spot_img
Homeຂໍ້ມູນກ່ຽວກັບປະເທດລາວປະຫວັດສາດລາວຖວທ ສາລະວັນ ເຜີຍແຜ່ 2 ວັນປະຫວັດສາດຂອງຊາດ

ຖວທ ສາລະວັນ ເຜີຍແຜ່ 2 ວັນປະຫວັດສາດຂອງຊາດ

Published on

073

ຂປລ. ເມື່ອມໍ່ໆມານີ້, ທ່ານ ສົມ​ໃຈ ອຸ່ນ​ຈິດ ຫົວໜ້າ​ພະ​ແນ​ກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ (ຖວທ) ໄດ້ຫວນຄືນ​ ປະຫວັດ​ຄວາມ​ເປັນ​ມາ ​ຂອງ 2 ວັນ​ສໍາຄັນ​ຂອງ​ຊາດ ໂດຍ​ໄດ້ຍົກໃຫ້ເຫັນຄວາມສຳຄັນ, ​ຜົນງານ ແລະ ຄຸນງາມຄວາມດີ​ຂອງປະທານ ໄກສອນ ພົມວິຫານ ເຊິ່ງແມ່ນນັກ​ປະຕິວັດ ທີ່​ຍິ່ງ​ໃຫຍ່​ຂອງ​ຊາດ, ​ເປັນ​ຜູ້ນຳ​ທີ່​ມີ​ຄຸນສົມບັດ ​ສິນ​ທຳ​ປະຕິວັດ​ສູງ​ສົ່ງ, ມີ​ທັດສະນະ​ມະຫາຊົນ​ກວ້າງ​ຂວາງ, ​ ປະຢັດ ​ແລະ ບໍລິສຸດ​ປອດ​ໃສ ​ແລະ ຍົກ​ໃຫ້​ເຫັນຄວາມ​ໝາຍ​ຄວາມ​ສໍາຄັນ​ ຂອງວັນຊາດ​ທີ 2 ທັນວາຄົບຮອບ 40 ປີ ແມ່ນວັນທີ່ປະຊາຊົນລາວບັນດາເຜົ່າ ໄດ້ມີອິດສະລະພາບແລະ ໄດ້ເປັນເຈົ້າຂອງປະເທດຊາດ ຢ່າງແທ້ຈິງ, ແມ່ນວັນທີ່ປະເທດລາວ ໄດ້ມີເອກະລາດ ຢ່າງສົມບູນ ແລະ ມີອະທິປະໄຕຢ່າງຄົບຖ້ວນ, ມີທີ່ຕັ້ງອັນສົມກຽດ, ມີຖານະເທົ່າທຽມກັບ ປະເທດອື່ນໆໃນເວທີປະຊາຄົມໂລກ. ການສະຖາປະນາ ສປປ ລາວ ຍັງແມ່ນວັນ ແຫ່ງການກ້າວສູ່ຍຸກສະໄໝໃໝ່ ແຫ່ງການສ້າງປະເທດລາວ ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ແລະ ວັດທະນາຖາວອນ.

ແຫ່ລງຂ່າວ

ຂປລ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...