Homeຂ່າວພາຍ​ໃນສອງອ້າຍນ້ອງ ເນວິນລ໌ ຄຸມທີມບາເລນເຊຍ ນັດທຳອິດຕ້ອງພົບງານໜັກ

ສອງອ້າຍນ້ອງ ເນວິນລ໌ ຄຸມທີມບາເລນເຊຍ ນັດທຳອິດຕ້ອງພົບງານໜັກ

Published on

ແກຣີ ເນວິນລ໌ ອະດີດກອງຫຼັງ ແມນເຊສເຕີ ຢູໄນເຕັດ ໄດ້ຮັບການແຕ່ງຕັ້ງເຮັດຫນ້າທີ່ຜູ້ຈັດການທີມ ບາເລນເຊຍ ສະໂໝສອນຊື່ດັ່ງແຫ່ງ ລາ ລີກາ ແອດສະປາຍ ຈົນສີ້ນສຸດລະດູການ 2015-16

ເນວິນລ໌ ອາຍຸ 40 ປີ ປະກາດແຂວນສະຕັ້ນຕັ້ງແຕ່ປີ 2011 ສະສົມປະສົບການຈາກການຮັບງານເປັນສະຕ໊າບຂອງ ຣອຍ ຣັອດຈ໌ສັນ ຜູ້ຈັດການ ທີມຊາດອັງກິດ ແລະຄອມເມນເຕເຕີ “ສະກາຍ ສະປອດ” ສະຖານີໂທລະພາບປະຈຳອັງກິດ

“ບາເລນເຊຍ” ກຳລັງຊອກຫາ ຄູເຝິກຄົນໃໝ່ ຫລັງຈາກ ນູໂນ ເອສປິຣິໂຕ ຊານໂຕ ຊາວປອກຕຸຍການ ຍື່ນໃບລາອອກ ຫຼັງຈາກເກມການແຂ່ງຂັນທີ່ເສຍໃຫ້ ເຊບີຍາ 0-1 ທີ່ສະໜາມ ເອສຕາດິໂອ ລາມອນ ຊານເຊຊ ປິຄວນ ເມື່ອວັນອາທິດວັນທີ 29 ພະຈິກ 2015 ທີ່ຜ່ານມາ

ປະຈຸບັນ ຟິນ ເນວິນລ໌ ນ້ອງຊາຍ ກຳລັງປະຕິບັດພາລະກິດຈົດສະຕ໊າບໂຄຊຈ໌ “ລອດສ໌ ເຊດສ໌ ແລະ ຈະດຳລົງຕຳແໜ່ງຜູ້ຊ່ວຍຂອງ ໂບໂຣ ຄູເຝິກທີ່ຂັດຕາທີມ ໃນການແຂ່ງຂັນເກມ ໂກປາ ເດິ ເລຍ໌ ຮອບ 32 ທີມສຸດທ້າຍໝາຍເລກ 1 ພົບ ບາຣາກັນໂດ ທີມຈາກ ເຊກຸນດາ ເບ

ແກຣີ ເນວິນລ໌ ຊຶ່ງຮູ້ຈັກກັບ ປີເຕີລ໌ ລິມ ເຈົ້າຂອງທີມຊາວສິງກະໂປ ຈາກການເປັນຫຸ້ນສ່ວນຂອງ ຊັນຟອລ໌ດ ຊິຕີ ສະໂມອນນອກລີກ ກ່າວ “ຂ້ອຍຮູ້ສຶກຕື່ນເຕັ້ນຢ່າງຍິ່ງທີ່ໄດ້ຮັບໂອກາດ ບາເລນເຊຍ ເປັນສະໂໝສົນທີ່ຍິ່ງໃຫຍ່ ຂ້ອຍຮູ້ມາຕັ້ງແຕ່ສະໄໝເປັນນັກເຕະວ່າ ແຟນໆ ຮັກ ບາເລນເຊຍ ເທົ່າໃດ ຂ້ອຍໃຈຈົດໃຈຈໍ່ຢູ່ກັບການຮ່ວມງານຂອງນັກເຕະທີ່ມີພອນສະຫວັນຂອງທີມ ແລະ ຄວາມທ້າທາຍທີ່ລໍຖ້າຢູ່”

ສຳລັບເກມທຳອິດຢ່າງເປັນທາງການຂອງ ເນວິນລ໌ ຈະຕ້ອງພົບເສິກໜັກກັບ ບາເຊໂລນາ ແຊ້ມປ໌ເກົ່າ ທີ່ສະໜາມ ເມດສ໌ຕາຢາ ສະເຕດຽມ ໃນວັນເສົາວັນທີ 5 ທັນວາ 2015 ແລະ ເກມຮອບແບ່ງກຸ່ມ ນັດສຸດທ້າຍ ເສິກ ຍູຟາ ແຊ້ມປຽນ ລີກ ພົບ ໂອລິມປິກ ລີຢົງ ໃນວັນພຸດວັນທີ 9 ທັນວາ 2015

558000013815201

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...