spot_img
Homeຂ່າວເຫດການກອງປະຊຸມສຳມະນາກ່ຽວກັບກົນໄກສິດທິມະນຸດ

ກອງປະຊຸມສຳມະນາກ່ຽວກັບກົນໄກສິດທິມະນຸດ

Published on

image001

ເຊົ້າ​ວັນ​ທີ 7 ທັນວານີ້, ກະຊວງ​ການ​ຕ່າງ​ປະ​ເທດ​ໄດ້​ຈັດ​ກອງ​ປະຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ກົນ​ໄກ​ສິດ​ທິມະນຸດ​ສາກົນ, ພາກ​ພື້ນ ​ແລະ ລະດັບ​ຊາດ​ຂຶ້ນ,​​ ໂດ​ຍທ່ານ ອາ​ລຸນ​ແກ້ວ ກິດ​ຕິ​ຄຸນ ລັດຖະມົນຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຕ່າງປະ​ເທດ, ມີ​ບັນດາ​ທຸ​ຕາ​ນຸທູ​ດ, ອົງການ​ຈັດ​ຕັ້ງ​ສາກົນ​ປະຈຳລາວ,ພ້ອມ​ດ້ວຍ​ຜູ້​ຊ່ຽວຊານ​ດ້ານ​ສິດທິ​ມະນຸດ​ຈາ​ກ​ອົດ​ສະຕຣາລີ, ກຳປູ​ເຈຍ, ອິນ​ໂດ​ເນ​ເຊຍ, ອິນ​ເດຍ,​ ໄທ ​ແລະ ຂະແໜງ​ການ​ກ່ຽວຂ້ອງຕ່າງໆ​ເຂົ້າ​ຮ່ວມ​ນຳ.

​         ​ລັດຖະມົນຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຕ່າງປະ​ເທດ​ໄດ້​ກ່າວ​ວ່າ:​ ກອງ​ປະຊຸມ​​ຄັ້ງ​ນີ້​​, ແມ່ນ​ເພື່ອ​​​ເສີມ​ສ້າງ​ຄວາມ​ສາມາ​ດ ​ແລະ ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ກົນ​ໄກ​ສິດ​ທິມະນຸດ​ໃຫ້​ແກ່​ເຈົ້າ​ໜ້າ​ທີ່, ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ ​ແລະ ພາກສ່ວນ​ອື່ນໆ​ທີ່​ມີ​ສ່ວນ​ຮ່ວມ​ໃນ ສປປ ລາວ ທັງ​​ເປັນ​ກິດ​ຈະ​ກຳ​ເພື່ອ​ຮ່ວ​ມກັບ​ວົງ​ຄະນະ​

ຍາດ​ສາກົນ​ໃນ​ການ​ລະນຶກ​ວັນ​ສິດທິ​ມະນຸດ​ສາກົນ​ໃນ​ວັນ​ທີ 10 ທັນ​ວາ 2015 ນີ້, ເຊິ່ງ​ເປັນ​ວັນຄົບຮອບ 67 ປີທີ່​ສະມັດຊາ​ໃຫຍ່ສະຫະ​ປະຊາ​ຊາດ​​ໄດ້​ຮັບຮອງ​ເອົາ​ຖະ​​ແຫຼ​ງການ​ສາກົນ​ວ່າ​ດ້ວຍ​ດ້ານ​ສິດທິ​ມະນຸດ​ໃນ​ປີ 1948.

ສປປ ລາວ,​ ໄດ້​ເຄື່ອນ​ໄຫວຢ່າງ​ຕັ້ງໜ້າ​ໃນ​ຂ​ອບຂອງ​ສະພາ​ສິດ​ທິມະນຸດ​ຂອງ​ອົງ​ການ​ສະ ຫະ​ປະຊາ​ຊາດ, ນ​ອກນີ້ ສປປ ລາວ ຍັງ​ໄດ້​ພົວພັນ ​ແລະ ຮ່ວມ​ມື​ກັບ​ບັ​ນດາອົງການກ່ຽວ​ຂ້ອງທີ່​ເຮັ​ດວຽກ​ສົ່ງ​ເສີມ ​ແລະ ປົກ​ປ້ອງ​ສິດທິ​ມະນຸດ, ຊຶ່ງ​ປັດຈຸບັນ​ ສປປ ລາວ,​ ໄດ້​ເຂົ້​າ​ເປັນ​ພາຄີ​ສົນທິສັນ ຍາ​ດ້ານ​ສິດທິ​ມະນຸດ​ຂອງ​ສະຫະ​ປະຊາ​ຊາດ 7 ສະບັບ ​ແລະ ອະນຸ​ສັນຍາ 2 ສະບັບໃນ​ປີ 2015  ​ແລະ ຍັງ​ໄດ້​ຮັບ​ເອົາ​ຂໍ້​ສະ​ເໜີ​​ແນະຂອງ​ສາກົນຈຳນວນ 116 ຂໍ້, ອັນໄດ້​ສະ​ແດງ​ເຖິງ​ຄວາມ​ໝັ້ນ​ໝາຍ ​ແລະນະ​ໂຍບາຍ​ອັນ​ຖືກຕ້ອງ​ເປັນ​ທຳ​ຂອງລັ​ດຖະບານ​ລາວໃນ​ການ​ສົງ​​ເສີມ ​ແລະ ປົກ​ປ້ອງ​ສິດທິ​ມະນຸດ​.ນ​ອກນັ້ນ, ຍັງ​ມີ​ຄະນະ​ກຳມາ​ທິການ​ເພື່ອ​ຄວາມ​ກ້າວໜ້າ​ຂອງ​ແມ່ຍິງ​​ແຫ່ງ​ຊາດ, ຄະນະ​ກຳມາ​ທິການ​ເພື່ອ​ແມ່ ​ແລະ ​ເດັກ​ແຫ່ງ​ຊາ​ດ, ຄະນະ​ກຳມາ​ທິການ​​ແຫ່ງ​ຊາດ​ເພື່ອ​ຄົນ​ພິການ ​ແລະ ຜູ້​ສູງ​ອາຍຸ​​.​ປັດ​ຈຸ​ບັນ​ພັກ ​ແລະ ລັດຖະບານ ​ໄດ້​ສືບຕໍ່​ປັບປຸງກົດໝາຍ ​ແລະ ນິຕິ​ກຳ​ພາຍ​ໃນ ​ເພື່ອ​ເປັນ​ບ່ອນອີງ​ໃນ​ການ​ຮັບປະກັນສິດ ​ແລະ ພັນທະ​ຂອງ​ພົນລະ​ເມືອງ ​ເພື່ອ​ຕອບ​ສະຫນອງ​​ຄວາມ​ຮຽກ​ຮອງ​ຕ້ອງການ​ຂອງ​ການ​ພັດທະນາ​ເສດ​ຖະກິດ-​ສັງຄົມ ​ແລະ ການ​ສົ່ງ​ເສີມ​ສິດທິ​ມະນຸດ​ຂອງ​ປະຊາຊົນ​ລາວ​ບັນ​ດາ​ເຜົ່າ,​ ເພື່ອ​​​ເສີມ​ຂະ​ຫຍາ​ຍສິດ​ເປັນ​​ເຈົ້າ​ຂອງ​ປະ​ເທດ​ຊາດ, ສິ​ດປະຊາທິປະ​ໄຕຂ​ອງປະຊາຊົນ​ລາວ​ບັນດາ​ເຜົ່າພາຍ​ໃຕ້​ລະບອບ​ປະຊາທິປະ​ໄຕ ​ປະຊາຊົນ, ຮັບ​ປະກັນ​ການ​ເຄົາລົບ​ສິດທິ​ມະນຸດ​.

ກ​ອງປະ​ຊຸມ​ສຳ​ມະ​ນາ​ນີ້,​​ ເປັນ​ການ​ເພີ່ມ​ທະວີ​ຄວາມ​ຮັບ​ຮູ້ ​​ແລະ ຄວາມ​ເຂົ້າ​ໃຈ​ຂຶ້ນ​ຕື່ມ​ກ່ຽວ​ກັບ​ກົນ​ໄກສິດທິ​ມະນຸດ​ລະດັບ​ສາກົນ, ພາກ​ພື້ນ ​ແລະ ລະດັບ​ຊາດພ້ອມ​ນີ້, ຍັງ​ໄດ້​ແລກປ່ຽນ​ບົດ ຮຽນ​ເຊິ່ງກັນ ​ແລະ ກັນ​ກັບ​ບັນດາ​ຜູ້​ຊ່ຽວຊານ​ຈາກ​ຕ່າງປະ​ເທ​ດ​ໃນ​ການຈັດ​ຕັ້ງ​ປະຕິບັດ​ພັນທະ ​ແລະ ການ​ປົກ​ປ້​ອງສິ​ດທິມະນຸດຢ່າງ​​ແທ້​ຈິງ.​​

ແຫ່ລງຂ່າວ

ລພນ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...