spot_img
Homeຂ່າວພາຍ​ໃນພະນະທ່ານນາຍົກ ສ.ເກົາຫຼີ ສຳເລັດ ການຢ້ຽມຢາມ ສປປ ລາວ

ພະນະທ່ານນາຍົກ ສ.ເກົາຫຼີ ສຳເລັດ ການຢ້ຽມຢາມ ສປປ ລາວ

Published on

4-1

ພະນະທ່ານ ຮາງ ຄຽວ ອານ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ເກົາຫຼີ ພ້ອມດ້ວຍຄະນະໄດ້ສຳເລັດ ການຢ້ຽມຢາມ ສປປ ລາວ ໃນ ລະຫວ່າງວັນທີ 13-15 ທັນວາ ນີ້ ຕາມຄຳເຊີນຂອງພະນະ ທ່ານ ທອງສິງ ທຳມະວົງ ນາ ຍົກລັດຖະມົນຕີ ສປປ ລາວ.
ໃນໄລຍະການຢ້ຽມຢາມລາວ ຄັ້ງນີ້ ພະນະທ່ານ ຮາງ ຄຽວ ອານ ພ້ອມຄະນະ ໄດ້ເຂົ້າຢ້ຽມ ຄຳນັບພະນະທ່ານປະທານປະເທດ ຈູມມາລີ ໄຊຍະສອນ, ເຂົ້າຢ້ຽມ ຄຳນັບພະນະທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະ ພາແຫ່ງຊາດ, ໄດ້ພົບປະສອງ ຝ່າຍກັບຄະນະລັດຖະບານ ສປປ ລາວ ນຳໂດຍພະນະ ທ່ານ ທອງສິງ ທຳມະວົງ ຊຶ່ງ ສອງຝ່າຍໄດ້ທົບທວນຄືນການ ພົວພັນຮ່ວມມືໃນໄລຍະທີ່ ຜ່ານມາ ແລະ ການພົວພັນ ຮ່ວມມືໃນຕໍ່ໜ້າ ປະຈຸບັນເຫັນ ວ່າສາຍພົວພັນມິດຕະພາບ ແລະ ການຮ່ວມ ມືໄດ້ຮັບການ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ ເນື່ອງ. 20 ປີແຫ່ງການສ້າງຕັ້ງ ສາຍພົວພັນການທູດໂຄງການ ຮ່ວມມືຊ່ວຍເຫຼືອຈາກ ສ.ເກົາ ຫຼີ ໄດ້ຮັບການ ຈັດຕັ້ງປະຕິບັດ ເປັນຢ່າງດີ. ມື້ສຸດທ້າຍຂອງ ການຢ້ຽມຢາມຄັ້ງນີ້ ພະນະທ່ານນາຍົກລັດຖະມົນຕີ ສ.ເກົາຫຼີ ພ້ອມຄະນະໄດ້ໄປຢ້ຽມຢາມໂຮງໝໍເດັກ ຊຶ່ງຕັ້ງຢູ່ ບໍລິເວນໂຮງໝໍ ມິດຕະພາບ 150 ຕຽງໂດຍໄດ້ຮັບການ ສະໜັບສະໜູນຈາກລັດຖະບານ ສ.ເກົາຫຼີ ແລະ ເປີດນຳໃຊ້ໃນປີ 2011 ປະກອບມີ 70 ຕຽງ, ພາຍຫຼັງ ສຳເລັດການ ຢ້ຽມຢາມໂຮງໝໍເດັກ ພະນະທ່ານ ຮາງ ຄຽວ ອານ ນາຍົກລັດຖະມົນຕີ ສ.ເກົາຫຼີ ພ້ອມຄະນະໄດ້ເດີນທາງກັບຄືນປະເທດ ດ້ວຍຄວາມ ສະຫວັດດີພາບ ຊຶ່ງພິທີສົ່ງ ໄດ້ຈັດຂຶ້ນທີ່ສະ ໜາມບິນສາກົນວັດໄຕ ໂດຍມີ ທ່ານ ສອນໄຊ ສີພັນດອນ ລັດ ຖະມົນຕີ ຫົວໜ້າຫ້ອງວ່າການລັດຖະບານພ້ອມຄະນະອອກສົ່ງ.

ແຫ່ລງຂ່າວ

ປຊຊ

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...