spot_img
Homeຂ່າວເຫດການປະກາດຜົນລາງວັນຊີໄຣ ແລະ ວັນນະກຳແມ່ນ້ຳຂອງປະຈຳປີ 2015

ປະກາດຜົນລາງວັນຊີໄຣ ແລະ ວັນນະກຳແມ່ນ້ຳຂອງປະຈຳປີ 2015

Published on

seawrite

ວັນ​ທີ 4 ທັນວາ​ນີ້, ສະມາຄົມ​ນັກ​ປະພັນ​ລາວ ​ໄດ້​ຈັດ​ພິທີ​ຖະ​ແຫລ​ງຜົນ​ຜູ້​ໄດ້​ຮັບ​ລາງວັນ​ຊີ​ໄຣ ​ແລະລາງວັນ​ວັນນະກຳ​ແມ່ນ້ຳຂອງ​ປະຈຳ​ປີ 2015 ຕໍ່​ສື່​ມວນ​ຊົນ​ຂຶ້ນທີ່​ກະຊວງ​ຖະ​ແຫລ​ງຂ່າວ, ວັດ ທະນະທຳ ​ແລະ ທ່ອງ​ທ່ຽວ ​ໂດຍ​ທ່ານ​ນາງ ຜິວ​ລາ​ວັນ ຫລວງ​ວັນນາ ຜູ້​ຮັກສາ​ການ​ປະທານ​ສະມາຄົມ​ດັ່ງກ່າວ ​ໃຫ້​ຮູ້​ວ່າ: ຜົນ​ຜູ້​ໄດ້​ຮັບ​ລາງວັນ​ຊີ​ໄຣປະຈຳ​ປີ 2015 ສຳລັບ​ປະ​ເທດ​ເຮົາ​ໄດ້​ແກ່​ບົດ​ປະພັນ​ທີ່​ມີ​ຊື່ວ່າ: “ສາຍ​ນ້ຳທີ່​ໄຫລ​ກັບ” ປະພັນ​ໂດຍ​ທ່ານ ພອນ​ສະຫວັນ ພັນທະ​ວິຈິດ ​ເຊິ່ງ​ເປັນ​ບົດ​ປະພັນ​ສຸດ​ຍອດ​ຂອງ​ວັນນະກຳ​ຊີ​ໄຣທີ່​ຜູ້​ຂຽນ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ຄວາມ​ເປັນ​ຈິງ​ຂອງ​ການດຳລົງ​ຊີວິດ​ຢູ່​ໃນ​ຄອບຄົວກໍ​ຄື​ສັງຄົມ​ລາວ​ໃນ​ປັດຈຸບັນ ​ໂດຍ​ສະ​ເພາະ​ແມ່ນ​ການ​ພົວພັນ​ຄົນ​ໃນ​ສັງຄົມ ​ເຊິ່ງຍາມ​ໃດ​ກໍ​ປາຖະໜາ​ໃຫ້​ມີ​ຄວາມ​ຖືກຕ້ອງ​ເປັນ​ທຳ, ມີ​ຄວາມ​ສະ​ເໝີ​ພາບ​ຕໍ່ໜ້າ​ກົດໝາຍ.

ວັນນະກຳ​ຊີ​ໄຣ​ເປັນ​ລາງວັນ​ຍອດ​ຍ້ຽມສຳລັບ​ນັກ​ປະພັນ​ດີ​ເດັ່ນ​ປະຈຳ​ອາ​ຊຽນ ​ເຊິ່ງ​ໄດ້​ຈັດ​ໃນ​ທຸກໆ​ປີ ​ແລະ ສຳລັບ​ປີ​ນີ້​ກໍ​ເປັນ​ປີ​ທີ 18 ​ແລ້ວ ​ໂດຍ​ສະມາຄົມ​ນັກ​ປະພັນ​ລາວ​ໄດ້​ຮີບ​ໂຮມ​ເອົາ​ເລື່ອງ​ນະວະນິຍາຍ​ຕ່າງໆ​ຈາກ​ນັກ​ປະພັນ​ຜູ້​ມີ​ຊື່​ສຽງ​ຂອງ​ລາວ​ເຂົ້າຮ່ວມ​ປະ​ກວດ.

ສ່ວນ​ລາງວັນ​ວັນນະກຳ​ແມ່ນ້ຳຂອງ​ສຳລັບ​ປີ 2015 ນີ້ ​ແມ່ນ​ເປັນ​ປີ​ທີ 16 ​ເຊິ່ງຜູ້​ໄດ້​ຮັບ​ລາງວັນ​ດີ​ເດັ່ນ​ປະ​ເພດ​ບົດ​ກະວີ​ໄດ້​ແກ່​ພະ​ອາຈານ ​ໄພ​ວັນມາລາ​ວົງຈາກ​ບົດ​ກະວີ​ທີ່​ມີ​ຊື່ວ່າ: “ອະລິຍະ​ທຳ​ລຸ່ມ​ແມ່ນ້ຳຂອງ”, ສ່ວນ​ບົດ​ເລື່ອງ​ສັ້ນ​ໄດ້​ແກ່​ທ່ານ ຈັນທະ​ພອນ ວັນນະ​ຈິດ ​ໃນບົດ​ເລື່ອງ “ທີ່​ລະນຶກ​ຂອງ​ເຈົ້າ” ​ແລະ ບົດ​ບັນທຶກ​ໄດ້​ແກ່​ບົດ​ທີ່​ມີ​ຊື່ວ່າ: “ບໍ່​ມີ​ວັນ​ລືມ” ຂຽນ​ໂດຍ​ທ່ານ ຄຳ​ແພງ ອ່ອນ​ສາ ​ເຊິ່ງບັນດາ​ບົດ​ຂຽນ, ບົດ​ກະວີ ​ແລະ ບົດ​ປະພັນ​ດັ່ງກ່າວ​ລ້ວນ​ແຕ່​ສ່ອງ​ແສງ​ເຖິງ​ການ​ສົ່ງ​ເສີມ​ການ​ພົວພັນ, ຮ່ວມ​ມື​, ມິດຕະພາບ ​ແລະ ການ​ພັດທະນາ​ທີ່​ຕິດ​ພັນ​ກັບປະ​ເທດ​ລຸ່ມ​ແມ່ນ້ຳຂອງ ​ເຊິ່ງ​ໃນ​ເບື້ອງຕົ້ນມີ​ພຽງ 3 ປະ​ເທດຄື​ລາວ, ຫວຽດນາມ ​ແລະກຳປູ​ເຈຍ​ເທົ່າ​ນັ້ນທີ່​ສົ່ງ​ບົດ​ເຂົ້າປະ​ກວດ, ​ແຕ່​ມາ​ຮອດ​ປັດຈຸບັນ​ໄດ້​ເພີ່ມ​ເປັນ 6 ປະ​ເທດ​ສະມາຊິກ​ລຸ່ມ​ອ່າງ​ແມ່ນ້ຳຂອງ​ເຂົ້າຮ່ວມ​ດ້ວຍ​ກັນ ​ເພື່ອ​ເປັນ​ສັນຍາ​ລັກ ​ແລະ ​ເສີມ​ສ້າງ​ຄວາມ​ຜູກ​ພັນ​ດ້ານ​ສິລະ​ປະ​ວັນນະກຳ ​ແລະ ວັດທະນະທຳ​ຢູ່​ໃນ​ຂົງ​ເຂດ​ລຸ່ມ​ແມ່ນ້ຳຂອງ​ໃຫ້​ນັບ​ມື້ຂະຫຍາຍຕົວ.

ແຫ່ລງຂ່າວ

ລພນ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...