່ສົ່ງນ້ຳເປື້ຶອນ ຄືບໜ້າແລ້ວ 89.57%

ໂຄງການ ກໍ່ສ້າງໂຮງງານບໍາບັດນໍ້າເປື້ອນ ນວ ລະບົບສະຖານີປ້ຳ ແລະ ສາຍທໍ່ສົ່ງນ້ຳເປື້ຶອນ ຄາດຕົ້ນປີ 2026 ຈະສໍາເລັດ ແລະ ເປີດນໍາໃຊ້ຢ່າງເປັນທາງການ. ໂຄງການ ກໍ່ສ້າງໂຮງງານບໍາບັດນໍ້າເປື້ອນນະຄອນຫຼວງວຽງຈັນ ເປັນໂຄງການໜຶ່ງທີ່ຈະຊ່ວຍໃນການປຸງປັບລະບົບສິ່ງແວດລ້ອມ,ໂດຍສະເພາະແມ່ນ ບັນຫາສິ່ງແວດລ້ອມນໍ້າ,...