spot_img
Homeຂ່າວພາຍ​ໃນນັກລົງທຶນໄທ ເປີດສູນການຄ້າຄົບວົງຈອນ Rimping ໃນນະຄອນຫລວງວຽງຈັນ

ນັກລົງທຶນໄທ ເປີດສູນການຄ້າຄົບວົງຈອນ Rimping ໃນນະຄອນຫລວງວຽງຈັນ

Published on

photo1economi 1

ຂປລ. ບໍລິສັດ​ວິວມໍ​ ຈຳກັດ ​ແຫ່ງ​ປະ​ເທດ​ໄທ ​ໄດ້​ເປີດ​ສູນ​ການ​ຄ້າ​ຄົບ​ວົງ​ຈອນ “ລິ​ມປິງຊຸບ​ເປີ​ມາ​ເກັດ’’  ຢູ່​ນະຄອນຫລວງ​ວຽງ​ຈັນ  ​ໃນ​ວັນ​ທີ 12 ທັນວາ2015  ​​ໂດຍ​ການເປັນ​ກຽດ​ເຂົ້າ​ຮ່ວມ​ຂອງ​ທ່ານ ນາງ ​ເຂັມ​ມະນີ​ ພົນ​ເສນາ ລັດຖະມົນຕີ​ວ່າການ​ກະຊວງ​ອຸດ​ສາ​ຫະກຳ ​ແລ​ະ​ ການ​ຄ້າ, ​​ທ່ານ ​ເອກ​ອັກຄະຣາຊະ​ທູດ​ໄທ ປະຈຳ ລາວ ພ້ອມ​ແຂກ​ຖືກ​ເຊີນ​ເຂົ້າຮ່ວມ.

ລິ​ມປິງ​ຊຸບ​ເປີມາ​ເກັດ​ ​ຢູ່​ຄູ່​ກັບ​ແຂວງ​ຊຽງ​ໃໝ່ ປະ​ເທດ​ໄທ​, ​ໄດ້​ຂະຫຍາຍ​ຕະຫລາດມາສູ່​ຕ່າງປະ​ເທດ ກໍຄື​ ນະຄອນຫລວງວຽງຈັນ ສປປ ລາວ ​ເປັນ​ສາຂາ​ທຳ​ອິດ​ໃນ​ຕ່າງປະ​ເທດ ​​ເຊິ່ງ​ຕັ້ງຢູ່​ຖະໜົນ 13 ​ໃຕ້ ບ້ານ​ພະ​ຂາວ ​ເມືອງ​ໄຊ​ທານີ​ ນະຄອນຫລວງວຽງຈັນ, ​ເປີດ​ບໍລິການ​ທຸກ​ໆມື້ ​ເລີ່​ມ​ແຕ່​ເວລາ 9:00 ​ໂມງ​ ຫາ 21:00 ​ໂມງ, ມີ​ສິນຄ້າ​ຫລາຍກວ່າ 20 ພັນ​ລາຍການ​ເປັນ​ຕົ້ນ ​ເຄື່ອງ​ອຸປະ​ໂພ​ກ, ບໍລິ​ໂພ​ກ, ​​​ເຄື່ອງກິນ​ດື່ມ, ​ເຄື່ອງ​ໃຊ້​ໄຟຟ້າ, ເຄື່ອງ​ໃຊ້​ອີ​ເລັກ​ໂຕນິກ ​ແລະ ອື່ນໆ.

​ ລິ​ມປິງຊຸບ​ເປີ​ມາກ​ເກັດ ​ເປັນ​ຮ້ານ​ສະດວກ​ຊື້ ​ເນັ້ນຈຳໜ່າຍສິນຄ້າ​ຄຸນນະພາບ ພ້ອມ​ການ​ໃຫ້​ບໍລິການ​ທີ່​ດີ ລວມທັງ ​ການ​ເອົາ​ໃຈ​ໃສ່​ໃນ​ການ​ພັດທະນາ​ສິນຄ້າ​ ໃນ​ທ້ອງ​ຖິ່ນ​​ໃຫ້​ມີ​ຄຸນນະພາບ ເພື່ອສ້າງ​ໂອກາດ​ໃຫ້​ສິນຄ້າ​ທ້ອງ​ຖິ່ນ​ໄດ້​ເຂົ້າ​ເຖິງກຸ່ມ​ລູກ​ຄ້າ ​ແລະ ຕະຫລາດສາກົນ. ນອກ​ນັ້ນ, ລິ​ມປິງຊຸບ​ເປີ​ມາກ​ເກັດ ຍັງ​ເປັນ​ສ່ວນໜຶ່ງ​ໃນ​ການ​ ອຳນວຍ​ຄວາມ​ສະດວກ​ ໃນ​ການ​ຊື້-ຂາຍ ​ສິນຄ້າ​ພາຍ​ໃນ ​ແລະ ສາກົນ​ ພ້ອມ​ນັ້ນ ຍັງ​ຈະ​ຮ່ວມ​ພັດທະນາ​ຜະລິດ​ຕະພັນ​ທ້ອງ​ຖິ່ນ ​​ໃນ ສປປ ລາວ ​ໂດຍຜ່ານ​ໂຄງ​ການ ​Local Talent ​ເພື່ອພັກ​ດັນ​ໃຫ້​ສິນຄ້າ​ທ້ອງ​ຖິ່ນ ​ກ້າວ​ສູ່​ຕະຫລາດ ຢ່າງມີ​ຄຸນະພາບ ​ແລະ ຍືນ​ຍົງ.

 

ແຫລ່ງຂ່າວ:

ຂປລ

 

 

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...