spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ລົດເມສາຍໃຕ້ ປາກເຊ-ວຽງຈັນ ພິກປິ້ນ ຢູ່ທີ່ແຂວງບໍລິຄຳໄຊ ເສຍຊີວິດຄາທີ່ 2 ຄົນ

ລົດເມສາຍໃຕ້ ປາກເຊ-ວຽງຈັນ ພິກປິ້ນ ຢູ່ທີ່ແຂວງບໍລິຄຳໄຊ ເສຍຊີວິດຄາທີ່ 2 ຄົນ

Published on

accident

ຂ່າວ​ທ້ອງ​ຖິ່ນ ໃຫ້​ຮູ້​ວ່າ: ​ປະມານ 3:30 ​ໂມງ​ຂອງວັນທີ 6 ທັນວາຜ່າ​ນມາ, ​ໄດ້​ເກີດ​​ເຫດລົດ​​ໂດຍສານສາ​ຍ​ໃຕ້ ປາກ​ເຊ-ວຽງ​ຈັນ ໝາຍ​ເລກ​ທະບຽນ ບກ4311 ກຳ​ແພງ​ນະຄອນ ​ທີ່ແລ່ນ​ອອກ​ຈາກ​​ແຂວງ​ຈຳປາ​ສັກ ມຸ້ງ​ໜ້າ​​​ເຂົ້າ​ມານະ​ຄອນ​ຫລວງ​ວຽງ​ຈັນ ດ້ວຍ​ຄວາມ​ໄວ​ສູງ​ບວກ​ໃສ່​ກັບ​ຄວາມ​ປະໝາດ​ ແລະສະພາບລົດບໍ່ພ້ອມ ​ເມື່ອ​ມາ​ຮອດ​ເຂດ​ບ້ານ​ສີວິ​ໄລ ​ເມືອງ​ປາກ​ຊັນ ​ແຂວງ​ບໍລິ​ຄຳ​ໄຊ ​​(ໃກ້​ຈະ​ຮອດ​ຂົວ​ນ້ຳ​ຊັນ), ​ເຊິ່ງ​ເປັນ​​ເຂດ​​ເສັ້ນທາງ​ເປ່​ເພ​ຊໍາ​ເຮື້ອ ມາ​ດົນ​ນານ​ແລ້ວ, ​ເຮັດ​ໃຫ້​ລົດ​​ເສຍຫລັກພິກປິ້ນລົງ​ກາງ​ຖະໜົນ ສົ່ງຜົນໃຫ້ຜູ້ໂດຍສານ​ໃນລົດໄດ້ຮັບບາດເຈັບ 20 ກວ່າຄົນ ແລະ ເສຍຊີວິດ 2 ຄົນ, ຊຶ່ງ​ລວມມີຄົນ​ໄທ, ຝຣັ່ງ ​ແລະ ​ເກົາຫລີ ຈຳນວນ​ໜຶ່ງ, ຊຶ່ງ​ໄດ້​ສົ່ງ​​ເຂົ້າໄປ​ປິ່ນປົວ​ຢູ່​ໂຮງໝໍ​ແຂວງ​ບໍລິ​ຄຳ​ໄຊ ທັງ​ໝົດ​ແລ້ວ. ສ່ວນ​ສາ​ເຫດ​ຂອງ​ການ​​ເກີດ​ອຸປະຕິ​ເຫດ ​ເຈົ້າ​ໜ້າ​ທີ່​ຈະລາຈອນ​ແຂວງ ຍັງ​ເລັ່ງສືບສວນ-ສອບ​ສວນ ​ເພື່ອ​ດຳ​ເນີນ​ຄະດີ​ຕາມ​ລະບຽບ​ກົດໝາຍ.

​​ເຈົ້າໜ້າ​ທີ່ ຈະລາຈອນ ນະຄອນຫລວງ​ວຽງ​ຈັນ ​ໃຫ້​ຮູ້​ວ່າ: ​ຕອນ​ຄ້າຍ​ແລງຂອງ​ວັນທີ 5 ທັນວາ​ນີ້, ​​ໄດ້​ເກີດ​ເຫດ​ລົດ​​ເກັງ ໝາຍ​ເລກ​ທະບຽນ ກກ 7317 ກຳ​ແພງນະຄອນ ຂັບ​ຂີ່​​ໂດຍ​ທ້າວ ສຸກ​ສະຫວັນ ອາຍຸ 15 ປີ ນັກຮຽນ ຢູ່​ບ້ານ​ໂພນ​ພະ​ເນົາ ​ເມືອງ​ໄຊ​ເສດ​ຖາ ​ແລ່ນມາ​ແຕ່​ປະຕູ​ໄຊດ້ວຍ​ຄວາມ​ໄວ​ສູງ ມຸ້ງ​ໜ້າ​ໄປ​ທາງ​ວົງວຽນ 450ປີ ພໍ​ມາຮອດ​ເຂດ​ບ້ານ​ໂພນ​ສະອາດ ​ເມືອງ​ໄຊ​ເສດ​ຖາ ​ໄດ້​ໄປຕຳ​ເອົາ​ທ້າຍລົດຈັກ 2 ຄັນ​ທີ່​​ແລ່ນ​ມາ​​ໃນ​ທິດ​ທາງ​ດຽວກັນຄື: ລົດຈັກ​ໝາຍ​​ເລກ​ທະບຽນ ຍຣ 7714 ແລະ ອີກ​ໜຶ່ງ​ຄັນ ໝາຍ​ເລກ​ທະບຽນ ຍກ 4959 ກຳ​ແພງ​ນະຄອນ ​ແລ້ວຟຸ້ງ​ໄປ​ຕຳ​ເອົາ​ລົດ​ໃຫຍ່​ອີກ 2 ຄັນ​ທີ່​ຈອດ​ຢູ່​​ແຄມ​ທາງ​ບໍລິ​ເວນ​ດັ່ງກ່າວ​ຄື: ລົດ​​ກະບະ ໝາຍ​​ເລກ​ທະບຽນ ກຍ 4243 ກຳ​ແພງ​ນະຄອນ ​ແລະ ລົດ​ກະ​ປອງ​ ໝາຍ​ເລກ​ທະບຽນ ກຣ 7879 ກໍາ​ແພງ​ນະຄອນ ສົ່ງ​ຜົນ​ໃຫ້​ທ້າວ ບຸນ​ມາກ (ຜູ້​ຂັບ​ຂີ່​ລົດຈັກ) ​ເສຍ​ຊີວິດ​ຄາທີ່ ​ແລະ ​ໃນທ່ຽງ​ຄືນ​ຂອງ​ວັນ​ດຽວ​ກັນ ​ໄດ້​ເກີດ​ເຫດ​ລົດ​​ກະບະ ໝາຍ​ເລ​ກທະບຽນ ກນ 6879 ກຳ​ແພງ​ນະຄອນ ຂັບ​ຂີ່​ໂດຍ​ທ້າວ ພຸດທະ​ສອນ ອາຍຸ 20 ປີ ນັກ​ສຶກສາ ຢູ່​ບ້ານ​ແກ້ງ​ປາຢາງ ​ເມືອງ​ຫາດ​ຊາຍ​ຟອງ ​ເສຍ​ຫລັກ​ຕຳ​ເອົາ​ກຳ​ແພງ​ໃກ້​ປະຕູ​ທາງ​ເຂົ້າຫໍ​ຄໍາ (ຫ້ອງ​ວ່າການ​ປະທານ​ປະ​ເທດ) ສອດ​ທະລຸ​ເຂົ້າ​ໄປຂ້າງ​ໃນ ​ເຮັດ​ໃຫ້​ຜູ້​ຂັບ​ຂີ່​ໄດ້​ຮັບ​ບາດ​ເຈັບ​ສົມຄວນ.

ແຫ່ລງຂ່າວ

ລພນ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...