Homeມູມໄອທີລາວລື LG G5 ຈະເປີດໂຕໃນເດືອນກຸມພາ ແລະອາດມາພ້ອມກັບເຊັນເຊີ້ສະແກນມ່ານຕາ

ລື LG G5 ຈະເປີດໂຕໃນເດືອນກຸມພາ ແລະອາດມາພ້ອມກັບເຊັນເຊີ້ສະແກນມ່ານຕາ

Published on

ຕາມລາຍງານຫຼ້າສຸດມີຂ່າວລືທີ່ບອກວ່າສະມາດໂຟນຈາກບໍລິສັດໄຕ້ຫວັນຄື LG G5 ຈະເປີດໂຕໃນເດືອນກຸມພາ ປີ 2016 ທີ່ຈະມາຮອດນີ້ ແລະສະມາດໂຟນລຸ້ນດັ່ງກ່າວຈະເນັ້ນໄປທີ່ການປັບປຸງຄຸນນະພາບກ້ອງແລະລະບົບຮັກສາຄວາມປອດໄພທາງດ້ານຊີວະພາບ

ອີງຕາມຂ່າວລືໃໝ່ຈາກໄຕ້ຫວັັນ ວ່າສະມາດໂຟນລຸ້ນດັ່ງກ່າວ ຈະມີໜ້າຈໍຂະໜາດ 5.6 ນິ້ວ ພ້ອມດ້ວຍຄວາມລະອຽດ 2560×1440 ພິກເຊວ (QHD) ແລະອາດຈະປ່ຽນໄປໃຊ້ວັດສະດຸແບບໂລຫະແທນການໃຊ້ໜັງ ຕາມຮູບພາບດ້ານລຸ່ມ

image

ໃນດ້ານຂອງກ້ອງຫຼັງແມ່ນມີຄວາມລະອຽດຢູ່ທີ່ 20MP-21MP ສ່ວນກ້ອງໜ້າຈະມີຄວາມລະອຽດ 8MP ແລະຈະມາພ້ອມກັບລະບົບສະແກນລາຍນິ້ວມື ແລະອາດຈະໃຊ້ງານລະບົບສະແກນມ່ານຕາຄືກັບ Lumia 950 ທີ່ເປີດໂຕໄປກ່ອນໜ້ານີ້ແລ້ວ

ທີ່ມາ: gsmarena

ບົດຄວາມຫຼ້າສຸດ

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...