spot_img
Homeຂໍ້ມູນກ່ຽວກັບປະເທດລາວປະຫວັດສາດລາວໂຮມຊຸມນຸມລະນຶກວັນເກີດປະທານ ໄກສອນ ພົມວິຫານ

ໂຮມຊຸມນຸມລະນຶກວັນເກີດປະທານ ໄກສອນ ພົມວິຫານ

Published on

Capture

ພິທີໂຮມຊຸມນຸມລະນຶກວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 95 ປີ ໄດ້ຈັດຂຶ້ນຢ່າງຍິ່ງໃຫຍ່, ທ່ານ ນາຍົກລັດຖະມົນຕີເນັ້ນພວກເຮົາຕ້ອງປັບປຸງ ແລະ ກໍ່ສ້າງ ພັກປະຊາຊົນ ປະຕິວັດລາວ ຊຶ່ງແມ່ນປະທານ ໄກສອນ ພົມວິຫານ ເປັນຜູ້ກໍ່ຕັ້ງໃຫ້ໜັກແໜ້ນ, ປັບປຸງອຳນາດລັດ ປະຊາທິປະໄຕ ປະຊາຊົນໃຫ້ເຂັ້ມແຂງ, ທົ່ວພັກ, ທົ່ວກອງ ທັບ ແລະ ທົ່ວປວງຊົນເຮົາຈົ່ງອອກ ແຮງຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ຮອບດ້ານທີ່ມີຫຼັກການ, ຂະນະທີ່ຂະບວນຄາຣາວານລົດທ່ອງທ່ຽວ “ຫວນຄືນຖິ່ນກຳເນີດ – ເຊີດຊູນ້ຳໃຈ ປະຕິວັດ” 136 ຄັນ ໄດ້ເດີນທາງມາເຖິງເມືອງວຽງໄຊ ແລະ ໄດ້ເຂົ້າຮ່ວມພິທີໂຮມຊຸມນຸມໃຫຍ່ໃນຄັ້ງນີ້.
ພິທີດັ່ງກ່າວໄດ້ຈັດຂຶ້ນໃນ ວັນທີ 13 ທັນວານີ້ ທີ່ອະນຸ ສອນສະຖານ ປະທານ ໄກສອນ ພົມວິຫານ ເມືອງວຽງໄຊ ແຂວງ ຫົວພັນ ໂດຍມີທ່ານ ທອງສິງ  ທຳມະວົງ ນາຍົກລັດ ຖະມົນຕີ, ທ່ານ ສຈ.ດຣ. ກິແກ້ວ ໄຂຄຳພິທູນ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ທ່ານ ສຈ. ດຣ. ບໍ່ແສງຄຳ ວົງດາລາ ລັດຖະມົນຕີວ່າການກະຊວງຖະແຫຼງ ຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານເຈົ້າແຂວງໆຫົວພັນ, ມີບັນດາລັດຖະມົນຕີຊ່ວຍວ່າການ, ຕະຫຼອດຮອດມວນຊົນຊາວເມືອງວຽງໄຊເຂົ້າຮ່ວມເປັນຈຳນວນຫຼວງ ຫຼາຍ.
ທ່ານ ທອງສິງ ທຳມະວົງ  ກ່າວວ່າ: ແຂວງຫົວພັນ ດິນແດນວິລະຊົນ, ຖິ່ນກຳເນີດ ຂອງການປະຕິວັດ, ບ່ອນທີ່ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ເຄົາລົບຮັກ ແລະ ຊົງຈຳ ຢູ່ໃນດວງໃຈຂອງປະຊາຊົນ ລາວບັນດາເຜົ່າ ນຳພາສ້າງຕັ້ງ ກອງທັບປະຕິວັດ ຂອງປະຊາຊົນ ແລະ ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ.
ການລະນຶກວັນເກີດຂອງ ປະທານ ໄກສອນ ພົມວິຫານ ຄົບຮອບ 95 ປີ ໃນມື້ນີ້ພວກເຮົາຍິ່ງສຳນຶກໃນຄຸນງາມຄວາມດີອັນໃຫຍ່ຫຼວງຂອງເພິ່ນເພື່ອສືບຕໍ່ເຈດຕະນາລົມ ຂອງ ເພິ່ນໃຫ້ປະກົດຜົນເປັນຈິງ ນັ້ນ ພວກເຮົາຕ້ອງເອົາໃຈໃສ່ ບາງດ້ານດັ່ງນີ້: ໜຶ່ງ, ພວກເຮົາ ຕ້ອງຕັ້ງໜ້າປັບປຸງ ແລະ ກໍ່ສ້າງພັກເຮົາ (ພັກປະຊາຊົນ ປະຕິວັດລາວ) ຊຶ່ງແມ່ນພັກທີ່ ປະທານ ໄກສອນ ພົມວິຫານ ໄດ້ກໍ່ຕັ້ງ ແລະ ບຳລຸງສ້າງໃຫ້ໜັກແໜ້ນເຂັ້ມແຂງກວ່າເກົ່າໃນທຸກດ້ານ; ເປັນແກ່ນສານນຳພາໝົດທັງຊາດ ກ້າວຂຶ້ນສູ່ຄວາມວັດທະນາຖາວອນ. ອີກບໍ່ເທົ່າໃດວັນໃນຕໍ່ໜ້ານີ້ທົ່ວພັກ ຂອງພວກເຮົາກໍຈະໄດ້ໄຂກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ X ຂອງພັກຂຶ້ນ, ຊຶ່ງເປັນຂີດໝາຍ ແລະ ເປັນບາດລ້ຽວໃໝ່ອັນ ສຳຄັນແຫ່ງການ ເຕີບໃຫຍ່ຂະຫຍາຍຕົວຂອງພັກເຮົາ. ສອງ, ພວກເຮົາຕ້ອງ ອອກແຮງກໍ່ສ້າງ ແລະ ປັບປຸງລະບົບອຳນາດລັດ ປະຊາທິປະໄຕ ປະຊາຊົນ ທີ່ປະທານ ໄກສອນ ພົມວິຫານ ໄດ້ນຳພາກໍ່ຕັ້ງຂຶ້ນນັ້ນໃຫ້ເຂັ້ມແຂງແຕ່ສູນກາງຮອດທ້ອງຖິ່ນຮາກຖານ. ອຳນາດລັດແມ່ນບັນຫາພື້ນຖານຂອງການປະຕິວັດ, ອຳນາດລັດ ປະຊາທິປະໄຕ ປະຊາ ຊົນ ຈະຍືນຍົງຄົງໝັ້ນຢູ່ໄດ້ກໍຕໍ່ເມື່ອໄດ້ຮັບຄວາມເປັນໃຈ ແລະ ໄດ້ຮັບການສະໜັບສະໜູນຈາກປະຊາຊົນ. ສາມ, ພວກເຮົາຕ້ອງສືບຕໍ່ກໍ່ສ້າງປັບປຸງບັນດາກຳລັງປະກອບ ອາວຸດປະຊາຊົນ ຊຶ່ງປະທານ ໄກສອນ ພົມວິຫານ ໄດ້ກໍ່ຕັ້ງ ແລະ ຖະໜຸບຳລຸງຜ່ານມານັ້ນ ໃຫ້ເປັນກຳລັງ ແຂງແກ່ນ ແລະ ຈົງຮັກພັກດີ ຢ່າງສຸດຊຶ້ງຕໍ່ພັກ, ລັດກໍຄືປະ ຊາຊົນ. ສີ່, ທົ່ວພັກ, ທົ່ວກອງ ທັບ ແລະ ທົ່ວປວງຊົນເຮົາຈົ່ງ ອອກແຮງຈັດຕັ້ງປະຕິບັດແນວ ທາງປ່ຽນແປງໃໝ່ຮອບດ້ານ ທີ່ມີຫຼັກການ ກໍຄືມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງພັກ ໃຫ້ເກີດດອກອອກຜົນຕົວຈິງນຳເອົາຄວາມຈະເລີນວັດທະນາຖາວອນມາໃຫ້ຊາດລາວເຮົາ. ຫ້າ, ຈົ່ງຕັ້ງໜ້າຮ່ຳຮຽນເອົາແບບຢ່າງອັນດີງາມ ແລະ ຄຸນສົມບັດສິນທຳປະຕິວັດ ອັນໃສ ແຈ້ງຂອງປະທານ ໄກສອນ ພົມວິຫານ ແລະ ຕື່ນຕົວປະຕິ ບັດຢ່າງເປັນເຈົ້າການ.
ກ່ອນພິທີດັ່ງກ່າວເລີ່ມຂຶ້ນ ທ່ານ ທອງສິງ ທຳມະວົງ ພ້ອມ ດ້ວຍການນຳພັກ – ລັດ ໄດ້ວາງ ກະຕ່າດອກໄມ້ທີ່ຮູບປັ້ນປະ ທານ ໄກສອນ ພົມວິຫານ.
ສຳລັບຂະບວນຄາຣາ ວານລົດທ່ອງທ່ຽວ “ຫວນຄືນ ຖິ່ນກຳເນີດ – ເຊີດຊູນ້ຳໃຈປະຕິວັດ” ສູ່ເມືອງວຽງໄຊ ຊຶ່ງນຳໂດຍທ່ານ ສຈ.ດຣ. ບໍ່ແສງຄຳ ວົງດາລາ ໄດ້ອອກຈາກນະ ຄອນຫຼວງວຽງຈັນແຕ່ວັນທີ 11 ທັນວາ ຜ່ານແຂວງບໍລິຄຳໄຊ, ຊຽງຂວາງ ກ່ອນເຂົ້າສູ່ແຂວງ ຫົວພັນ ໂດຍໄດ້ແວະຢ້ຽມຊົມ ສະຖານທີ່ປະຫວັດສາດ ແລະ ທຳມະຊາດ ແລະ ທີ່ສຳຄັນປ້າ ທອງວິນ ພົມວິຫານ ພັນລະຍາ ປະທານ ໄກສອນ ພົມວິຫານ ກໍໄດ້ເດີນທາງໄປກັບຂະບວນຄະຣາວານ ນີ້ເຊັ່ນດຽວກັນ.

ແຫ່ລງຂ່າວ

ປຊຊ

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...