Homeຂ່າວຕ່າງປະເທດລະທຶກ! ເຮືອກ່ຳປັ່ນສູ້ຮົບຣັດເຊຍ ຍິງສະກັດເຮືອປະມົງຕວກກີ ເພື່ອປ້ອງກັນການແລ່ນຕຳ!

ລະທຶກ! ເຮືອກ່ຳປັ່ນສູ້ຮົບຣັດເຊຍ ຍິງສະກັດເຮືອປະມົງຕວກກີ ເພື່ອປ້ອງກັນການແລ່ນຕຳ!

Published on

EyWwB5WU57MYnKOuYBtbv8PVYA3erREWAHedzz2MlXaNv34RWrQNz7

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 14 ທັນວານີ້ວ່າ ເວລາປະມານ 06:30 ໂມງ ຂອງວັນທີ 13 ທັນວາ (ຕາມເວລາໃນທ້ອງຖິ່ນ) ກະຊວງປ້ອງກັນປະເທດຣັດເຊຍ ໄດ້ຖະແຫລງວ່າ ເຮືອກ່ຳປັ່ນສູ້ຮົບຂອງຕົນ ໄດ້ຍິງປືນສະກັດໃສ່ ເຮືອປະມົງຂອງຕວກກີລຳໜຶ່ງ ທີ່ກຳລັງແມ່ນມຸ່ງໜ້າເຂົ້າມາຕຳ ຈາກທາງດ້ານຂວາ ຢູ່ໃນທະເລອີຈຽນ ນອກຊາຍຝັ່ງປະເທດເກຣັກ ຊຶ່ງຕໍ່ມາຣັດເຊຍໄດ້ຮຽກເອົາ ຜູ່ຊ່ວຍທູດທະຫານຕວກກີ ປະຈຳນະຄອນຫລວງມົດສະກູເຂົ້າພົບ ເພື່ອປະທ້ວງ ແລະ ຂໍຊີ້ແຈງເຖິງເຫດການ.

ກະຊວງປ້ອງກັນປະເທດຣັດເຊຍ ໄດ້ອະທິບາຍວ່າ ລູກເຮືອຂອງກອງທັບຕົນ ເຫັນເຮືອປະມົງຂອງຕວກກີ ຊຶ່ງຢູ່ຫ່າງໄປປະມານ 1,000 ແມັດ ແລ່ນເຂົ້າມາຫາເຮືອຕົນ ຈຶ່ງພະຍາຍາມຕິດຕໍ່ທາງວິທະຍຸ ແລະ ສົ່ງສັນຍານເຕືອນຫລາຍຄັ້ງ ແຕ່ກໍບໍ່ໄດ້ຮັບການຕອບສະໜອງ ຈົນພາຍຫລັງເຮືອລຳດັ່ງກ່າວ ແລ່ນເຂົ້າມາຮອດໄລຍະ 600 ແມັດ ລູກເຮືອຈິ່ງໃຊ້ປືນຂະໜາດນ້ອຍຍິງສະກັດ ໂດຍຮູ້ດີວ່າ ໃນໄລຍະດັ່ງກ່າວ ແມ່ນບໍ່ເປັນອັນຕະລາຍໃດໆ ເພື່ອປ້ອງກັນ ແລະ ເຕືອນຂັ້ນສຸດທ້າຍ ບໍ່ໃຫ້ເຮືອລຳດັ່ງກ່າວແລ່ນມາຕຳ.

 

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...