Homeຂ່າວພາຍ​ໃນພິທີມອບ-ຮັບກະດູກ ແລະ ສິ່ງເສດເຫຼືອຂອງທະຫານອາເມລິກາທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ

ພິທີມອບ-ຮັບກະດູກ ແລະ ສິ່ງເສດເຫຼືອຂອງທະຫານອາເມລິກາທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ

Published on

America

ໂດຍສືບຕໍ່ປະຕິບັດນະໂຍບາຍມະນຸດສະທຳອັນສະເໝີຕົ້ນສະເໝີປາຍຂອງລັດຖະບານ ແຫ່ງ ສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທີ່ມີຕໍ່ຄອບຄົວກໍ່ຄືຍາດພີ່ນ້ອງຂອງຜູ້ຫາຍສາບສູນໃນປາງສົງຄາມຢູ່ລາວ ແລະ ອີງຕາມການຮ້ອງຂໍຂອງລັດຖະບານອາເມລິກາໃນການແກ້ໄຂບັນຫາດັ່ງກ່າວ ໃນວັນທີ10 ທັນວານີ້ທີ່ສະໜາມບິນສາກົນປາກເຊ,ແຂວງຈໍາປາສັກ,ໄດ້ມີພິທີມອບ-ຮັບກະດູກ ແລະ ສິ່ງເສດເຫຼືອຂອງທະຫານອາເມລິກາທີ່ເສຍຊິີວິດໃນປາງສົງຄາມຢູ່ລາວ,ຊຶ່ງແມ່ນຜົນການປະຕິບັດງານຮ່ວມລາວ-ອາເມລິກາໃນການຂຸດຄົ້ນເພື່ອຊອກຫາຮ່ອງຮອຍ ແລະ ສິ່ງເສດເຫຼືອຂອງທະຫານອາເມລິກາໃນປາງສົງຄາມຢູ່ລາວຄັ້ງທີ 1 ປະຈໍາປີ2015-2016, ກໍລະນີ 0393 ຢູ່ເຂດບ້ານອຸດົມໄຊ, ເມືອງສະໜາມໄຊ, ແຂວງອັດຕະປື ແລະ ກໍລະນີ 1743 ຢູ່ເຂດບ້ານວັກ ເມືອງກະລຶມ ແຂວງເຊກອງ ໂດຍຕ່າງໜ້າ

ລັດຖະບານລາວເຂົ້າຮ່ວມແມ່ນທ່ານ ແສງເພັດ ຮຸ່ງບຸນຍວງ ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ, ຜູ້ຊີ້ນຳວຽກງານMIA ແລະ ຕາງໜ້າໃຫ້ແກ່ລັດຖະບານສະຫະ ລັດອາເມລິກາແມ່ນທ່ານ ດານຽວ ເອ ຄລຸນ (Daniel A. Clune)ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງສະຫະລັດອາເມລິກາປະຈຳລາວ, ມີທ່ານຮອງເຈົ້າແຂວງຈໍາປາສັກ, ເຈົ້າໜ້າທີ່ຂັ້ນສູງຈາກກະຊວງການຕ່າງປະເທດ ແລະ ກະຊວງປ້ອງກັນປະເທດ, ພະນັກງານທ້ອງຖິ່ນທີ່ກ່ຽວ ຂ້ອງຂອງລາວ, ພ້ອມດ້ວຍພະນັກງານວິຊາການລາວ-ອາເມລິກາ ທີ່ເຮັດວຽກງານຕົວຈິງໃນພາກສະໜາມຈໍານວນໜຶ່ງເຂົ້າຮ່ວມ.

ຕະລອດໄລຍະເວລາ 30 ປີແຫ່ງການຮ່ວມມືສອງຝ່າຍລາວ-ອາເມລິກາໃນການດໍາເນີນການສໍາຫຼວດ ແລະ ຂຸດຄົ້ນ ເພື່ອຊອກຫາຮ່ອງຮອຍ ແລະ ສິ່ງເສດເຫຼືອຂອງທະຫານອາເມລິກາທີ່ເສຍຊີວິດໃນປາງສົງຄາມຢູ່ລາວ ໄດ້ຮັບຜົນ 50% ຂອງຈໍານວນຜູ້ຫາຍສາບສູນທັງໝົດ. ອີງຕາມຕົວເລກທີ່ຝ່າຍອາເມລິກາແຈ້ງຝ່າຍລາວຊາບ, ທະຫານອາເມລິກາທີ່ຫາຍສາບສູນໃນປາງສົງຄາມຢູ່ລາວທັງໝົດມີ 575 ຄົນ. ນັບແຕ່ສອງຝ່າຍໄດ້ມີການຮ່ວມມືກັນມາແຕ່ປີ1985 ຈົນເຖິງປັດຈຸບັນ, ລັດຖະບານລາວໄດ້ມອບສິ່ງເສດເຫຼືອທະຫານອາເມລິກາທີ່ເສຍຊີວິດຢູ່ລາວແລ້ວຈຳນວນ271 ຄົນ, ເພື່ອສົ່ງຄືນໃຫ້ແກ່ຄອບຄົວຂອງພວກກ່ຽວນໍາໄປທໍາພິທີທາງສາດສະໜາຕາມການຮ້ອງຂໍຂອງປະຊາຊົນອາເມລິກາ, ສ່ວນອີກ 304 ຄົນທີ່ຍັງເຫຼືອແມ່ນຈະໄດ້ຮ່ວມກັນສືບຕໍ່ສໍາຫຼວດ ແລະ ຄົ້ນຫາໃນການປະຕິບັດງານຄັ້ງຕໍ່ໄປ.

ການທີ່ທັງສອງຝ່າຍລາວ-ອາເມລິກາ ໄດ້ຮັບຜົນສຳເລັດອັນດີດັ່ງກ່າວໃນວຽກງານການສໍາຫຼວດ ແລະ ຂຸດຄົ້ນ ກໍຍ້ອນຄວາມເອົາໃຈໃສ່ຢ່າງຈິງໃຈຂອງລັດຖະບານ ແລະ ເຈົ້າໜ້າທີ່ຂອງລາວທຸກໆຂັ້ນແຕ່ສູນກາງຈົນຮອດທ້ອງຖິ່ນ ແລະ ການຮ່ວມມືອັນດີຂອງປະຊາຊົນບັນດາເຜົ່າ. ການຮ່ວມມືດັ່ງກ່າວໄດ້ສະແດງໃຫ້ເຫັນເຖິງນະໂຍບາຍມະນຸດສະທຳອັນສະເໝີຕົ້ນສະເໝີປາຍຂອງລັດຖະບານແຫ່ງ ສ ປປ ລາວ ທີ່ມີຕໍ່ປະຊາຊົນອາເມລິກາ, ໂດຍສະເພາະຕໍ່ຄອບຄົວຍາດພີ່ນ້ອງຂອງຜູ້ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ.

ແຫ່ລງຂ່າວ

ລພນ

ບົດຄວາມຫຼ້າສຸດ

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...