Homeຂ່າວພາຍ​ໃນຄະນະຂະບວນຄາຣາວານ ເດີນທາງເຖິງນະຄອນຫຼວງວຽງຈັນແລ້ວ

ຄະນະຂະບວນຄາຣາວານ ເດີນທາງເຖິງນະຄອນຫຼວງວຽງຈັນແລ້ວ

Published on

00000000

ພາຍຫຼັງ​ສຳເລັດ​ການເຄື່ອນໄຫວ ທ່ຽວ​ຊົມ​ແຫຼ່ງ​ທ່ອງ​ທ່ຽວ​ຫຼາຍ​ແຫ່ງ ທີ່​ແຂວງ​ຊຽງ​ຂວາງ ຂະ​ບວນ​ຄາ​ຣາ​ວານ ຄືນ​ສູ່​ຖິ່ນ​ກຳເນີດ​ກອງທັບ​ປະຊາຊົນ​ລາວ ໂດຍ​ມີ​ທ່ານ ​ສຈ.​ດຣ. ບໍ່​ແສງ​ຄຳ ວົງ​ດາລາ ລັດຖະມົນຕີ​ວ່າການ ກະຊວງ​ຖະແຫຼງ​ຂ່າວ ວັດທະນະທຳ ແລະ ທ່ອງ​ທ່ຽວ (ຖວ​​ທ) ພ້ອມ​ດ້ວຍ​ທ່ານ​ພົນ​ຕີ ຈັນ​ສະໝອນ ຈັນ​ຍາ​ລາດ ລັດຖະມົນຕີ​ຊ່ວຍ​ວ່າການ ກະຊວງ​ປ້ອງ​ກັນ​ປະເທດ ໄດ້​ນຳ​ຂະ​ບວນ​ໄປ​ເຖິງ​ແຂວງ​ຫົວພັນ ໄດ້​ຢ້ຽມ​ຊົມ​ບັນດາ​ຖ້ຳ​ປະຫວັດສາດ​ຂອງ​ຜູ້ນຳ​ລາວ ຢູ່​ເມືອງ​ວຽງ​ໄຊ ໃນ​ວັນ​ທີ 11 ມັງກອນ 2014 ມາ​ຮອດ​ວັນ​ທີ 13 ມັງກອນ 2014 ຂະ​ບວນ​ຄາ​ຣາ​ວານ​ດັ່ງກ່າວ ໄດ້​ເດີນທາງ​ກັບ​ເຖິງ​ນະຄອນຫຼວງ​ວຽງ​ຈັນ ດ້ວຍ​ຜົນສຳເລັດ.

ການ​ຢ້ຽມຢາມ​ເຂດ​ທີ່​ໝັ້ນ​ເມືອງ​ວຽງ​ໄຊ ຂອງ​ຄະນະ​ຂະ​ບວນ​ຄາ​ຣາ​ວານ​ຄັ້ງ​ນີ້ ໄດ້​ຢ້ຽມ​ຊົມ​ເຂດ​ອະນຸສອນ​ສະຖານ ຖ້ຳ​ປະຫວັດສາດ​ຂອງ​ປະທານ ໄກສອນ ພົມວິຫານ ທ່ານ ໜູ​ຮັກ ພູມ​ສະຫວັນ ປະທານ ສຸ​ພານຸ​ວົງ ທ່ານ ພູມີ ວົງ​ວິຈິດ ຖ້ຳ​ໂຮງໝໍ ຖ້ຳ​ທ່ານ ຄຳ​ໄຕ ສີ​ພັນ​ດອນ ແລະ ຖ້ຳ​ຫ້ອງ​ການເມືອງ ກອງ​ບັນຊາ​ການ​ທະຫານ​ສູງ​ສຸດ ກອງທັບ​ປະຊາຊົນ​ລາວ (ຖ້ຳ​ຊ້າງ​ລອດ) ພ້ອມ​ດ້ວຍ​ຖ້ຳ​ຜູ້ນຳ​ຄົນ​ອື່ນໆ ຊຶ່ງ​ການ​ຢ້ຽມ​ຊົມ​ແຕ່​ລະ​ຖ້ຳ​ລ້ວນ​ແຕ່​ໄດ້​ເຫັນ ແລະ ໄດ້​ຮັບ​ຮູ້​ເຖິງ​ຮ່ອງຮອຍ​ຊີວິດ​ການເຄື່ອນໄຫວ ການ​ປະຕິວັດ ການ​ຕໍ່ສູ້​ຕ້ານ​ກັບ​ພວກ​ຈັກກະພັດ​ລ່າ​ເມືອງ​ຂຶ້ນ ໃນ​ລະຫວ່າງ​ຊຸມ​ປີ 1964-1975 ທີ່​ສຳຄັນ​ໄດ້​ເຫັນ​ສຳ​ພັດ​ຖ້ຳ​ທີ່​ມີ​ຊື່ວ່າ “ຜາ​ຫານ” ຂອງ​ປະທານ ໄກສອນ ພົມວິຫານ ແລະ ຄອບຄົວ​ອາໄສ​ຢູ່ ໃນ​ຖານະ​ເປັນ​ເລຂາທິການ​ໃຫຍ່ ພັກ​ປະຊາຊົນ​ປະຕິວັດ​ລາວ ແລະ ເປັນ​ນາຍົກລັດຖະມົນຕີ​ຄົນ​ທຳ​ອິດ​ຂອງ ​ສປປ ລາວ ທີ່​ປະກອບ​ດ້ວຍ​ຫ້ອງ​ຄົ້ນຄວ້າ​ສະເພາະ ຫ້ອງ​ປະຊຸມ ກຳມະການ​ກົມ​ການເມືອງ​ສູນ​ກາງ​ພັກ ແລະ ຫ້ອງ​ອື່ນໆ ໃນ​ຂະນະ​ທີ່​ຖ້ຳ​ຊ້າງ​ລອດ ກໍ່​ມີ​ສະຖານທີ່​ກວ້າງຂວາງ (ຊ້າງ​ລອດ​ໄດ້​ເປັນ​ຝູງ) ຊຶ່ງ​ເປັນ​ທີ່​ຕັ້ງ​ຂອງ​ກອງ​ບັນຊາ​ການ​ສູງ​ສຸດ ກອງທັບ​ປະຊາຊົນ​ລາວ ພາຍ​ໃຕ້​ການ​ບັນຊາ​ຂອງ​ທ່ານ ຄຳ​ໄຕ ສີ​ພັນ​ດອນ ເພື່ອ​ປະຕິບັດ​ໜ້າທີ່​ປ້ອງ​ກັນ​ເຂດ​ທີ່​ໝັ້ນ​ວຽງ​ໄຊ ຈົນ​ກ້າວ​ໄປ​ສູ່​ການ​ປົດ​ປ່ອຍປະ​ເທດ​ຊາດ​ສຳເລັດ ແລະ ສະຖາປະນາ​ເປັນ ​ສປປ ລາວ ໃນ​ປີ 1975 ຄະນະ​ຂະ​ບວນ​ຄາ​ຣາ​ວານ​ຫຼາຍ​ຄົນ ໄດ້​ມາ​ເຫັນ​ກັບ​ຕາ​ເປັນ​ຄັ້ງ​ທຳ​ອິດ ທັງ​ໄດ້​ສະແດງ​ຄວາມ​ດີໃຈ ແລະ ຍົກຍ້ອງ​ບັນດາ​ທ່ານ​ຜູ້ນຳ​ລາວ ທີ່​ມີ​ຄວາມ​ເສຍສະຫຼະ​ອົດທົນ ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ຢ່າງ​ບໍ່​ຮູ້​ອິດ​ຮູ້​ເມື່ອຍ ຈົນ​ໃນ​ທີ່​ສຸດ ກໍ່​ສາມາດ​ນຳ​ໄຊຊະນະ​ຮອບດ້ານ ມາ​ໃຫ້​ປະຊາຊົນ​ລາວ​ສືບຕໍ່​ປົກ​ປັກ​ຮັກສາ ແລະ ສ້າງສາ​ພັດທະນາ​ປະເທດ​ຊາດ​ຕໍ່​ໄປ ທັງ​ນີ້ ເຫັນ​ສົມຄວນ​ວ່າ​ຄົນ​ຮຸ່ນ​ຫຼັງ​ຈະ​ໄປ​ທ່ຽວ​ຊົມ ແລະ ສຶກ​ສາ​ຮ່ຳຮຽນ​ເອົາ​ບົດຮຽນ ທັງ​ເປັນ​ການ​ຈາລຶກ​ບຸນຄຸນ ແລະ ຄຸນງາມຄວາມດີ​ຂອງ​ເພິ່ນ​ຕະຫຼອດ​ໄປ.

ທ່ານ ພູ​ວັນ ເພັດ​ມີ​ໄຊ ຮອງ​ຫົວໜ້າ​ພະ​ແນກ​ຖະແຫຼງ​ຂ່າວ ວັດທະນະທຳ ແລະ ທ່ອງ​ທ່ຽວ ແຂວງ​ຫົວພັນ ບອກ​ວ່າ: ພາຍຫຼັງ​ມີ​ການ​ພັດທະນາ ແລະ ເປີດ​ບໍລິການ​ໃຫ້​ບັນດາ​ນັກ​ທ່ອງ​ທ່ຽວ ໄດ້​ເຂົ້າ​ຊົມ​ຢ່າງ​ທົ່ວ​ເຖິງ ນັບ​ແຕ່​ປີ 2000 ເປັນຕົ້ນ​ມາ ສ້າງ​ເກດ​ໄດ້​ວ່າ​ມີ​ນັກ​ທ່ອງ​ທ່ຽວ​ພາຍ​ໃນ ແລະ ຕ່າງປະເທດ ສົນໃຈ​ເຂົ້າ​ມາ​ທ່ຽວ​ນັບ​ມື້​ຫຼາຍ​ຂຶ້ນ ໂດຍ​ສະເພາະ​ແມ່ນ​ໃນ​ລະດູແລ້ງ ເນື່ອງ​ຈາກ​ເສັ້ນທາງ​ຍາວ​ໄກ ທ່ານ​ຮອງ​ພະ​ແນກ ຖວ​​ທ ໃຫ້​ຮູ້​ອີ​ກວ່າ: ທົ່ວ​ແຂວງ​ຫົວພັນ ມີ​ແຫຼ່ງ​ທ່ອງ​ທ່ຽວ​ທັງ​ໝົດ​ກວ່າ 100 ແຫ່ງ ໃນ​ນີ້ ມີ​ແຫຼ່ງ​ທ່ອງ​ທ່ຽວ​ທາງ​ປະຫວັດສາດ 53 ແຫ່ງ ທຳ​ມະ​ຊາດ 31 ແຫ່ງ ສຳລັບ​ແຫຼ່ງ​ທ່ອງ​ທ່ຽວ​ທີ່​ໄດ້​ຮັບ​ການ​ພັດທະນາ ແລະ ເປີດ​ບໍລິການ​ມີ 35 ແຫ່ງ ປີ 2013 ຜ່ານ​ມາ​ນີ້ ມີ​ນັກ​ທ່ອງ​ທ່ຽວ​ເຂົ້າ​ມາ​ແຂວງ​ຫົວພັນ​ທັງ​ໝົດ 31.000 ຄົນ ສ້າງ​ລາຍ​ຮັບ​ກວ່າ 12 ຕື້​ກີບ ທຽບໃສ່​ປີ 2012 ເພີ່ມ​ຂຶ້ນ​ກວ່າ 1 ຕື້​ກີບ ປັດຈຸບັນ ລາຍ​ຮັບ​ສ່ວນ​ໃຫຍ່​ແມ່ນ​ມາ​ຈາກ​ແຫຼ່ງ​ທ່ອງ​ທ່ຽວ​ປະຫວັດສາດ ເມືອງ​ວຽງ​ໄຊ ແຫຼ່ງ​ທ່ອງ​ທ່ຽວ​ແບບ​ປະຊາຊົນ​ມີ​ສ່ວນ​ຮ່ວມ ປ່າ​ສະຫງວນ​ນ້ຳ​ແອດ-ພູ​ເລີຍ ແລະ ອື່ນໆ.

ໃນ​ລະຫວ່າງ​ການ​ເດີນທາງ​ຈາກ​ແຂວງ​ຊຽງ​ຂວາງ ໄປ​ແຂວງ​ຫົວພັນ ເມື່ອ​ວັນ​ທີ 10 ມັງກອນ 2014 ທ່ານ ​ສຈ.​ດຣ. ບໍ່​ແສງ​ຄຳ ວົງ​ດາລາ ໄດ້​ນຳພາ​ຄະນະ​ຂະ​ບວນ​ຄາ​ຣາ​ວານ “ຄືນ​ສູ່​ຖິ່ນ​ກຳເນີດ​ກອງທັບ​ປະຊາຊົນ​ລາວ” ແວ່​ຊົມ​ອະນຸສອນ​ສະຖານ​ຖ້ຳ​ປິວ ທີ່​ເມືອງ​ຄຳ ແຂວງ​ຊຽງ​ຂວາງ ຊົມ​ສະຖານທີ່​ທ່ອງ​ທ່ຽວ​ນ້ຳຕົກຕາດ​ສະເຫຼີຍ ດ້ວຍ​ບັນຍາກາດ​ມ່ວນຊື່ນ.

ຖ້ຳ​ປີວ​ເປັນ​ສະຖານທີ່​ໂສກ​ນາດຕະກຳ ຫຼັງ​ຈາກ​ພວກ​ຈັກກະພັດ​ອາເມລິກາ ແລະ ລູກແຫຼ້ງ​ຕີນ​ມື ໄດ້​ຮັບ​ຄວາມ​ປະ​ລາ​ໄຊ​ຢ່າງ​ເຈັບ​ແສບ ໃຫ້​ກຳລັງ​ຮັກ​ຊາດ ແລະ ປະຊາຊົນ​ແຂວງ​ຊຽງ​ຂວາງ ພວກ​ເຂົາ​ຈຶ່ງ​ໄດ້​ເພີ່ມ​ທະວີ​ຝູງ​ຍົນ​ສູ້​ຮົບ ຍິງ​ທຳລາຍ​ເຜົາ​ຜານ​ເຂດ​ປົດ​ປ່ອຍ​ຢ່າງ​ປ່ວງ​ບ້າ ໃຊ້​ຍົນ​ຖີ້ມ​ລະເບີດ​ຢ່າງ​ບໍ່​ເລືອກ​ເປົ້າ​ໝາຍ ໂຮງຮຽນ ໂຮງໝໍ ວັດ​ອາ​ອາ​ຮາມ ຕະຫຼອດ​ເຖິງ​ເຮືອນ​ຊານ​ບ້ານ​ຊ່ອງ ນັບ​ທັງ​ຊີວິດ ແລະ ຊັບ​ສິນ​ຂອງ​ປະຊາຊົນ​ຈົນ​ນັບ​ບໍ່​ຖ້ວນ ໃນ​ນັ້ນ ມີ​ເຫດການ​ທີ່​ທຸກ​ຄົນ​ບໍ່​ອາດ​ຫຼົງ​ລືມ​ໄດ້ ແມ່ນ​ການ​ຍິງ​ລູກ​ສອນ​ໄຟ​ເຂົ້າ​ໃສ່​ຖ້ຳ​ປິວ ຂອງ​ກຳລັງ​ອາກາດ​ຈັກກະພັດ​ອາເມລິກາ ໃນ​ວັນ​ທີ 24 ພະຈິກ 1968 ອັນ​ໄດ້​ເຂັ່ນຂ້າ​ປະຊາຊົນ​ທີ່​ລີ້​ໄພ​ຢູ່​ໃນ​ຖ້ຳ ເສຍ​ຊີວິດ​ພາບ​ດຽວ 374 ຄົນ ດັ່ງນັ້ນ ໃນ​ວັນ​ທີ 24 ພະຈິກ​ຂອງ​ທຸກ​ປີ ໄດ້​ເປັນ​ວັນ​ຄຽດ​ແຄ້ນ​ສົງຄາມ​ຮຸກ​ຮານ ເປັນ​ວັນ​ທີ່​ລະນຶກ ແລະ ໄວ້ອາໄລ​ດວງ​ວິນ​ຍານ​ຂອງ​ພໍ່​ແມ່​ປະຊາຊົນ​ຜູ້​ບໍລິສຸດ ທີ່​ຕົກ​ເປັນ​ເຫຍື່ອ​ເຄາະ​ຮ້າຍ​ຂອງ​ເຫດການ​ຄັ້ງ​ນັ້ນ ຊຶ່ງ​ພວກ​ເພິ່ນ​ໄດ້​ເສຍສະຫຼະ​ຊີວິດ​ເລືອດ​ເນື້ອ ເພື່ອ​ເອກະລາດ​ແຫ່ງ​ຊາດ ແລະ ເພື່ອ​ຄວາມ​ສົມບູນ​ພູນ​ສຸກ​ຂອງ​ຊາວ​ແຂວງ​ຊຽງ​ຂວາງ ກໍ່​ຄື​ຊາວ​ລາວ​ທັງ​ຊາດ ທີ່​ຍັງ​ຄົງ​ຈຳ​ໄວ້​ຕະຫຼອດ​ການ ຈາກ​ນັ້ນ ຄະນະ​ຂະ​ບວນ​ຄາ​ຣາ​ວານ ໄດ້​ແວ່​ຊົມ​ສະຖານທີ່​ທ່ອງ​ທ່ຽວ​ນ້ຳຕົກຕາດ​ສະເຫຼີຍ ຕັ້ງ​ຢູ່​ແຄມ​ເສັ້ນທາງ​ເລກ 6 ລະຫວ່າງ ບ້ານ​ສະເຫຼີຍ-ບ້ານ​ໂພນ​ໄຊ ຫ່າງ​ຈາກ​ເທດສະບານ​ແຂວງ​ຫົວພັນ 36 ກິໂລແມັດ ນ້ຳຕົກຕາດ​ແຫ່ງ​ນີ້ ເປັນ​ລັກສະນະ​ເນີນ​ບໍ່​ສູງ​ປານໃດ ມີ​ຄວາມ​ຍາວ​ປະມານ 100 ກວ່າ​ແມັດ ບ່ອນ​ກວ້າງ​ປະມານ 10 ແມັດ ສາມາດ​ເຂົ້າ​ເຖິງ​ຕາດ​ຢ່າງ​ສະດວກ​ສະບາຍ ມີ​ຮ້ານ​ອາຫານ ແລະ ຫ້ອງ​ນ້ຳ​ໄວ້​ຄອຍ​ບໍລິການ ມີ​ຂົວ​ຂ້າມ​ເຂດ​ຕີນ​ຕາດ ແລະ ບໍລິເວນ​ຫົວ​ຕາດ ສາມາດ​ຍ່າງ​ຂ້າມ​ໄປ​ມາ​ໄດ້ ໃນ​ໄລຍະ​ຜ່ານ​ມາ ມີ​ນັກ​ທ່ອງ​ທ່ຽວ​ໄປ​ທ່ຽວ​ຊົມ​ຈຳນວນ​ຫຼວງຫຼາຍ.

ທີ່ມາ http://www.vientianemai.net/teen/khao/1/10971

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...