spot_img
Homeຂ່າວການພັດທະນາອົງການກາແດງລາວຍົກລະດັບຄວາມຮູ້ວຽກງານໂຄສະນາ-ຂ່າວສານ

ອົງການກາແດງລາວຍົກລະດັບຄວາມຮູ້ວຽກງານໂຄສະນາ-ຂ່າວສານ

Published on

lao red cross

ໃນວັນ​ທີ 8 ທັນ​ວານີ້, ອົງ​ການ​ກາ​ແດງ​ລາວໄດ້​ຈັດ​ຊຸດ​ຝຶ​ກ​ອົບ​ຮົມ​ວຽກ​ງານ​ໂຄ​ສະ​ນາ-ຂ່າວ​ສານ​ຂຶ້ນ​ທີ່ເມືອງ​ແກ້ວ​ອຸ​ດົມ, ແຂວງວຽງ​ຈັນ, ໂດຍ​ການ​ເປັນ​ປະ​ທານ​ຂອງ​ທ່ານ ຮ​ສ​ຈ.ດ​ຣ ສິງ ເມ​ໂນ​ລາດ ຮອງ​ປະ​ທານ​ອົງ​ການ​ກາ​ແດງ​ລາວ,​ ມີທ່ານຫົວ​ໜ້າ​​ກາ​ແດງ​ແຂວງວຽງ​ຈັນ ແລະ ຜູ້​ຕາງ​ໜ້າ​ຄະ​ນະ​ກຳ​ມະ​ການ​ກາ​ແດງ​ສາ​ກົນ (ICRC), ພ້ອມດ້ວຍ​ສຳ​ມະ​ນາ​ກອນ​ເຂົ້າ​ຮ່ວມເປັນຈໍານວນຫລາຍ.

​ຈຸດ​ປະ​ສົງ​ຂອງ​ການ​ຝຶກ​ອົບ​ຮົມ​ຄັ້ງ​ນີ້, ແມ່ນ​ເພື່ອ​ຍົກ​ລະ​ດັບ​ຄວາມ​ຮູ້, ຄວາມ​ສາ​ມາດ​ໃຫ້​ແກ່​ພະ​ນັກ​ງານ​ໃນ​ດ້ານ​ເຕັກ​ນິກ, ວິ​ທີ​ການ​ຂຽນ​ຂ່າວໃຫ້​ມີ​ຄວາມ​ຮັບປະກັນ​ທາງ​ດ້ານ​ເນື້ອ​ໃນ, ມີ​ຄວາມ​ກະ​ທັດ​ຮັດ, ຊັດ​ເຈນ​

ຍິ່ງ​ຂຶ້​ນ, ໂດຍ​ການ​ຢຶດ​ຖື​ຈັນ​ຍາ​ບັນ​ຂອງ​ນັກ​ຂ່າວເປັນສຳຄັນ, ຮຽນ​ຮູ້​ວິ​ທີ​ການ​ຖ່າຍ​ຮູບ​​ພາບໃຫ້​ໄດ້​ຄຸນ​ນະ​ພາບ, ມາດ​ຕະຖານ ແລະ ສາ​ມາດ​ນຳ​ໃຊ້​ລົງ​ໃນ​ວາລະສານ​ ແລະ ສິ່ງ​ພິມ​ຕ່າງໆໄດ້ ແລະ ຮູ້​ວິ​ທີ​ການ​ນຳ​ໃຊ້​ສື່​ສັງຄົມອອນ​ລາຍ​ຢ່າງ​ເໝາະ​ສົມ.

ນອກ​ຈາກນັ້ນ, ນັກ​ສຳ​ມະ​ນາ​ກອນ​ຍັງ​​ໄດ້​ແລກ​ປ່ຽນຄວາມ​ຄິດຄວາມ​ເຫັນ,​ ປະສົບ​ການ​ໃນ​ການ​ເຮັດ​ວຽກ​ ແລະ ປຶກ​ສາ​ຫາ​ລື​​ກາ​ນແກ້​ໄຂ​ບັນ​ຫາ​ຕ່າງໆ​ທີ່​ມັກ​ເກີດ​ຂຶ້ນ​ໃນ​ເວ​ລາ​ເຮັດ​ວຽກຕົວຈິງ​.

ການ​ຝຶກ​ອົບ​ຮົມ​ຄັ້ງ​ນີ້​ແມ່ນ​ໄດ້​ຮັບການ​ສະ​ໜັບ​ສະ​ໜຸນ​ຈາກ​ຄະ​ນະ​ກຳ​ມະ​ການ​ກາ​ແດງ​ສາ​ກົນ (ICR C) ແລະ​ ດຳ​ເນີນ​ໄປ​ເປັນ​ເວ​ລາ 2 ວັນ​.

ແຫ່ລງຂ່າວ

ລພນ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...