spot_img
HomeມູມໄອທີລາວLG ກຽມເປີດຕົວ TV ໃຊ້ລະບົບ WebOS ໃນງານ CES 2014

LG ກຽມເປີດຕົວ TV ໃຊ້ລະບົບ WebOS ໃນງານ CES 2014

Published on

smart-tv1-500×333.jpg (42.42 KB, ດາວໂຫຼດແລ້ວ: 0)

ດາວໂຫຼດ  ບັນທຶກໄວ້ໃນອະລະບ້ຳ

13 ຊົ່ວໂມງກ່ອນ ອັບໂຫຼດ

LG ກຽມເປີດຕົວທີວີທີ່ໃຊ້ລະບົບປະຕິບັດການ WebOS ທີ່ໄປຊື້ມາຈາກ HP ເມື່ອສອງປີກ່ອນນີ້, ຢູ່ງານ CES2014 ທີ່ຈະມາຮອດນີ້ເຮົາຈະໄດ້ເຫັນວ່າ LG ນຳເອົາ WebOS ໄປປັບແຕ່ງໃຊ້ໃນທີວີຂອງຕົນເອງໄດ້ດີເທົ່າໃດ

ເມື່ອເດືອນກຸມພາໃນປີ 2013 ທີ່ຜ່ານມາ LG ໄດ້ເຈລະຈາຊື້ WebOS ຕໍ່ມາຈາກ HP ຫຼັງຈາກທີ່ບໍ່ສາມາດນຳເອົາໄປປັ້ນໃຫ້ເປັນປະໂຫຍດໄດ້ (ແຕ່ເກົ່ານັ້ນພັດທະນາໂດຍ Palm ອີກເທື່ອໜຶ່ງແລ້ວຖືກ HP ຊື້ໄປ) ໂດຍຊື້ Palm ແລະ WebOS ມາແພງແລະຂາຍໃຫ້ກັບ LG ໃນລາຄາທີ່ເວົ້າໄດ້ວ່າຂາຍໃຫ້ມັນອອກໄປແບບໄວໆ

ສຳລັບຕອນນີ້ LG ຍັງບບໍ່ໄດ້ເປີດໂຕທີວີລຸ້ນດັ່ງກ່າວ ເຮັດໃຫ້ຍັງເຂົ້າໃຈບໍ່ຊັດເຈນວ່າຈະນຳເອົາຈໍສຳຜັດມາໃຊ້ງານໃນລະບົບ WebOS ແນວໃດ ອາດຈະໃຊ້ວິທີສຳຜັດຈາກລີໂໝດແລ້ວສັ່ງການເອົາ ແລະຍັງບໍ່ຊັດເຈອີກວ່າຈະຍ້າຍ Smart TV ທັງໝົດມາເປັນ WebOS ຫຼືຈະຍັງຢູ່ກັບ Google TV ເພາະໃນປີແລ້ວນີ້ LG ແມ່ນບໍລິສັດສຸດທ້າຍທີ່ຍັງເຮັດ Google TV ຢູ່ (ໃນຂະນະທີ່ບໍລິສັດອື່ນໂບກມືລາຈາກໄປແລ້ວ) ໃນຫຼ້າສຸດນີ້ Google TV ໄດ້ຖືກປ່ຽນຊື່ມາເປັນ Android TV ແລະເຊືອກັນວ່າຈະຖືກພັດທະນາໂດຍການໃຊ້ຊື່ Nexus ໃນໄວໆນີ້

ຫຼັງຈາກທີ່ LG ເຂົ້າຊື້ WebOS ມາຈາກ HP ກໍບອກພຽງແຕ່ວ່າຈະນຳເອົາໄປພັດທະນາ TV ແຕ່ກໍບໍ່ມີຂ່າວອີກເລີຍວ່າຈະເປັນແນວໃດຕໍ່ໄປ ງານນີ້ອາດຈະເຫັນກັນແລ້ວວ່າແອວຈີຈະໄປໄດ້ລຸ້ງຫຼືຈະຈົມລົງນ້ຳ

ທີ່ມາ: Ars Technica

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...