Homeຂ່າວທ້ອງຖິ່ນແຂວງຄໍາມ່ວນ ສະຫລອງວັນສ້າງຕັ້ງ ເຍົາວະຊົນທັນວາ ຄົບຮອບ 60 ປີ

ແຂວງຄໍາມ່ວນ ສະຫລອງວັນສ້າງຕັ້ງ ເຍົາວະຊົນທັນວາ ຄົບຮອບ 60 ປີ

Published on

071

ຂປລ. ເມື່ອມໍ່ໆມານີ້, ທ່ານ ດຣ. ​ແກ້ວ​ອຸດອນ ບຸດ​ສິງຂອນ ​ ​ເລຂາ​ຄະນະ​ບໍລິຫານ​ງານ​ຊາວ​ໜຸ່ມ​ແຂວງຄຳມ່ວນ ໄດ້​ປາຖະກະຖາ ໃນພິທີສະຫລອງວັນສ້າງຕັ້ງ ເຍົາວະຊົນທັນວາ ໂດຍທ່ານໄດ້ຍົກ​ໃຫ້​ເຫັນ ​ມູນ​ເຊື້ອການ​ຕໍ່ສູ້, ການ​ເສຍສະລະຂອງ​ນ້ອງ​ນ້ອຍ​ເຍົາວະ​ຊົນ ​ໃນ​ເມື່ອ​ກ່ອນ ທີ່ມີ​ພຽງ​ແຕ່ 48 ນ້ອງ​ເທົ່າ​ນັ້ນ ຍ້ອນ​ມີ​ນ້ຳ​ໃຈ​ຮັກ​ຊາດ ຮັກ​ບ້ານ​ເກີດ​ເມືອງ​ນອນ ຈຶ່ງ​ໄດ້​ຕັດ​ສິນ​ໃຈ​ສ້າງຕັ້ງກອງ​ເຍົາວະ​ຊົນຂຶ້ນ ​ໃນ​ວັນ​ທີ 2 ທັນວາ 1955 ​ເພື່ອ​ຕໍ່ສູ້​ຕ້ານ​ກັບ​ຈັກກະພັດຜູ້​​ຮຸກ​ຮານ ຈົນ​ໄດ້​ຮັບ​ໄຊຊະນະ​ເປັນ​ກ້າວໆ​ມາຈົນ​ມາ​ເຖິງປັດຈຸ​ບັນນີ້.

ໃນໂອກາດນີ້  ​ກໍໄດ້ມີການ​ແຂ່ງຂັນ​ກິລາ​ບານ​ເຕະ​ລຸ້ນອາຍຸ​ບໍ່​ເກີນ 13 ປີ, ການ​ແຂ່ງຂັນນັກ​ຮ້ອງ​​ເຍົາວະ​ຊົນສຽງ​ດີ, ພິທີ​ຮັບ​ມະຫາຊົນ​ກ້າວໜ້າ​ ເຂົ້າ​ເປັນ​ສະມາຊິກ ຊປປລ ​ແລະ ​ເລື່ອນ​ມະຫາຊົນ ອະນຸຊົນ​ ​ເປັນສະມາຊິກ​ເຍົາວະ​ຊົນ​ທັນວາ, ​ນຳພາ​ສະມາຊິກ​ເຍົາວະ​ຊົນ ​ເຂົ້າຢ້ຽ​ມຊົມ​ອະນຸສອນ​ສະຖານ ​ທາງ​ປະຫວັດສາດ​ເປັນຕົ້ນ ອະນຸສອນ​ສະຖານ​ປະທານ ສຸພາ​ນຸວົງ, ອະນຸສອນ​ສະຖານ​ປະທານ ​ໄກສອນ ພົມວິຫານ, ຫໍພິພິທະ​ພັນ​, ນໍ້າສ້າງ 21 ມີນາ ​ແລະ ອະນຸສອນ​ສະຖານ​ປະທານ ​ໂຮ​ຈິ​ມິງ. ມີການສະແດງສິລະປະ ວັນນະຄະດີ, ສະແດງລະຄອນ, ສາທິດສິລະປະເທຄວັນໂດ້, ການເດີນແບບຂອງເຍົາວະຊົນ, ການແຕ້ມຮູບລະບາຍສີ ແລະ ການຖາມຕອບວິທະຍາສາດ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ນວ ພົບການສໍ້ລາດບັງຫຼວງ ທັງໝົດ 31 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ໃນນີ້ມີສວຍໃຊ້ຕຳແໜ່ງ 12 ຄົນ

ກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2021-2025) ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IV ຈັດຂຶ້ນວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ວັນໄຊ...

ເປີດຕົວປຶ້ມໃໝ່ “ປະເທດທີ່ຍິ່ງໃຫຍ່ສ້າງໄດ້ໂດຍຜູ້ນຳທີ່ດີ” ໂດຍ ທ່ານ ດຣ. ອານຸລັກ ກິດຕິຄຸນ

ໃນວັນທີ 3 ພະຈິກ 2026 ທີ່ຜ່ານມາ ຢູ່ ສູນຮ່ວມມືລາວ-ສິງກະໂປ ນະຄອນຫຼວງວຽງຈັນ ທ່ານ ດຣ. ອານຸລັກ ກິດຕິຄຸນ ຜູ້ອຳນວຍການໃຫຍ່ ແລະ...

ປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ...

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...