spot_img
Homeຂ່າວການພັດທະນາອົງການກາແດງລາວຍົກລະດັບຄວາມຮູ້ຄວາມ ສາມາດວຽກງານໂຄສະນາ-ຂ່າວສານ

ອົງການກາແດງລາວຍົກລະດັບຄວາມຮູ້ຄວາມ ສາມາດວຽກງານໂຄສະນາ-ຂ່າວສານ

Published on

Untitled-1 .09.12.1

ຂປລ. ​ໃນວັນ​ທີ 8 ທັນ​ວາ 2015 ອົງ​ການ​ກາ​ແດງ​ລາວໄດ້​ຈັດ​ຊຸດ​ຝຶ​ກ​ອົບ​ຮົມ​ວຽກ​ງານ​ໂຄ​ສະ​ນາ-ຂ່າວ​ສານ​ຂຶ້ນ​ທີ່ ບ້ານ​ພັກ​ແຄມ​ງຶ່ມ ເມືອງ​ແກ້ວ​ອຸ​ດົມແຂວງວຽງ​ຈັນ, ໂດຍ​ການ​ເປັນ​ປະ​ທານ​ຂອງ​ທ່ານ ຮ​ສ​ຈ.ດ​ຣ ສິງເມ​ໂນ​ລາດ ຮອງ​ປະ​ທານ​ອົງ​ການ​ກາ​ແດງ​ລາວ, ໃຫ້​ກຽດ​ເຂົ້າ​ຮ່ວມ​ໃນ​ພິ​ທີ​ຄັ້ງ​ນີ້​ມີ ​ທ່ານ ບຸນ​ເນົາ ພະ​ຈອມ​ພົນ ຫົວ​ໜ້າ​​ກາ​ແດງ​ແຂວງວຽງ​ຈັນ, ທ່ານ ພອນ​ຄຳແກ້ວ​ ວິ​ໄລ ຮັກ​ສາ​ການກອງ​ໂຄ​ສະ​ນາ ແລ​ະ ຂົນ​ຂວາຍ​ການ​ກຸ​ສົນ,ຜູ້​ຕາງ​ໜ້າ​ຈາກ​ຄະ​ນະ​ກຳ​ມະ​ການ​ກາ​ແດງ​ສາ​ກົນ (ICRC), ພ້ອມ​ສຳ​ມະ​ນາ​ກອນ​ເຂົ້າ​ຮ່ວມ​ທັງ​ໝົດ 28 ທ່ານ ທີ່​ມາຈາກອົງ​ການ​ກາ​ແດງ​ລາວ ແລ​ະ ອົງ​ການ​ກາ​ແດງ​ແຂວງ​ໃນ​ທົ່ວ​ປະ​ເທດ​.

​ຈຸດ​ປະ​ສົງ​ຂອງ​ການ​ຝຶກ​ອົບ​ຮົມ​ຄັ້ງ​ນີ້ ແມ່ນ​ເພື່ອ​ຍົກ​ລະ​ດັບ​ຄວາມ​ຮູ້, ຄວາມ​ສາ​ມາດ​ໃຫ້​ແກ່​ພະ​ນັກ​ງານ​ໃນ​ດ້ານ​ເຕັກ​ນິກ, ວິ​ທີ​ການ​ຂຽນ​ຂ່າວໃຫ້​ມີ​ຄວາມ​ຮັບປະກັນ​ທາງ​ດ້ານ​ເນື້ອ​ໃນ, ມີ​ຄວາມ​ກະ​ທັດ​ຮັດ, ຊັດ​ເຈນ​ຍິ່ງ​ຂຶ້​ນ ໂດຍ​ການ​ຢຶດ​ຖື​ຈັນ​ຍາ​ບັນ​ຂອງ​ນັກ​ຂ່າວເປັນສຳຄັນ, ຮຽນ​ຮູ້​ວິ​ທີ​ການ​ຖ່າຍ​ຮູບ​​ພາບໃຫ້​ໄດ້​ຄຸນ​ນະ​ພາບ, ທາດ​ຕະຖານ ແລະ ສາ​ມາດ​ນຳ​ໃຊ້​ລົງ​ໃນ​ວາລະສານ ​ແລະ ສິ່ງ​ພິມ​ຕ່າງໆ ໄດ້, ຮູ້​ວິ​ທີ​ການ​ນຳ​ໃຊ້​ສື່​ສັງອອນ​ລາຍ​ຢ່າງ​ເໝາະ​ສົມ.

ນອກ​ຈາກນັ້ນ, ບັນດາ​ສຳ​ມະ​ນາ​ກອນ ​ຍັງ​​ໄດ້​ແລກ​ປ່ຽນຄວາມ​ຄິດຄວາມ​ເຫັນ, ​ແລກປ່ຽນ​ປະສົບ​ການ​ໃນ​ການ​ເຮັດ​ວຽກ​, ປຶກ​ສາ​ຫາ​ລື​ກັນ​ໃນ​ກາ​ນແກ້​ໄຂ​ບັນ​ຫາ​ຕ່າງໆ ​ທີ່​ມັກ​ເກີດ​ຂຶ້ນ​ໃນ​ເວ​ລາ​ເຮັດ​ວຽກ ເຮັດ​ໃຫ້​ບັນ​ຍາ​ກາດ​ໃນ​ການ​ຝຶກ​ອົບ​ຮົ​ມ​ໃນ​ຄັ້ງ​ນີ້ ເຕັມ​ໄປ​ດ້ວຍ​ຄວາມ​ສາມັກຄີ​ຮັກ​ແພງ ​ແລະ ຄວາມ​ຟົດ​ຟຶ້ນ​.
ການ​ຝຶກ​ອົບ​ຮົມ​ໃນ​ຄັ້ງ​ນີ້ ​ແມ່ນ​ໄດ້​ຮັບການ​ສະ​ໜັບ​ສະ​ໜຸນ​ທຶນ​ຈາກ​ຄະ​ນະ​ກຳ​ມະ​ການ​ກາ​ແດງ​ສາ​ກົນ (ICRC) ແລະ ຈະ​ດຳ​ເນີນ​ໄປ​ເປັນ​ເວ​ລາ 2 ວັນ​.

ແຫ່ລງຂ່າວ

ຂປລ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...