spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ສອງ​ວັນ​ຜ່ານ​ມາ ຢູ່ນະຄອນຫລວງ​ວຽງ​ຈັນ ມີ​ຜູ້ເສຍ​ຊີວິດ 3 ຄົນ​ຍ້ອນອຸບັດເຫດ!

ສອງ​ວັນ​ຜ່ານ​ມາ ຢູ່ນະຄອນຫລວງ​ວຽງ​ຈັນ ມີ​ຜູ້ເສຍ​ຊີວິດ 3 ຄົນ​ຍ້ອນອຸບັດເຫດ!

Published on

accident

ເຈົ້າ​ໜ້າ​ທີ່ຈະລາ​ຈອນ ນະຄອນຫລວງ​ວຽງ​ຈັນ ​ໃຫ້​ຮູ້​ວ່າ: ​ວັນ​ທີ 2 ທັນວາ​ຜ່ານ​ມາ, ​ໄດ້​ເກີດ​ອຸປະຕິ​ເຫດ​ຂຶ້ນ 6 ​​ເລື່ອງ ສົ່ງ​ຜົນ​ໃຫ້​ມີ​ຜູ້​ເສຍ​ຊີວິດ 3 ຄົນ, ​ໃນ​ນັ້ນ ຕອນ​ເດຶກຂອງ​ວັນ​ດັ່ງກ່າວ ​ໄດ້​ເກີດ​ເຫດ​ລົດ​ເມ​ສາຍ​ໃຕ້ ຕຳ​ທ້າຍ​ລົດ​ຕ໋ອກໆ ​ສົ່ງ​ຜົນ​ໃຫ້​ທ້າວ ຄຳ ອາຍຸ 35 ປີ, ກຳມະກອນ ​ແລະ ທ້າວ ສີ ອາຍຸ 30 ປີ, ​ກຳມະກອນ ທັງ​ສອງ​ຢູ່ບ້ານ​ໜອງ​ຂອນ ​ເມືອງ​ໂພນ​ໂຮງ ​ແຂວງ​ວຽງ​ຈັນ ​ເສຍ​ຊີວິດ​ຄາ​ທີ່, ສ່ວນ​ຜູ້​ທີ່​ນັ່ງ​ມາ​ໃນ​ລົດຈຳນວນ​ໜຶ່ງ​ ໄດ້​ບາດ​ເຈັບ​ສົມຄວນ ແລະ ​ໃນ​ທ່ຽງ​ຄືນ​ຂອງ​ວັນ​ດຽວ​ກັນ​ໄດ້​ເກີດ​ເຫດ​ລົດຈັກ​ຕຳ​ກັນ ​ຢູ່​ບໍລິ​ເວນ​ທາງ​ບ້ານ​ໜອງ​ບົວທອງ​ເໜືອ, ​ເມືອງ​ສີ​ໂຄດ​ຕະບອງ ​ເຮັດ​ໃຫ້​ມີ​ຄົນ​ເສຍ​ຊີວິດ 1 ຄົນ​.

ເຈົ້າ​ໜ້າ​ທີ່ ຍັງ​ໃຫ້​ຮູ້​ຕື່ມ​ວ່າ: ວັນ​ທີ 29-30 ພະຈິກ​ຜ່ານ​ມາ, ​ຢູ່​ນະຄອນຫລວງ​ວຽງ​ຈັນ, ​ໄດ້​ມີ​ອຸປະຕິ​ເຫດ​ເກີດ​ຂຶ້ນ 11 ​ເລື່ອງ, ສົ່ງ​ຜົນ​ໃຫ້​ມີ​ຜູ້​​ເສຍ​ຊີວິດ 2 ຄົນ​ຄື: ​ໃນ​​ຕອນ​ແລງ​ຂອງວັນ​ທີ 29 ​​ຢູ່ຖະໜົນ 13 ​ເໜືອ, ​ເຂດ​ບ້ານ​ບົວ, ​ເມືອງ​ນາ​ຊາຍ​ທອງ ​ເກີດ​ເຫດ​ລົດຈັກ​ຕຳ​ກັບ​ລົດ​ໃຫຍ່ ​ເຮັດ​ໃຫ້​ທ້າວ ຈັນ​ທະ​ຈອນ (ຜູ້​ຂັບ​ຂີ່​ລົດຈັກ) ອາຍຸ 25 ປີ, ກຳມະກອນ ຢູ່​ບ້ານ​ໜອງ​ສະ ​ເມືອງ​ນາ​ຊາຍ​ທອງ ​ເສຍ​ຊີວິດ​ຄາ​ທີ່ ​ແລະ ​ໃນ​ຕອນ​ບ່າຍ​ຂອງ​ວັນ​ທີ 30, ຢູ່​ເຂດ​ບ້ານ​ນາ​ແຮ່ ​ເມືອງ​ນາ​ຊາຍ​ທອງ ​ໄດ້​ເກີດ​ເຫດ​ລົດ​ໃຫຍ່​ຕຳກັບລົດຈັກ​ ເຮັດ​ໃຫ້​ນາງ ວະ​ນີດາ (ຜູ້​ຂັບ​ຂີ່​ລົດຈັກ), ອາຍຸ 55ປີ ຢູ່​ບ້ານ​ຜາງ​ແຫ້ງ, ​ເມືອງ​ນາ​ຊາຍ​ທອງ ​ເສຍ​ຊີວິດ​ຄາ​ທີ່. ດັ່ງ​ນັ້ນ ​ເຈົ້າ​ໜ້າ​ທີ່​ຈຶ່ງ​ຮຽກຮ້ອງ​ໃຫ້​ນັກ​ຂັບ​ຂີ່​ທຸກ​ຄົນ​ ຄວນ​ມີ​ສະຕິ​ໃນ​ການ​ຂັບ​ຂີ່​ຍົນ​ຍານພາຫະນະ ​​ແລະ ​ເອົາ​ໃຈ​ໃສ່​ປະຕິບັດ​ລະບຽບຈະລາຈອນ​ ໃຫ້​ເຂັ້ມ​ງວດ ເພື່ອ​ຫລີກ​ລ້ຽງ​ການ​ເກີດ​ອຸປະຕິ​ເຫດ​ທີ່​ອາດ​ຈະ​ເກີດ​ຂຶ້ນ​ໄດ້​ທຸກ​ເວລາ.

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...