Homeຂ່າວພາຍ​ໃນມາດຣິດ ເສຍໃຫ້ ບີຍາຣີລ ຍັງເປັນອັນດັບທີ 3 ຂອງຕາຕະລາງ

ມາດຣິດ ເສຍໃຫ້ ບີຍາຣີລ ຍັງເປັນອັນດັບທີ 3 ຂອງຕາຕະລາງ

Published on

ບານເຕະ ລາ ລີກາ ແອດສະປາຍ ຄູ່ອັດທ້າຍມື້ວານນີ້ ເຮືອດຳນ້ຳສີເຫລືອງ ບີຍາຣີລ ເປີດສະໜາມ ເອລ ມາດຣິກັນ ຮັບການມາເຢືອນຂອງ ຣາຊັນຊຸດຂາວ ເຣອັລ ມາດຣິດ ໂດຍນັດນີ້ ເຈົ້າຖີ່ນ ບໍ່ຢ້ານຊຸດຂາວ ເປີດເກມບຸກເຂົ້າໃສ່ ແລະ ເປັນຝ່າຍຂຶ້ນນຳກ່ອນ 1-0 ຈາກການຍິງຂອງ ໂຣແບລ໌ໂຕ້ ໂຊລດາໂດ້ ຕັ້ງແຕ່ນາທີທີ 9 ແລະ ເປັນປະຕູດຽວທີ່ເກິດຂື້ນໃນເຄີ່ງເວລາທຳອິດ

ເຄີ່ງເວລາທີ 2 ເຣອັລ ມາດຣິດ ເປີດເກມບຸກຢ່າງໜັກຫວັງຕີສະເໝີໃຫ້ໄດ້ ແຕ່ສຸດທ້າຍເຮັດບໍ່ສຳເລັດ ຈົບເກມ ບີຍາຣີລ ຊະນະ 1-0 ເກັບເພີ່ມເປັນ 27 ຄະແນນຈາກ 15 ນັດ ຢູ່ອັນດັບ 5 ສ່ວນ ເຣອັລ ມາດຣິດ ເສຍເປັນເກມທີ່ 3 ໃນການລົງຫຼີ້ນ 15 ນັດ ມີ 30 ຄະແນນ ຢູ່ອັນດັບ 3 ຂອງຕາຕະລາງ ຕາມຫລັງ ບາເຊໂລນາ ທີມຈ່າຝູງ ແລະ ແອດມາດຣິດ ຮອງຈ່າຝູງທີ່ມີ 35 ຄະແນນເທົ່າກັນ

665077-01

ບົດຄວາມຫຼ້າສຸດ

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...