Homeຂ່າວການພັດທະນາກົດໝາຍລັດຖະບານ ແລະ ກົດໝາຍ ການລົງທຶນຖືກຮັບຮອງ

ກົດໝາຍລັດຖະບານ ແລະ ກົດໝາຍ ການລົງທຶນຖືກຮັບຮອງ

Published on

3-1

ກອງປະຊຸມສະໄໝ ສາມັນເທື່ອທີ 10 ຂອງສະພາ ແຫ່ງຊາດຊຸດທີ 7 ດຳເນີນມາ ເປັນມື້ທີ 7, ວັນທີ 15 ທັນວາ ພາຍໃຕ້ການເປັນປະທານ ຂອງທ່ານ ສົມພັນ ແພງຄຳມີ ຮອງປະທານສະພາແຫ່ງຊາດ.
ບັນດາ ສສຊ ໄດ້ຮັບຟັງ ການສະເໜີກ່ຽວກັບການປັບ ປຸງກົດໝາຍວ່າດ້ວຍລັດຖະ ບານ ໂດຍທ່ານ ດຣ. ສອນໄຊ ສີພັນດອນ ລັດຖະມົນຕີຫົວໜ້າຫ້ອງວ່າ ການລັດ ຖະບານ. ເພື່ອບັນລຸເປົ້າໝາຍສະຫັດສະວັດດ້ານ ການພັດທະນາໃນປີ 2015 ເຮັດໃຫ້ປະເທດຊາດຫຼຸຸດພົ້ນ ອອກຈາກສະຖານະພາບ ດ້ອຍພັດທະນາໃນປີ 2020 ກົມການເມືອງສູນກາງພັກ ໄດ້ມີມະຕິຕົກລົງວ່າດ້ວຍ ການສ້າງແຂວງໃຫ້ເປັນຫົວ ໜ່ວຍຍຸດທະສາດ, ສ້າງເມືອງ ເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານ ເປັນຫົວ ໜ່ວຍພັດທະນາ, ຊຶ່ງເປັນໜ້າ ທີ່ເປັນມາດຕະການອັນໜຶ່ງທີ່ ສຳຄັນ ເພື່ອຮັບປະກັນບັນລຸ ຈຸດໝາຍ.
ກົດໝາຍວ່າດ້ວຍລັດຖະ ບານທີ່ໄດ້ປະກາດໃຊ້ສະບັບ ທຳອິດປີ 1995, ສະບັບທີສອງ ປະກາດໃຊ້ປີ 2003 ມີ 8 ໝວດ 38 ມາດຕາ, ກົດໝາຍລັດຖະບານສະບັບ ປັບປຸງມີ 8 ໝວດ, 36 ມາດຕາ ໃນນັ້ນໄດ້ໂຮມ ເນື້ອໃນຂອງ 9 ມາດຕາໃນສະ ບັບປີ 2003 ເຂົ້າເປັນ 4 ມາດ ຕາ ໃນສະບັບປັບປຸງ ແລະ  ເພີ່ມເຂົ້າໃໝ່ 3 ມາດຕາ ໃນ ຈຳນວນ 36 ມາດຕາ ໄດ້ມີການປັບປຸງ 31 ມາດຕາ. ສສຊ ໄດ້ປະກອບຄຳຄິດຄຳເຫັນ ເພື່ອໃຫ້ກົດໝາຍວ່າດ້ວຍລັດ ຖະບານ, ມີເນື້ອໃນລະອຽດ, ຈະແຈ້ງ ຮັດກຸມ ຄົບຖ້ວນ ແລະ ສົມບູນຂຶ້ນກວ່າເກົ່າ; ຊຶ່ງການປັບປຸງກົດໝາຍວ່າດ້ວຍລັດ ຖະບານໃນຄັ້ງນີ້ຈະເປັນບາດ ກ້າວໜຶ່ງທີ່ສຳຄັນປະກອບສ່ວນເຂົ້າໃນ ການປັບປຸງ ລະ ບົບບໍລິຫານລັດໃຫ້ມີຄວາມ ໜັກແໜ້ນເຂັ້ມແຂງຍິ່ງໆຂຶ້ນ. ລັດຖະບານຈຶ່ງມີນິຕິກຳທີ່ມີ ເນື້ອໃນລະອຽດ, ຈະແຈ້ງ ແລະ ຮັດກຸມກວ່າເກົ່າ ເປັນເຄື່ອງມື ແລະ ເປັນ ບ່ອນອີງ ໃນການ ຈັດຕັ້ງເຄື່ອນໄຫວວຽກງານ ໂດຍມີການເພີ່ມທະວີການ ແບ່ງງານ ແບ່ງຄວາມຮັບຜິດ ຊອບ ແລະ ປະສານສົມທົບໃນ ການບໍລິຫານຄຸ້ມຄອງລັດ, ຄຸ້ມ ຄອງເສດຖະກິດ – ສັງຄົມ ແລະ ບໍລິການປະຊາຊົນໄດ້ດີ, ມີຄວາມສັກສິດ, ປອດໃສ ແລະ ມີປະສິດທິພາບ, ຮັບປະກັນຄວາມສອດຄ່ອງກັບແນວທາງ ນະໂຍ ບາຍຂອງພັກ, ທັງສອດ ຄ່ອງກັບລັດຖະທຳມະນູນ ແລະ ກົດໝາຍອື່ນໆທີ່ກ່ຽວຂ້ອງ.
ພາຍຫຼັງສະພາໄດ້ຮັບ ຮອງເອົາກົດໝາຍວ່າດ້ວຍລັດຖະບານແລ້ວ, ຕອນບ່າຍ ສສຊ ກໍໄດ້ພ້ອມກັນຮັບຟັງການສະເໜີ ຮ່າງກົດໝາຍວ່າດ້ວຍສ່ວຍ ສາອາກອນໂດຍ ທ່ານ ສົມດີ  ດວງດີ ລັດຖະມົນຕີວ່າການກະຊວງແຜນການ ແລະ ການລົງທຶນ ຈຸດປະສົງຂອງກົດໝາຍ ສະບັບນີ້ກຳນົດຫຼັກການ, ລະບຽບ ແລະ ມາດຕະການກ່ຽວ ກັບການສ້າງ, ການພິຈາລະນາ ຮັບຮອງ, ການຈັດຕັ້ງປະຕິບັດ, ການຄຸ້ມຄອງ ແລະ ການຕິດ ຕາມກວດກາການລົງທຶນຂອງ ລັດ ເພື່ອໃຫ້ການລົງທຶນຂອງ ລັດດຳເນີນ ໄປຢ່າງຖືກຕ້ອງ ສອດຄ່ອງກັບນະໂຍບາຍ, ແຜນພັດທະນາເສດຖະກິດ – ສັງຄົມແຫ່ງຊາດ ແລະ ກົດ ໝາຍຂອງລັດ ແນໃສ່ຮັບປະ ກັນການລົງທຶນຂອງລັດໃຫ້ມີ ປະສິດທິພາບ, ມີຄວາມໂປ່ງໃສ, ເສດຖະກິດມະຫາພາກມີຄວາມດຸ່ນດ່ຽງ, ເສດຖະກິດ ຂອງລັດນັບມື້ນັບເຂັ້ມແຂງ ສາມາດສ້າງເງື່ອນໄຂເພື່ອອຳນວຍຄວາມສະ ດວກໃຫ້ພາກ ສ່ວນເສດຖະກິດອື່ນໆເຂົ້າ ຮ່ວມໃນການພັດທະນາເສດ ຖະກິດແຫ່ງຊາດໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ຍືນຍົງ ຊີວິດການເປັນຢູ່ຂອງປະຊາ ຊົນໄດ້ຮັບການປັບປຸງໃຫ້ດີຂຶ້ນ ປະກອບສ່ວນປັບປຸງວຽກງານ ປ້ອງກັນຊາດ – ປ້ອງກັນຄວາມສະຫງົບ ທັງເປັນມິດກັບສິ່ງ ແວດລ້ອມ. ກົດໝາຍວ່າດ້ວຍ ການລົງ ທຶນຂອງລັດປີ 2009 ມີ 7 ພາກ, 9 ໝວດ, 90 ມາດ ຕາ, ຮ່າງປັບປຸງປະກອບມີ 7 ພາກ, 9 ໝວດ, 98 ມາດຕາ, ໄດ້ປັບປຸງ 42 ມາດຕາ ແລະ ເພີ່ມໃໝ່ 8 ມາດ ຕາ. ບັນດາ ສສຊ ໄດ້ພ້ອມກັນຄົ້ນຄວ້າປະກອບຄຳຄິດຄຳເຫັນໃສ່ກົດໝາຍດັ່ງກ່າວຢ່າງກົງໄປກົງມາເພື່ອໃຫ້ກົດໝາຍມີເນື້ອໃນຮັດກຸມ, ຄົບຖ້ວນ ແລະ ສົມບູນຂຶ້ນ ກວ່າເກົ່າ. ຈາກນັ້ນ ສະພາ ກໍໄດ້ເປັນເອກະສັນຮັບຮອງ ເອົາກົດໝາຍວ່າດ້ວຍສ່ວຍສາ ອາກອນດ້ວຍຄະແນນສຽງ ສ່ວນຫຼາຍ.

ແຫ່ລງຂ່າວ

ປຊຊ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...