HomeມູມໄອທີລາວNuAns Neo ສະມາດໂຟນຈາກປະເທດຍີ່ປຸ່ນທີ່ສາມາດປັບແຕ່ງຝາຫຼັງໄດ້

NuAns Neo ສະມາດໂຟນຈາກປະເທດຍີ່ປຸ່ນທີ່ສາມາດປັບແຕ່ງຝາຫຼັງໄດ້

Published on

image

ສິ່ງທີ່ໜ້າສົນໃຈສຳລັບສະມາດໂຟນ NuAns Neo ຈາກປະເທດຍີ່ປຸ່ນ ກໍຄືເຮົົາສາມາດປັັບແຕ່ງຝາດ້ານຫຼັງຂອງມັນໄດ້ ເຊິ່ງປະກອບເປັນ 2 ສ່ວນຄື: ດ້ານເທິງແລະລຸ່ມ. ຝາຫຼັັງເຫຼົ່ານີ້ແມ່ນເຮັດມາຈາກວັດສະດຸປະເພດ ໄມ້ ຫຼື ໜັງສັງເຄາະ ມີຫຼາກຫຼາຍສີສັນໃຫ້ເລືອກໃຊ້ ແລະ ມີແຖມມາໃຫ້ພ້ອມພາຍໃນກ່ອງເລີຍ ແລະຍັງສາມາດຊື້ເພີ່ມໄດ້ອີກ

image

image

ສຳລັບສິ່ງອື່ນໆທີ່ໜ້າສົນໃຈຂອງ NuAns Neo ນັ້ນກໍຄືເປັນລຸ້ນທຳອິດຂອງລະບົບປະຕິບັດການ Windows 10 Mobile ທີ່ໃຊ້ງານຊິບປະມວນຜົນ octa-core Qualcomm Snapdragon 617 ໂຕດຽວກັນກັບທີ່ໃຊ້ງານເທິງ HTC One A9, ສ່ວນລາຍລະອຽດສະເປັກຕ່າງໆຂອງລຸ້ນນີ້ມີດັ່ງນີ້:

image

image

ໜ້າຈໍ:
– ຂະໜາດ 5 ນິ້ວ ,ຄວາມລະອຽດລະດັບ 720p (HD)

ໜ່ວຍປະມວນຜົນ:
– Qualcomm Snapdragon 617

ລະບົບປະຕິບັດການ:
– Windows 10 Mobile

ກ້ອງ:
– ກ້ອງຫຼັງຄວາມລະອຽດ 13 MP ແລະກ້ອງໜ້າຄວາມລະອຽດ 5 MP

ໜ່ວຍຄວາມຈຳ:
– Rom 16 GB ແລະ Ram 2 GB

ພອຣດ:
– USB Type-C

ແບັດເຕີຣີ:
–  3350 mAh

image

image

ສຳລັບ NuAns Neo ນັັ້ນແມ່ນເປີດໃຫ້ສັ່ງຈອງແລ້ວຕອນນີ້ໃນປະເທດຍີ່ປຸ່ນ, ສຳລັບລາຄາຂອງ NuAns Neo ນັ້ນແມ່ນ $380 ( 3.100.00 ກີບ ). ຄາດວ່າຈະຈຳໜ່າຍສະເພາະໃນປະເທດຍີ່ປຸ່ນເທົ່ານັ້ນ.

image

ທີ່ມາ: phonearena

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...